ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-30 16:03:27    
ທາງ​ຮ່ອມຂອງ​ປັກ​ກິ່ງ​

cri Author: da


ອາດ​ເວົ້າ​ໄດ້​ວ່າ,ທາງ​ຮ່ອມ​ປັກ​ກິ່ງ​ຫຼາຍຈົນ​ນັບ​ບໍ່​ຖ້ວນ,ຈົນ​ມີ​ສຸພະ​ສິດ​ວ່າ"ທາງ​ຮ່ອມທີ່​ມີ​ຊື່​ສຽງ​ມີ 360 ສາຍ,​ແຕ່​ທາງ​ຮ່ອມ​ທີ່​ບໍ່​ມີຊື່​ພັດ​ຫຼາຍ​ປານ​ຂົນ​ງົວ".ທາງ​ຮ່ອມ​ຂອງ​ປັກ​ກິ່ງ​​ໃນ​ຍາມຫຼາຍ​ທີ່​ສຸດ​ມີ​ຮອດ 6 ພັນ​ກວ່າ​ສາຍ.ຢ່າ​ສູ່​ຄິດວ່າ​ທາງ​ຮ່ອມ​ປັກ​ກິ່ງລ້ວນ​ແຕ່​ແມ່ນ​ຝາ​ແລະ​ດິນຂໍ​ສີ​ຂີ້​ເຖົ່າ,​ເບິ່ງ​ແລ້ວ​ຄື​ວ່າ​ຄື​ກັນ​ໝົດ,ບໍ່​​ມີ​ຈຸດ​ພິ​ເສດ​ຫຍັງ.​ແຕ່​ທີ່​ຈິງ​ແລ້ວ,ທາງ​ຮ່ອມ​ທຸກ​​ເສັ້ນ​ລ້ວນ​ແຕ່​ມີ​ນິທານ​ຂອງ​ຕົນ.ທ່ານ​ຫຼີມິ​ງ​ເຕີ ນັກ​ຮີດຄອງ​ປະ​ເພນີວິທະຍາ​ເວົ້າວ່າ,ຈາກ​ຊື່​ຂອງ​ທາງ​ຮ່ອມ​ທີ່​ມີ​ລັກສະນະ​ຕ່າງ​ກັນ ​ກໍ່​ສາມາດ​ເຂົ້າ​ໃຈ​ຊີວິດ​ການ​ເປັນ​ຢູ່​ໃນ​ທາງ​ຮ່ອມ​ໃນ​ຄາວ​ນັ້ນ,ທາງ​ຮ່ອມບາງ​ເສັ້ນ​ຍັງ​​ໄດ້ຝາກ​ຝັງຄວາມ​ຫວັງ​ຂອງ​ຄົນ.


"ມີທາງ​ຮ່ອມ​ເສັ້ນໜຶ່ງ​ຊື່ວ່າ"​ໄປ​ຮວ່າ​ເຊິ່ນ​ຊູ້"​ແປ​ວ່າ"ບ່ອນ​ທີ່​ມີດ​ອກ​ໄມ້​ນາໆ​ຊະນິດ",ຟັງ​ແລ້ວ​ກໍ​ຮູ້ສຶກ​ງາມ​ຫຼາຍ.ມີບາງ​ແຫ່ງ​ເຄີຍ​ເປັນບ່ອນຢູ່​ຂອງ​ຜູ້​ມີ​ຊື່​ສຽງ​,ອາດ​ຈະ​ແມ່ນ​ຜູ້​ທີ່​ມີ​ອິດ​ທິພົນ​ໃນ​ຄາວ​ນັ້ນ,ທາງ​ຮ່ອມ​ກໍ​ຕັ້ງຊື່​ຕາມ​ຊື່​ຂອງຜູ້ນັ້ນ,​ແລ້ວ​ສືບ​ທອດກັນ​ມາ​ຮອດ​ປະຈຸ​ບັນ."

ທ່ານ​ຫຼີມິ​ງ​ເຕີ​ເວົ້າວ່າ,ມີທາງ​ຮ່ອມ​​ເສັ້ນໜຶ່ງມີ​ຮູບ​ຄື​ກັບ​ໄມ້​ສ້າວ,​ເລີຍ​ເອີ້ນ​ເປັນ"ທາງ​ຮ່ອມ​ໄມ້ສ້າວ";ມີທາງ​ຮ່ອມ​​ເສັ້ນໜຶ່ງ​ມີ​ຮູບຄື​ສາຍ​ແອວ​ຢົກຂອງ​ຂຸນ​ນາງສະ​ໄໝ​ບູຮານ,​​ເລີຍເອີ້ນ​ເປັນ"ທາງ​ຮ່ອມ​ສາຍ​ແອວ​ຢົກ";ຍັງ​ມີທາງ​ຮ່ອມ​ອີກ​​ເສັ້ນໜຶ່ງ​ເອີ້ນ​ວ່າ"ຢັ່ນ​ໄຕ້​ເຊ​ເຈ"​ແປ​ວ່າ"ທາງ​ຮ່ອມ​ຖົງ​ຢາສູບ",​​ຍ້ອນ​ວ່າ​ແຕ່​ກ່ອນ​ຢູ່​ແຫ່ງ​ນີ້​ເຄີຍ​​ເປັນ​ບ່ອນ​ຂາຍ​ຖົງ​ຢາສູບ.

ດຽວ​ນີ້,ທາງ​ຮ່ອມ​ທີ່​ມີ​ສະ​ເພາະຢູ່​ປັກ​ກິ່ງ​ໄດ້​ກາຍ​ເປັນພາຫະ​ຂອງວັດທະນະທຳ​ ​ປັກ​ກິ່ງ,​ໄດ້​ດູດດຶງ​ໃຈ​ຄົນ​ທັງຫຼາຍ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ດ້ວຍ​ສະ​ເໜພິ​ເສດ​ຂອງ​ຕົນ.ທ່ານ​ຄວ້າງ​ຫັນ ນັກ​ແຕ້ມ​ຮູບຈີນທີ່​ມີ​ຊືລື​ນາມ​ຍ້ອນ​ຊ່າງ​ແຕ້ມ​ທາງ​ຮ່ອມ​ເວົ້າວ່າ,ທ່ານ​ເກີດ​ຢູ່​ພາກ​ໃຕ້ຂອງ​ຈີນ,​ແຕ່​ພໍມາ​ຮອດ​ປັກ​ກິ່ງ​ກໍ​ຕິດ​ໃຈ​ນຳ​ທາງ​ຮ່ອມ​ໃນ​ທັນທີ.ທ່ານ​ເວົ້າວ່າ:


"ທາງ​ຮ່ອມ​ຂອງ​ເມືອງ​ປັກ​ກິ່ງ​ແມ່ນ​ສິລະ​ປະຂະ​ແໜງ​ໜຶ່ງ,​ໄດ້​ຜ່ານ​ມາ​ຫຼາຍ​ຮ້ອຍ​ປີ​ແລ້ວ.​ເໝືອນ​ດັ່ງ​ຜູ້​ເຖົ້າທີ່​ໄດ້​ຜ່ານ​ເວລາ​ມາ​ຫຼາຍ​ຟ້າ​ຫຼາຍ​ປີ,ມີຮອຍ​ຍູ່​ເຕັມ​ໜ້າ,ກະ​ໂຕ​ມັນ​​ເອງ​ກໍມີ​ເອກະລັກ​ພິ​ເສດ​ຫຼາຍທີ່​ສຸດ​ແລ້ວ."



1  2  3