ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-07 11:04:36    
ແຟນ​ຈີນ​ສະ​ເຫວີຍ​ງານ​ແຂ່ງ​ຂັນ​ເຕະ​ບານ​ຊິງ​ຂັນ​ໂລກ

cri Author: sayvanny

ງານ​ແຂ່ງ​ຂັນ​ເຕະ​ບານ​ຊິງ​ຂັນ​ໂລກ​ຄັ້ງ​ທີ 18 ທີ່​ຈັດ​ຂຶ້ນ​ຢູ່​ສ.​ເກົາ​ຫລີ​ແລະ​ຍີ່​ປຸ່ນ​ເມື່ອ​ປີ 2002 ​ແມ່ນ​ທິມ​ບານ​ເຕະ​ເພດ​ຊາຍ​ແຫ່ງ​ຊາດ​ຈີນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮອບ​ຊິງ​ຂັນ​ໂລກ​ຂອງ​ງານ​ແຂ່ງ​ຂັນ​ລະ​ດັບ​ສາ​ກົນ​ຂະຫນາດ​ໃຫຍ່​ນີ້​ເປັນ​ຄັ້ງ​ທຳ​ອິດ.​ໃນ​ຄາວ​ນັ້ນ,​ແຟນ​ຈີນ​ໄດ້​ຫລັ່ງ​ໄຫລ​ເຂົ້າສ.​ເກົາ​ຫລີ,​ເຊຍ​ໃຫ້​ທິມຈີນ​,ສ່ວນ​ບັນ​ຍາ​ກາດ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ກໍ່​ຄຶກຄຶ້ນ​ຟົດ​ຟື້ນ​ທີ່​ສຸດ.ຫລັງ​ຈາກ​ນັ້ນ​ສີ່​ປີ, ​ໃນ​ການ​ແຂ່ງ ຂັນ​ເຕະ​ບານ​​ຊິງ​ຂັນ​ໂລກ​ຮອບ​ຄັ້ງ​ທີ 19​ທີ່​ຈັດ​ຂຶ້ນ​ຢູ່​ເຢຍລະ​ມັນ, ທິມຈີນ​ບໍ່​ໄດ້​ເຂົ້າ​ຮ່ວມ.ດຽວ​ນີ້, ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ທີ່​ເຢຍລະ​ມັນ​​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ, ​ແຟນຈີນ​ມີ​ຄວາມ​ຮູ້ສຶກ​ແນວ​ໃດຕໍ່​ງານ​ແຂ່ງຂັນ​ເທື່ອ​ນີ້.

ເຖິງ​ວ່າ​ທ່ານ​ບໍ່​ເຂົ້າ​ໃຈ​ຄຳ​ສະ​ເຫນີ​ສະ​ພາບ​ການ​ເຕະ​ບານ​ຂອງ​ໂຄສົກ​ໂທ​ລະ​ພາບ​ຂອງ​ຈີນ,​ແຕ່​ຄວາມ​ຫ້າວ​ຫັນ​ແລະ​ຄວາມ​ກະ​ຕຸ້ນ​ໃຈ​ໃນ​ສຽງ​ເວົ້າ​ເມື່ອ​ກີ້​ນີ້​ແມ່ນ​ຜູ່​ໃດ​ກໍ່​ໄດ້​ຮູ້​ສຶກ​ເຖິງ​ແລ້ວ, ​ເວົ້າ​ສຳ​ລັບ​ຄົນ​ຈີນ​ທີ່​ໄດ້​ຟັງ​ຄຳ​ອະທິ ບາຍ​ແນວ​ນີ້, ​ເຖິງ​ວ່າ​ແມ່ນ​ງານ​ແຂ່ງ​ຂັນ​ບານ​ເຕະ​ທີ່​ບໍ່​ມີ​ທິມ​ຈີນ​ເຂົ້າ​ຮ່ວມ​ກໍ່ຕາມ, ​ແຕ່​ກໍ່​ໄດ້​ນຳ​ເອົາ​ຄວາມ​ມ່ວນ​ຊື່ນ​ແລະ​ຄວາມ​ກະ​ຕື​ລື​ລົ້ນ​ອັນ​ພຽງພໍ​ມາ​ຍັງ​ພວກ​ເຂົາ.​ເພາະ​ວ່າ, ກະ​ໂຕ​ບານ​ເຕະ​ມັນ​ເອງ​ກໍ່​ແມ່ນ​ກິ​ລາ​ທົ່ວ​ໂລກ,ຢູ່​ທີ່​ນີ້, ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ພາ​ສາ ວັດ​ທະ​ນະ​ທຳ​ແລະ​ປະ​ເທ​ດ​ໄດ້​ຖືກ​ມ້າງ​ຫມົດ, ຫມົດ​ທຸກຄົນ​ໃນ​ໂລກ​ເຊິ່ງ​ລວມ​ທັງ​ຄົນ​ຈີນ​ລ້ວນ​ແຕ່​ໄດ້​ສຳ​ນຶກ​ຮູ້​ບັນ​ຍາ​ກາດ​ທີ່​ຄື​ກັນ.

1  2  3