ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-30 16:03:27    
ທາງ​ຮ່ອມຂອງ​ປັກ​ກິ່ງ​

cri Author: da

ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຊົມ​ເຊີຍ​ທ່ານ​ເຂົ້າສູ່​ລາຍການ​"ທ່ຽວ​ເມືອງ​ຈີນ"​ໃນ​ວັນ​ພຸດ​ແຕ່​ລະອາ​ທິດ.ຢູ່​ນະຄອນ​ປັກ​ກິ່ງ,ມີ​ສຸພະ​ສິດ​ວ່າ"ຖ້າ​​ບໍ່​ເຂົ້າທາງຮ່ອມ​ຈະ​​​ເຂົ້າ​ໃຈ​ປັກ​ກິ່ງຍາກ,ຖ້າບໍ່​ເຂົ້າທາງຮ່ອມກໍໝາຍ​ຄວາມ​ວ່າ​ບໍ່​ໄດ້​ມາ​ຮອດ​ປັກ​ກິ່ງ".ທາງ​ຮ່ອມ​​ນ້ອຍ​ໃຫຍ່​ຂອງ​ປັກ​ກິ່ງ​ໄຂວ່​ກັນ,​ເໝືອນ​ດັ່ງສາຍ​ເລືອດ​ແຈກ​ຢາຍ​ຢູ່​ທົ່ວ​ເມືອງ,​ແມ່ນ​ເອກະລັກຂໍ້ໜຶ່ງ​ຂອງ​ສິ່ງ​ກໍ່ສ້າງ​ຕົວ​ເມືອງ​ຂອງ​ປັກ​ກິ່ງ.ນັກທ່ອງ​ທ່ຽວຢາກ​ສຳຜັດ​ວັດທະນະທຳ​ອັນ​ເກົ່າ​ແກ່ແລະກິ່ນ​ອາຍ​ຊີວິດ​ການ​ເປັນ​ຢູ່​​ຂອງ​ປັກກິ່ງ​ຢ່າງ​ເລິກ​ເຊິ່ງ,ກໍ​ຕ້ອງ​ເຂົ້າ​ເບິ່ງ​ທາງ​ຮ່ອມ​ຂອງ​ປັກ​ກິ່ງ​.

ຕາມ​ເລົ່າ​ກັນ​ວ່າ,ທາງ​ຮ່ອມ​ແມ່ນ​ປະກົດ​ຂຶ້ນ​ຫຼັງ​ຈາກ​ປັກ​ກິ່ງ​ຖືກ​ກຳນົດ​ເປັນ​​ເມືອງຫຼວງ​ຂອງ​ລາຊະວົງ​ຢວນ​ເມື່ອ​ສະຕະວັດ​ທີ 13 ,ຜູ້​ປົກຄອງ​ໃນ​ຄາວ​ນັ້ນ​ແມ່ນ​ເຜົ່າ​ມົງ​ໂກນ,ຄຳວ່າ"ຫູ​ທົ້ງ"​ແປ​ວ່າ"ທາງ​ຮ່ອມ"​ແມ່ນ​ມາ​ຈາກ​ພາສາ​ເຜົ່າ​ມົງ​ໂກນ,​ໃນ​ພາສາ​ເຜົ່າ​ມົງ​ໂກນ,"ຫູ​​ທົ້ງ"ໝາຍ​ເຖິງ​ນ້ຳສ້າງ,​ໃນ​​ໄລຍະ​ຕົ້ນ ທາງ​ຮ່ອມ​ຂອງ​ເມືອງ​ປັກ​ກິ່ງກໍ​ແມ່ນ​ຈັດ​ວາງ​ຕາມ​ທີ່​ຕັ້ງຂອງ​ນ້ຳສ້າງ,​ເພາະວ່າ ​ໃນ​ຄາວ​ນັ້ນ ຄົນ​ທັງຫຼາຍເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ​ຮັບປະກັນ​ໃຫ້​ມີນ້ຳສ້າງ​ຢູ່​​ໃນ​ທາງ​ຮ່ອມ​ແຕ່​ລະ​ເສັ້ນ.​ໂດຍ​ຜ່ານ​ການ​ຜັນ​ປ່ຽນມາ​ເປັນ​​ເວລາຫຼາຍ​ຮ້ອຍ​ປີ,ປະຈຸ​ບັນ ທາງ​ຮ່ອມ​ໄດ້​ກາຍ​ເປັນ​ຊື່​ຂອງ​ສິ່ງ​ກໍ່ສ້າງ​ທີ່​ໝາຍ​ເຖິງຖະໜົນສາຍ​ນ້ອຍ​ຢູ່​ເມືອງ​ພາກ​ເໜືອ​ຂອງ​ຈີນ.ທາງ​ຮ່ອມ​ຂອງ​ປັກກິ່ງ​ສ່ວນ​ຫຼາຍ​ແມ່ນ​ສ້າງ​ຕາມ​ທິດ​​ຕາ​ເວັນ​ອອກ​ໄປສູ່​ທິດຕາ​ເວັນ​ຕົກ,ທຳ​ມະ​ດາ​ແລ້ວ,ຄວາມກວ້າງ​​ບໍ່​​ເກີນ9​ແມັດ.​ແຕ່​ກ່ອນ,ສິ່ງ​ກໍ່ສ້າງຢູ່​ສອງຟາກ​ທາງຫູ​ທົ້ງເກືອບ​​ແມ່ນ​ເຮືອນ 4 ດ້ານ​ໝົດ.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ສຽງ​ຮ້ອງ​ຈ່າວຂາຍ​ຕາມ​ທາງ​ຮ່ອມ​ຂອງ​ປັກ​ກິ່ງ.​ເມື່ອຊາວ​ປັກ​ກິ່ງ​​ໃນ​ທາງ​ຮ່ອມ​ໄດ້ຍິນ​ສຽງ​ຮ້ອງ​ຈ່າວຂາຍ​ແລ້ວ,ກໍ​ຮູ້​​​ໂລດ​ວ່າ ພໍ່ຄ້າ​ແມ່ຂາຍ​ເອົາ​ຫຍັງ​ມາ​ຂາຍ​ໃຫ້.​ແຕ່​ກ່ອນ,ສຽງ​ຮ້ອງຈ່າວ​ຂາຍ​ໃນ​ທາງ​ຮ່ອມ​ເມືອງ​ປັກ​ກິ່ງ​ແມ່ນ​ມີ​ໝົດ​ຕະຫຼອດປີ​​ແຕ່​ເຊົ້າຮອດ​ຄ່ຳ.​ໃນ​ຄາວ​ນັ້ນ,ຄົນ​ທັງຫຼາຍ​ທີ່ຢູ່​ໃນ​ທາງ​ຮ່ອມ​ຢາກ​​ຊື້​ຫຍັງ​ ກໍ​ບໍ່​ຕ້ອງ​ອອກ​ທາງ​ຮ່ອມ,ພໍ່ຄ້າ​ແມ່​ຂາຍ​ຈະ​ສົ່ງ​ມາ​ຮອດ​ໜ້າ​ເຮືອນ​ເລີຍ.ອາດ​​ເວົ້າ​ໄດ້ວ່າ,ທາງຮ່ອມ​ບໍ່​ພຽງ​ແຕ່​ແມ່ນທາງ​​ເຂົ້າອອກ​ເຮືອນ​ຂອງ​ສາມັນ​ຊົນ​ປັກ​ກິ່ງ​​ເທົ່າ​ນັ້ນ,ຍິ່ງ​ແມ່ນ​ຫໍພິພິທະ​ພັນ​ຮີດຄອງ​ປະ​ເພນີ​ແຫ່ງ​ໜຶ່ງ,​ໄດ້​ຈົ່ງ​ຮອຍ​ຊີວິດ​ສັງຄົມ​​ໄວ້ຢ່າງ​ຫຼວງ​ຫຼາຍ.



1  2  3