ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-30 16:03:27    
ທາງ​ຮ່ອມຂອງ​ປັກ​ກິ່ງ​

cri Author: da


ທາງ​ຮ່ອມ​ຂອງ​ປັກ​ກິ່ງ​ທີ່​​ໜ້າ​​ທ່ຽວ​ກວ່າ​ໝູ່​ແມ່ນ​ທາງ​ຮ່ອມຢູ່​ມໍ່​ໜອງ​ສື​ຊ້າ​​ໄຫ.ໜອງ​ສື​ຊ້າ​ໄຫ​ຕັ້ງຢູ່​ໃຈ​ກາງ​ເມືອງ,ປະກອບ​ດ້ວຍ​ໜອງ​ເຊ​ນ​ໄຫ ໜອງ​ໂຮ້ວ​ໄຫ​ແລະ​ໜອງ​ສີ່​ໄຫ.ຢູ່​ບ່ອນ​ຄົບລະຫວ່າງ​ໜອງ​ເຊ​ນ​ໄຫ​ກັບ​ໜອງ​ໂຮ້ວ​ໄຫ​ໄດ້​ສ້າງ​​ຂົວ​ຫີນ​ກົ່ງ​ທີ່​ກະທັດ​ຮັດ​ແຫ່ງ​ໜຶ່ງ,​ເອີ້ນ​ວ່າຂົວ"​ຢິນຕິ້ນສຽວ".ຢູ່​ອ້ອມ​ຂ້າງຂົວ"​ຢິນຕິ້ນສຽວ"ມີ​ພາບ​ວິວທິວ​ທັດ​ອັນ​ສວຍ​ງາມ,ປິນຂຶ້ນ​ຂົວ​ຫີນ​ກົ່ງ​ດັ່ງກ່າວ​ຈ້ອງ​ມອງ​ເບິ່ງ​ທາງ​ໄກ​ແມ່ນ​ເລື່ອງ​ທີ່​​ແຈບ​ໃຈ​ທີ່​ສຸດ,​ໃນ​ຍາມ​ອາກາດປອດ​​ໂປ່​ງ,ທ່ານ​ຍັງ​ສາມາດ​​ເບິ່ງເຫັນ​ຮູບ​ພູ​ ​ຢູ່​ທາງ​ໄກຢ່າງ​ຊັດ​ເຈນ.ຢູ່​ອ້ອມ​ຂ້າງ​ໜອງ​ສື​ຊ້າ​ໄຫ​ມີ​ທາງ​ຮ່ອມ​ແລະ​ເຮືອນ 4 ດ້ານ​ທີ່​ຖືກ​ຮັກສາ​ໄວ້​ເປັນ​ຢ່າງ​ດີ​ຫຼາຍ​ແຫ່ງ,​ໃນ​ນັ້ນກໍ​ມີ​ເຮືອນ​ເກົ່າ​ຂອງ​ບຸກຄົນ​ຜູ້​ມີ​ຊື່​ສຽງ,ທັງ​ມີ​ສວນ​ອຸທິຍານ​ສ່ວນ​ຕົວ​ທີ່​ຖືກ​ຮັກສາ​ໄວ້​ເປັນ​ຢ່າງ​ດີ​ຫຼາຍ​ແຫ່ງ,​ເຊັ່ນ​ຕຳ​ໜັກກົ່ງ​ວັງ​ຝູ​ເປັນຕົ້ນ,​ເປັນ​ໜ້າ​ໄປ​ທ່ຽວ​ຊົມຫຼາຍ.

ໃນ​ຫຼາຍ​ປີ​ມາ​ນີ້,ຄຽງ​ຄູ່​ກັບ​ການຂະຫຍາຍ​ຕົວຂອງ​ການ​ກໍ່ສ້າງ​ຕົວ​ເມືອງ,ຕຶກ​ອາຄານຢູ່​ໃນ​ເມືອງ​ປັກ​ກິ່ງ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,ທາງ​ຮ່ອມ​ພັດ​ນັບ​ມື້​ນັບ​ໜ້ອຍ​ລົງ.ປະຈຸ​ບັນ ອົງການ​ປົກ​ຄອງ​ນະຄອນ​ປັກ​ກິ່ງ​ໄດ້​ເລີ່​ມປົກ​ປັກ​ຮັກສາ​ທາງ​ຮ່ອມ​ທີ່​ມີ​ຈຸດ​ພິ​ເສດສ່ວນ​ໜຶ່ງ.​ເພື່ອ​ເຮັດ​ໃຫ້​ຄົນທັງຫຼາຍຊອກຮູ້​​ຊີວິດ​ການ​ເປັນ​ຢູ່​ຂອງ​ປັກ​ກິ່ງເກົ່າ,ກົມ​ທ່ອງ​ທ່ຽວ​ນະຄອນ​ປັກ​ກິ່ງຍັງ​​ໄດ້​ຈັດ​ລາຍການ"ທ່ຽວ​ທາງ​ຮ່ອມ",​​ໃຫ້​ນັກ​ທ່ອງ​ທ່ຽວ​ຂີ່​ລົດ​ສາມ​ລໍ້​ທີ່​ມີຄົນ​ລາກ​​ໄປ​ທ່ຽວ​ເຮືອນ 4 ດ້ານ,ກິນນ້ຳຊາ​ຂຽວ,ຟັງນິທານ​ປັກ​ກິ່ງ​​ເກົ່າ,​​ໃຫ້​ພວກ​ເຂົາ​ເຈົ້າສຳຜັດກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ພວກ​​ເຂົາ​ເຈົ້າ.​ເນື້ອ​ໃນຂອງ​ການ"ທ່ຽວ​ທາງ​ຮ່ອມ"​​ລວມທັງ​ຜູ່​ນຳ​ທ່ຽວ​ພາ​ແຂກ​ໄປ​ຊົມ​ເບິ່ງ​ຫໍລະຄັງຂອງ​ປັກ​ກິ່ງ,​ເບິ່ງ​ໂສມ​ໜ້າ​ທົ່ວ​ເມືອງ​ປັກ​ກິ່ງຈາກ​ບ່ອນ​ສູງ;ພາ​ແຂກ​ເຂົ້າທາງ​ຮ່ອມ,ຂີ່​ລົດ​ສາມ​ລໍ້​​ທ່ຽວ​ທາງ​ຮ່ອມ,ຊົມ​ເບິ່ງ​ເຮືອນ​ເກົ່າ​ຂອງ​ຜູ້​ມີ​ຊື່​ສຽງ​ແລະ​ຕຳ​ໜັກ​ທີ່​ມີ​ຊື່​ສຽງ;ພາ​ແຂກ​ເຂົ້າ​ເຮືອນ 4 ດ້ານ​ລົມ​ກັບ​​ໄທ​ເມືອງ,ຊອກຮູ້​ຊີວິດ​ການ​ເປັນ​ຢູ່​ຂອງຄົນຈີນຜູ້​ທຳ​ມະ​ດາສາມັນ​ເປັນຕົ້ນ.


ທ່ານ​ກຸນ​ເຕີ ​ເວນ ​ທີ່​ມາ​ຈາກ​ເຢຍລະ​ມັນ​ເວົ້າວ່າ,ຂີ່​ລົດ​ສາມ​ລໍ້​ທ່ຽວ​ທາງ​ຮ່ອມ,ບໍ່​ພຽງ​ແຕ່​ສະດວກ​ເທົ່າ​ນັ້ນ,ຍັງ​ສາມາດ​ສັງ​ເກດ​ເບິ່ງ​ທາງ​ຮ່ອມ​ຢ່າງ​ລະອຽດອີກ.ທ່ານ​ເວົ້າວ່າ:

"ຂ້າພະ​ເຈົ້າ​ເຄີຍ​ເຫັນ​ລົດ​ທີ່​ຄ້າຍຄື​ກັນນີ້​ຢູ່​ອິນ​ເດຍ,ລົດ​​ແບບນີ້​ດີ​ຫຼາຍ,​ເໝາະ​​ໃຊ້​ໃນ​ການທ່ຽວ​ທາງ​ຮ່ອມ​ຫຼາຍ,ສາມາດ​ຂີ່​ລົດ​ນີ້​ໄປ​ທຸກ​ຂອງ​ຂອກ​ເຄ​ແຈ​ຮົ້ວຂອງທາງ​ຮ່ອມ,ສ່ວນ​ລົດ​ຕັກ​ຊີ​ພັດ​ເຮັດ​ບໍ່​ໄດ້.ທາງ​ຮ່ອມ​ດີ​ຫຼາຍ,​ແມ່ນ​ເອກະລັກ​ພິ​ເສດ​ຂອງ​ປັກ​ກິ່ງ,​ເມື່ອ​ທຽບ​ກັບ​ຕຶກ​ອາຄານ​ສູງ​ສຽບ​ຟ້າແລະ​ຄຸ້ມ​ການ​ຄ້າ​ແລ້ວ,ຂ້າ​ພະ​ເຈົ້າມັກ​ທາງ​ຮ່ອມ​ຂອງ​ປັກ​ກິ່ງ​ຫຼາຍ​ກວ່າ."​

ການ​ຂີ່​ລົດ​ສາມ​ລໍ້​ປະ​ເພດ​ດັ່ງກ່າວ​ໄປ​​ເລາະ​ທ່ຽວ​​ທາງ​ຮ່ອມ​ໃນເຂດ​ໜອງ​ສື​ຊ້າ​ໄຫ,​ແມ່ນ​ລາຍການ​ທີ່​ຄົນ​ຕ່າງປະ​ເທດ​ແລະຄົນ​ຕ່າງ​ຖິ່ນ​ຂອງ​ຈີນ​ທີ່​ມາ​ທ່ຽວ​ປັກ​ກິ່ງ​ນິຍົມ​ທີ່​ສຸດ.
1  2  3