ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-07 11:04:36    
ແຟນ​ຈີນ​ສະ​ເຫວີຍ​ງານ​ແຂ່ງ​ຂັນ​ເຕະ​ບານ​ຊິງ​ຂັນ​ໂລກ

cri Author: sayvanny

ເວົ້າສຳລັບ​ຂ້າພະ​ເຈົ້າ​ແລ້ວ, ຍ້ອນ​ວ່າຮູ້​ກິລາ​ເຕະ​ບານ​ເຕະຜືນໆ​ທໍ່​ນັ້ນ, ສະນັ້ນ, ​ຢູ່​ໃນ​ສະຫມອງ​ຮູ້​ແຕ່​ທິມ​ເກັ່ງ​ທີ່​ມີ​ຊື່​ສຽງ​ສອງ​ສາມ​ທິມ.​ແຕ່​ໃນ​ເວລາ​ເບິ່ງ​ການ​ແຂ່ງ​ຂັນ,ຂ້າພະ​ເຈົ້າຈິ່ງ​ປະກົດ​ເຫັນ​ວ່າ, ການປະພຶດ​ຂອງ​ທິມຈຳ ນວນ​ຫນຶ່ງ​ໄດ້​ຢູ່​ນອກແນວ​ຄິດ​ຂອງຂ້າພະ​ເຈົ້າ,ຕົວ​ຢ່າງ​ຄື​ທິມກົດ​ດີ​ວົວ,ທິມກາ​ນາ​ແລະ​ທິມ​ອົສ​ຕຼາ​ລີ.​ໃນ​ຄວາມ​ຊົງ​ຈຳ​ຂອງຂ້າພະ​ເຈົ້າ, ພວກ​ເຂົາ​ບໍ່​ແມ່ນ​ທິມ​ເກັ່ງ, ​ແຕ່​ເມື່ອ​ເບິ່ງ​ຈາກ​ການ​ປະພຶດ​ແລ້ວ​ເຫັນ​ວ່າ, ​ໂອຍ,ພວກ​​ເຂົາ​ເຕະ​ງາມຫລາຍ,ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ນີ້​ຖືກ​ດຶງ​ດູດ​ທີ່​ສຸດ.

ທິມຈີນ​ບໍ່​ໄດ້​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ​ເຕະ​ບາຍ​ຊິງ​ຂັນ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ເຢຍລະ​ມັນ, ​ມັນ​​ເປັນ​ເລື່ອງ​ເສຍ​ດາຍ;​ແຕ່​ແຟນ​ຈີນ​ຍັງ​ຄົງ​ໄດ້​ສະ​ເຫວີຍ​ອາ​ລົມ​ຈິດ​ທັງ​ຫມົດ​ທີ່​​ງານ​ແຂ່ງ​ຂັນ​ຊິງ​ຂັນ​ໂລກ​ນຳ​ເອົາ​ມາ​ໃຫ້​ພວກ​ເຂົາ​ເຈົ້າ,ນີ້​ແມ່ນ​ຍ້ອນ​ວ່າ​ບານ​ເຕະ​​ແມ່ນ​ພາ​ສາ​ໂລກ​ແນວ​ຫນຶ່ງ.​ແນ່​ນອນ​ແລ້ວ, ​ໃນ​ໄລ​ຍະ​ງານ​ແຂ່ງ​ຂັນ​ຊິງ​ຂັນ​ໂລກ,ກໍ່​ໄດ້​ປະກົດ​ມີ​ສະ​ພາບ​ການ​ທີ່​ຫນ້າ​ຕະ​ຫລົກ​ຄື ​ແມ່​ຫມ້າຍ​ບານ​ເຕະ, ຫມາຍ​ຄວາມ​ວ່າ, ​ແຟນ​ບານ​ເພດ​ຊາຍ​ຈຳ​ນວນ​ຫນຶ່ງ​ໄດ້​ທຸ່ມ​​ເທ​ກຳ​ລັງ​ວັງ​ຊາ​ທັງ​ຫມົດ​​​ໄປເບິ່ງ​ການ​ແຂ່ງ​ຂັນ​​ແລ້ວ,​ເມຍ​ຖືກ​ປະ​ໝາດ​ຄື​ບໍ່​ມີ​ຜົວ.​ແຕ່​ແນວ​​ໃດ​ກໍ່ຕາມ, ງານ​ແຂ່ງ​ຂັນ​ຊິງ​ຂັນ​ໂລກ​ຍັງ​ຄົງ​ເຮັດ​ໃຫ້​ແຟນ​ຈີນ​ໄດ້​ສະ​ເຫວີຍ​ງານ​ລ້ຽງ​ອັນ​ໃຫຍ່​ໂຕ​ທາງ​ດ້ານ​ຕາ​ແລະ​ອາ​ລົມ​ຈິດ​ໃນ​ລະດູ​ຮ້ອນ​ປີ​ນີ້.


1  2  3