ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-05 10:31:46    
ທ່ານ​ເສີນ​ເຈີ ຜູ່​ອະ​ນຸ​ລັກ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ຈີນ

cri Author: sayvanny

ທ່ານ​ເສີນ​ເຈີ ທີ່​ຈະ​ແນະ​ນຳ​ໃຫ້​ທ່ານ​ຮູ້​ໃນ​ລາຍ​ການ​ມື້​ນີ້​ແມ່ນ​ຜູ່​ອະ​ນຸ​ລັກ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຢ່າງ​ຈົດ​ຈໍ່ຜູ່​ຫນຶ່ງ. ​ໃນສິບ​ກວ່າ​ປີ​ມາ​ນີ້, ​ເພິ່ນ​ໄດ້​​ເຂົ້າ​ສູ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ​ໃຈ​ຈົດ​ໃຈ​ຈໍ່​ໃນ​ການ​ກອບ​ກູ້​ແລະ​ອະ​ນຸ​ລັກ​ສາຍ​ເລືອດ​ແຫ່ງ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ໄດ້​ເປີດ​ເສັ້ນ​ທາງ​ສືບ​ທອດ​ສິນ​ລະ​ປະ​ພື້ນ​ເມືອງ, ພາ​ລະ​ກິດ​ຂອງ​​ເພິ່ນ​ຄ່ອຍໆ​ພາ​ໃຫ້​ຄົນ​ທັງ​ຫລາຍ​​ເອົາ​ໃຈ​ໃສ່​​ນັບ​ມື້​ນັບ​ຫລາຍ.

ກ່ອນ​ທ່ານ​ເສີນ​ເຈີ​ເຮັດ​ວຽກ​ອະ​ນຸ​ລັກ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ, ​ເພິ່ນ​ເຄີຍ​ເປັນ​ນັກ​ແຕ່ງ​ເນື້ອ​ເພງ​ທີ່​ປະ​ຈັກ​ຕາຄົນ​ບົນ​ເວ​ທີ​​ເພງ​ຂອງ​ຈີນ, ບົດ​ເພງ​ຫລາຍໆ​ບົດ​ທີ່​​ເພິ່ນ​ແຕ່ງ​ນັ້ນ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຄົນ​ທັງ ຫລາຍ,ຄື​ເພງ​ເຮັດ​ໃຫ້​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ, ພູ​ພຽງ​ດິນ​ເຫລືອງ,​ໄປຊີ​ໂຄ​ວ,​ແລະ​ເພງ​ດຽວ​ກັນ​ເປັນ​ຕົ້ນ​ລ້ວນ​ແຕ່​ມີ​ຊື່​ລື​ນາມ​ໃນ​ຊຸມ​ປີ 80-90 ສະ​ຕະ ວັດ​ແລ້ວ​ນີ້.

​ເພງ​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ຊື່​ວ່າ​ເຮັດ​ໃຫ້​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ທີ່​ແຕ່ງ​ໂດຍ​ທ່ານ​ເສີນ​ເຈີ,ນີ້​ແມ່ນ​ເພງ​ທີ່​ເພິ່ນ​ແຕ່ງໃນ​ປີ 1986 ​ໃຫ້​ແກ່​ປີ​ສັນ​ຕິ​ພາບ​ສາ​ກົນ.​ເພງ​ນີ້​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ​ຢ່ຈີນ​ໃນ​ຄາວ​ນັ້ນ,ທ່ານ​ເສີນ​ເຈີ​ກໍ່​ໄດ້​ມີ​ຊື່​ລື​ນາມ​ຂຶ້ນ​ຍ້ອນ​ເພງ​ນີ້. ຈາກ​ນັ້ນມາ, ຊື່​ຂອງ​​ເພິ່ນ​ໄດ້​ຖືກ​ຄົນ​ທັງ ຫລາຍ​ຄຸ້ນ​ເຄີຍ​ໂດຍ​ຄຽງ​ຄູ່​ກັບ​ເພງ​ພູ​ພຽງ​ດິນ​ເຫລືອງ​ແລະ​ເພງ​ດຽວ​ກັນ​ເປັນ ຕົ້ນ.​ເລີ່​ມ​ແຕ່​ຕົ້ນ​ຊຸມ​ປີ 90 ,ທ່ານ​ເສີນ​ເຈີ​ໄດ້​ເລີ່​ມ​ທົດ​ລອງ​ຂຽນ​ບົດ​ເພງ​ທີ່​ມີ​ສີ​ສັນ​ຕ່າງ​ກັນ,​ແລະ​ໄດ້​ແຕ່ງ​ປະ​ມວນ​ເພງ​ດວງ​ຈັນ​ສີ​ດຳ​ແລະ​ເພງ​ຣອກ​ແອນ​ໂຣ​ນເຊີນ​ໂຈວ​ເປັນ​ຕົ້ນ, ການ​ປະ​ດິດ​ຄິດ​ແຕ່ງ​ໃນ​ດ້ານ​ດົນ​ຕີ​ຂອງ​​ເພິ່ນ​ໄດ້​ຮັບ​ຄວາມ​ຢືນ​ຢັນ​ຢ່າງ​ເຕັມ​ສ່ວນ​ຈາກ​ຄົນ​ທັງ​ຫລາຍ.

​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ເສີນ​ເຈີ​ເວົ້າ​ວ່າ, ຜົນ​ງານ​ທີ່​ເພິ່ນ​ໄດ້​ຮັບ​ແລະ​ຄວາມ​ຍ້ອງຍໍ​ຂອງ​ຄົນ​ທັງ​ຫລາຍ​ໃນ​ຄາວ​ນັ້ນ​ໄດ້​ເຊີດ​ຊູ​ກຳ​ລັງ​ໃຈ​ເພິ່ນ​ຫລາຍ​ທີ່​ສຸດ, ​ໄດ້​ເຮັດ​ໃຫ້​​ເພິ່ນມີ​ຄວາມ​ຫ້າວ​ຫັນ​ໃນ​ການ​ປະ​ດິດ​ຄິດ​ແຕ່ງ​ຢ່າງ​ຫລວງ​ຫລາຍ.ທີ່​ຈິງ​ແລ້ວ,​ໃນ​ຍາມ​ຍັງ​ນ້ອຍ,ທ່ານ​ເສີນ​ເຈີ​ບໍ່​ເຄີຍ​ຄິດ​ເລີຍ​ວ່າ​ຈະ​ເດີນ​ຕາມ​ເສັ້ນ​ທາງ​ແຕ່ງ​ເພງ,​ເພິ່ນ​ແມ່ນ​ເລີ່​ມກ້າວ​ເຂົາ​ເສັ້ນ​ທາງ​ແຕ່ງ​ເພງ​ໃນ​ການ​ຫລໍ່​ລ້ຽງ​ຂອງ​ວັນ​ນະ​ຄະ​ດີ,​ເນື້ອ​​ເພງ​ທີ່​​ເພິ່ນ​ຂຽນ​ນັນ​ເຕັມ​ໄປ​ດ້ວຍ​ກິ່ນ​ອາຍ​ວັນ​ນະ​ຄະ​ດີ​ອັນ​​ເຂັ້ມ​ຂຸ້ນ.


1  2  3  4