ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-07 11:04:36    
ແຟນ​ຈີນ​ສະ​ເຫວີຍ​ງານ​ແຂ່ງ​ຂັນ​ເຕະ​ບານ​ຊິງ​ຂັນ​ໂລກ

cri Author: sayvanny

ທ່ານ​ເສິງ​ເຕີ​ກ່າງ ບັນ​ນາ​ທິ​ການ​ຫນັງ​ສື ອາ​ຍຸ 26 ປີ​​ແມ່ນ​ຄົນ​ປັກ​ກິ່ງ​ກໍ່​ແມ່ນ​ແຟນ​ບານ​ແນວ​ນີ້.​ໃນ​ງານ​ແຂ່ງ​ຂັນ​ເຕະ​ບານ​ຊິງ​ຂັນ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ແມກ​ຊິກ​ເມື່ອ​ປີ 1986, ທ່ານ​ມັກ​ທິມອີ​ຕາ​ລີ,ປີ 1990 ​ໃນ​ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຂັນ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ອີ​ຕາ​ລີ, ທ່ານ​ກໍ່​ຖືກ​ພິດ​ຊິ​ຍ້ອນວິຊາ​ຂອງ​ທ່ານ​ໂລ​ເບີດ.ບາ​ຈອນ​​ແລະ​ດາລາ​ບານ​ເຕະ​ອີ​ຕາ​ລາ​ທີ່​ມີ​ຊື່​ສຽງ​ໃນ​ຄາວ​ນນັ້ນ.​ໃນ​ງານ​ແຂ່ງຂັນ​​ເຕະ​ບານ​ຊິງ​ຂັນ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ເຢຍ​ລະ​ມັນ​ປີ​ນີ້,ທ່ານ​ຍິ່ງ​​ສົນ​ໃຈ​ນຳ​ການສະ​ແດງ​ຂອງ​ທິມອີ​ຕາລາ​ໂດຍ​ຕະ​ຫລອດ.ທ່ານ​ເຫັນ​ວ່າ, ຄວາມ​ຮູ້​ສຶກ​ຂອງ​ແຟນ​ບານ​ແທ້​ຈິງ​ຜູ່​ຫນຶ່ງທີ່​ສະ​ເຫວີຍ​ບານ​ເຕະ​ນັ້ນ​ແມ່ນ​ບໍ​ລິ​ສຸດ​ທີ່​ສຸດ.ທ່ານ​ເວົ້າວ່າ:

ເຖິງ​ວ່າ​ທິມຈີນ​ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຊິງ​ຂັນ​ໂລກ​ກໍ່ຕາມ, ​ເຖິງ​ວ່າ​​​ໂມງ​ເຢຍລະ​ມັນ​ກັບ​ໂມງ​ປັກ​ກິ່ງ​ໂຕນ​ກັນ 6 ຊົ່ວ​ໂມງ​ກໍ່​ຕາມ, ​ແຕ່​ທັງ​ຫມົດ​ເຫລົ່າ​ນີ້​ລ້ວນ​ແຕ່​ບໍ່​ສາ​ມາດ​ສະກັດ​ກັ້ນ​ແຟນບານ​ແທ້​ຈິງ​ຜູ້​ຫນຶ່ງ​​ເບິ່ງ​ການ​ແຂ່ງ​ຂັນ.​ເມື່ອ​ທຽບ​ກັບ​ສີ່​ປີ​ກ່ອນ, ຈຳ​ນວນ​ແຟນ​ບານ​ທີ່​ເບິ່ງ​ການ​ແຂ່ງຂັນ​ໂດຍ​ຜ່ານ​​ໂທລະ ພາບ​ນັ້ນຈະ​ຫລຸດ​ຫນ້ອຍ​ລົງ, ​ແຕ່​ແຟນ​ບານ​​ແທ້​ຈິງ​ນັ້ນ​ຕ້ອງ​ເບິ່ງ​ແທ້ໆ​ຕະຫລອດ​ຄືນ​.​ທີ່ຈິງ​ແລ້ວ, ພວກ​ເຮົາ​ຈະ​ໄດ້​ສະ​ເຫວີຍ​ບານ​ເຕະ​ອ້ອຍຕ້ອຍ​ທີ່​ສຸດ.

​ແຟນບານ​ຈີນ​ທີ່​ບໍ່​ມົວ​ເມົາ​ປານ​ໃດ,ກໍ່​ໄດ້​ສົນ​ໃຈ​ນຳ​ງານ​ແຂ່ງຂັນ​​ເຕະ ບານ​​ຊິງ​ຂັນ​ໂລກ​ດ້ວຍ​ຮູບ​ການ​ຕ່າງໆ.ພວກ​ເຂົາ​ເຈົ້າອາດ​ຈະ​ບໍ່​ເບິ່ງ​ການຖ່າຍ​ທອດ​ສົດ​​ແຕ່ລະ​ຮອບ​,ອາດ​ຈະ​ບໍ່​ມີ​ທິມທີ່​ຕົນ​ເອງ​ສະຫນັບ​ສະ​ຫນູນ​ແລະ​ຮັກ​ຫອມ, ​ແຕ່​ງານ​ແຂ່ງຂັນ​ເຕະ​ບານ​ຊິງ​ຂັນ​ໂລກ​ຍັງ​ຄົງ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ ຮູ້​ສຶກ​ມ່ວນ​ຫລາຍ.ທ່ານ​ລຽງ​ຈື້ມິນ ​ອາ​ຍຸ 32 ປີ ພະ​ນັກ​ງານ​ບໍ​ລິ​ສັດ​​ຢູ່​ປັກ​ກິ່ງ​ກໍ່​ແມ່ນ​ແຟນບານ​​ແບບ​ນີ້​ຜູ່​ຫນຶ່ງ, ທ່ານ​ບອກ​ນັກ​ຂ່າວ​ວ່າ,​ແຕ່​ວັນ​ຈັນ​ຮອດ​ວັນ​ສຸກ, ລາວ​ພຽງ​ແຕ່​ເບິ່ງ​ການ​ແຂ່ງຂັນ​ເຄິ່ງນັດໃນ​ທຸກ​ມື້,​​ເມື່ອ​ຮອດ​ທ້າຍ​ສັບປະດາ​ແລ້ວ, ລາວ​ຈິ່ງ​ເບິ່ງ​ການ​ແຂ່ງຂັນ​ເຕັມ​ນັດ.​ເຖິງ​ວ່າ​ຈະ​ບໍ່​ຕັ້ງອົກ​ຕັ້ງ​ໃຈ​ປານ​ໃດ,​ແຕ່​ທ່ານ​ລຽງ​ຈື້ມິນ​ພັດ​ເຫັນ​ວ່າ,​ພາຍຫລັງ​ງານ​ແຂ່ງຂັນ​ບານ​ເຕະ​ຄັ້ງນີ້​ແລ້ວ, ທ່ານ​ຍ່ອມ​ຈະ​ມັກ​ກິລາ​ເຕະ​ບານໄດ້.ທ່ານ​ເວົ້າວ່າ:

1  2  3