ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-26 09:31:33    
ສະ​ເຫນີ​ງານ​ວາງ​ສະ​ແດງ​ຫມາກ​ຜົນ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​

cri Author: sayvanny

ໃນ​ສອງ​ມື້​ມໍ່ໆ​ມາ​ນີ້, ​ໄທ​ເມືອງ​ປັກ​ກິ່ງ​ທີ່​ໄປ​ທ່ຽວ​ສວນ​ອຸ​ທິ​ຍານ​ຊາວ​ຢາງ​ປັກ​ກິ່ງ​ລ້ວນ​ແຕ່​ໄດ້​ຮູ້​ສຶກ​ມີ​ອັນ​ແຕກ​ຕ່າງ​ກັບ​ແຕ່​ກ່ອນ,ນັ້ນ​ກໍ່​ແມ່ນ​ສວນ​ຊາວ​ຢາງ​ແມ່ນ​ສວນ​ອຸ​ທິ​ຍານ​ໃຫຍ່​ກວ່າ​ຫມູ່​ຂອງ​ປັກ​ກິ່ງ​ໃນ​ສວນ​ນີ້​ໄດ້​ຈັດ​ໃຫ້​ມີ​"​ເຫີ​ເຫີ"ຕົວ​ນຳ​ໂຊກ​ຂອງ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ສອງ​ໂຕທີ່​ຫນ້າ​ຮັກ.​ແຕ່​ວັນ​ທີ 9 ຫາ​ວັນ​ທີ 15 ມິ​ຖຸ​ນາ,ງານ​ວາງ​ສະ​ແດງ​ຫມາກ​ຜົນ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ຕ່າງ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະພາ​ປະ​ຊາ​ຊົນ​ປັກ​ກິ່ງ​ແລະ​ສວນ​ອຸ​ທິ​ຍານ​ຊາວ​ຢາງ,​ໄດ້​ວາງສະ​ແດງ​ຫມາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ​ຂອງ​ງານ​ເອັກສ​ໂປ​ດັ່ງ​ກ່າວ​ແລະ​ເປີດ​ປະ​ຕູ​ສູ່​ພາຍ​ນອກ​ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ຫມັ້ນ​ໃຈ​ຂອງ​ເຂດ​ກວາງ​ຊີ.

ງານ​ວາງສະ​ແດງ​ຫມາກ​ຜົນ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ທີ່​ມີ​ຫົວ​ເລື່ອງ​ວ່າ:​ເຂດ​ກວາງຊີ​ທີ່​ເປີດ​ປະ​ຕູ​ສູ່​ພາຍ​ນອກ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ຂອງ​ການ​ເຄື່ອນ​ໄຫວ​ເຮືອ​ວັດ​ທະ​ນະ​ທຳ​ກວາງຊີ​ປັກ​ກິ່ງ​ປີ 2006 ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ແລ້ວ​ນີ້.

ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ໄດ້ຈັດ​ຂຶ້ນ​ຢູ່​​ເມືອງ​ນາ​ນນິງ​ເຂດ​ກວາງ​ຊີ​ສອງ​ຄັ້ງຢ່າງ​ສຳ​ເລັດ​ຜົນ​ແລ້ວ.ຜູ່​ນຳ​ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ​ຫລາຍ​ທ່ານ, ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຂອງ 11 ປະ​ເທດ ພ້ອມ​ທັງ​ແຂກ​ມີ​ກຽດ​ລະ​ດັບ​ຮອງ​ລັດ​ຖະ​ມົນ​ຕີ​ຂຶ້ນ​ໄປ 100 ກວ່າ​ທ່ານ​ໄດ້​ເຂົ້າ ຮ່ວມ​ງານ​ເອັກສ​ໂປ​ສອງ​ຄັ້ງ,ຜູ່​ຮັບ​ຜິດ​ຊອບ​ສະ​ພາ​ການ​ຄ້າ​ຂອງ 11 ປະ​ເທດ,​​ຜູ່​ບໍ​ລິ​ຫານ​ງານ​ສູງ​ສຸດ​ຂອງ​ບໍ​ລິ​ສັດ​ຂ້າມ​ຊາດ​ແລະ​ວິ​ສາ​ຫະກິດ​ໃຫຍ່,ນັກ​ທຸ​ລະ ກິດ​ແລະ​ວິ​ຊາ​ການ​ໄດ້​ເຂົ້າ​ຮ່ວມ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ. ງານ​ເອັກສ​ໂປ​ຈີນ ອາ​ຊຽນ​ໄດ້​ເຂົ້າ​ສູ່​ຖັນ​ແຖວ​ງານ​ວາງ​ສະ​ແດງ​ຂະ​ຫນາດ​ໃຫຍ່​ຂອງ​ຈີນ​ແລ້ວ.

1  2  3  4