ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-13 20:20:02    
ໂສມ​ໜ້າ​ໃໝ່​ຂອງ​ຮ່ອມ​ຊ່ານ​ເຊຍ​ງາມ​ກວ່າ​ເກົ່າ

cri Author: da

ແມ່ນ້ຳຢາງ​ເຊ​ແມ່ນ​ແມ່ນ້ຳມານ​ດາ​ຂອງປະຊາ​ຊາດ​ຈີນ,ທັງ​ແມ່ນ​ແມ່ນ້ຳ​ໃຫຍ່​ທີ​ສາມ​ໃນ​ໂລກ.ສ່ວນ​ຮ່ອມ​ຊ່ານ​ເຊຍ​ແມ່ນ້ຳຢາງ​ເຊ​ທີ່​ຖືກ​ຍ້ອງ​ຍໍ​ເປັນ"ລະບຽງຮູບ​ແຕ້ມທິວ​ທັດ​ພູຜາ​ແມ່ນ້ຳ",ມີ​ຊື່​ລື​ນາມ​ດ້ວຍຄວາມ​ອັດສະຈັນ ສວຍ​ງາມ​ແລະ​ສູງ​ຊັນ,​ໄດ້​ດູດ​ດຶງ​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ​ມາ​ທ່ຽວ​ຊົມ​ຢ່າງ​ບໍ່​ຢຸດ​ຢັ້ງ. ປະຈຸ​ບັນ,ຄຽງ​ຄູ່​ກັບ​ເຂື່ອນ​ຊ່ານ​ເຊຍ​ແມ່ນ້ຳຢາງ​ເຊ​​ໃກ້ຈະ​ສ້າງ​ສຳ​ເລັດ​ໝົດ,ດຽວ​ນີ້ ລະດັບ​ນ້ຳຂອງ​ຮ່ອມ​ຊ່ານ​ເຊຍ​ໄດ້​ສູງ​​ເຖິງ 135 ​ແມັດ​ແລ້ວ,​ພາໃຫ້ຮ່ອມພູ​ທີ່ສາມາດຂີ່​ເຮືອ​ທ່ຽວ​ຊົມ​ຕະຫຼອດ​ທາງພຽງ​​ເສັ້ນດຽວ​ໃນ​ໂລກ​​ເສັ້ນນີ້ໄດ້​ເພີ່ມ​ຕື່ມ​ພາບ​ວິວທິວ​ທັດ​ໃໝ່ຈຳນວນ​ໜຶ່ງ.​ໃນ​ລາຍການ​ພາກ​ນີ້,ດາລາ​ວັນ​ຈະ​ແນະນຳ​ທິວ​ທັດ​ໃໝ່​ຂອງ​ຮ່ອມ​ຊ່ານ​ເຊຍ​ສູ່​ທ່ານ​ຟັງ.

ແມ່ນ້ຳຢາງ​ເຊທີ່​ຍອດ​ແມ່ນ້ຳຢູ່​ພູ​ພຽງ​ຊິງ​ໄຫ​ຕິ​ເບ​ດ​ເມື່ອ​ໄຫຼ​ຢ່າງ​ລົດ​ລ້ຽວກ້ຽວ​ດອກ​ໄປ​ຮອດ​ນະຄອນ​ຈົ່ງກິ່ງ​ແລະ​ແຂວງ​ຫູ​ໄປ,​​ໄປຈໍ່​ຕົວ​ເປັນ​ຮ່ອມ​ຊ່ານ​ເຊຍທີ່​ສະຫງ່າ​ລາສີ​ເຊິ່ງມີ​ຄວາມ​ຍາວປະມານ 200 ກິ​ໂລ​ແມັດ.​ໂຄງການ​ຊຸມ​ທາງຊົນລະປະທານຮ່ອມຊ່ານ​ເຊຍທີ່​ເລີ່​ມກໍ່ສ້າງ​ເມື່ອ 12 ປີ​ກ່ອນ​ເຮັດ​ໃຫ້​ລະດັບ​ນ້ຳທົ່ວ​ຮ່ອມຊ່ານ​ເຊຍ​ສູງ​ຂຶ້ນ,ຢູ່​ເໜືອ​ເຂື່ອນ​ໄດ້​ຈໍ່​ຕົວ​ເປັນ​ອ່າງ​ຂັງ​ນ້ຳ​​​ແບບ​ແມ່ນ້ຳທີ່​ຍາວ​ຢຽດ.ຫຼັງ​ຈາກຂັງ​ນ້ຳ​ແລ້ວ,ຄວາມ​ກວ້າງ​ຂອງ​ແມ່ນ້ຳ​​ຫຼາຍ​ຕອນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ແຕ່​ກ່ອນປະມານສອງ​ເທົ່າ,ກາຍ​ເປັນ​ໜອງ​ທີ່​ສະຫງ່າ​ຜ່າ​ເຜີຍ​ຢູ່​ລະຫວ່າງ​ຮ່ອມພູ.

ທ່ານ​ກາວ​ຊາວ ຮອງ​ຫົວໜ້າ​ກົມ​ທ່ອງ​ທ່ຽວ​ເມືອງ​ອີ​ຊາງ​ແຂວງ​ຫູ​ໄປ​ເວົ້າວ່າ,​ໃນ​ເດືອນ​ມິຖຸນາ​ປີ​ນີ້,ພາຍຫຼັງ​ຮ່ອມ​ຊ່ານ​ເຊຍຂັງ​ນ້ຳຮອດ 135 ​ແມັດ​ແລ້ວ,ທິວ​ທັດ​ຕົ້ນຕໍ​ລຽບ​ຝັ່ງ​ຮ່ອມ​ຊ່ານ​ເຊຍ​ໃນ​ເມື່ອ​ກ່ອນບໍ່​ໄດ້​ຖືກ​ນ້ຳຖ້ວມ​ໂດຍ​ພື້ນຖານ,ກົງກັນຂ້າມ,ໜອງ​ຊ່ານ​ເຊຍ​ມີ​ແມ່ນ້ຳສາຂາ​ຫຼາຍ​ຂຶ້ນ,​ເກາະດອນ​ກໍ​ແຈກ​ຢາຍ​ຫຼາຍ​ຂຶ້ນ,​ໄດ້​ເພີ່ມ​ຕື່ມ​ທິວ​ທັດ​ໃໝ່​ຫຼາຍ​ໆແຫ່ງ.ຮ່ອມ​ຊ່ານ​ເຊຍ​ໃນ​ປະຈຸ​ບັນອາດ​ເວົ້າ​ໄດ້​ວ່າ​ແມ່ນ"ຍັງ​ສູງ​ຊັນ​ສະຫງ່າ​ລາສີ​ຄື​ເກົ່າ,​ແຕ່ມີ​ທິວ​ທັດ​ງາມ​ຫຼາຍກວ່າ​ເກົ່າ.

"​ແຕ່​ກ່ອນ,ຮ່ອມຊ່ານ​ເຊຍ​ມີ​ຊື່​ສຽງ​ຍ້ອນ​ສູງ​ສະຫງ່າ.​ແຕ່​ພາຍຫຼັງ​ມາ​ຍ້ອນຂັງນ້ຳ​ແລ້ວ,​ເຮັດ​ໃຫ້​ແມ່ນ້ຳ​ໄຫຼ​ຊ້າ​ລົງ,ທາດ​ນ້ຳກໍ​​ໃສ​ຂຶ້ນ,​ເຮັດ​ໃຫ້​ໜອງ​ຢູ່​ໃນ​ຮ່ອມ​ມີ​ທິວ​ທັດ​ສວຍ​ງາມ.ອາດ​ເວົ້າ​ໄດ້ວ່າ,ຮ່ອມ​ຊ່ານ​ເຊຍ​ເກົ່າ​ມີ​ສະ​ເໜຄື​ເກົ່າ,ຮ່ອມ​ຊ່ານ​ເຊຍ​ໃໝ່​ກໍມີ​ທິວ​ທັດ​ໃໝ່​ທີ່​ສວຍ​ງາມ​."
1  2  3