|
 |
(GMT+08:00)
2006-07-13 20:20:02
|
 |
ໂສມໜ້າໃໝ່ຂອງຮ່ອມຊ່ານເຊຍງາມກວ່າເກົ່າ
cri
Author: da
 ທີ່ຈິງແລ້ວ,ໃນຊຸມປີ 90 ສະຕະວັດທີ່ແລ້ວ,ຄຽງຄູ່ກັບໂຄງການຮ່ອມຊ່ານເຊຍເລີ່ມກໍ່ສ້າງ,ຮ່ອມຊ່ານເຊຍຈຶ່ງມີຊື່ລືນາມໄປທົ່ວສາລະທິດ,ນັກທ່ອງທ່ຽວຕ່າງປະເທດພາກັນມາຊົມເບິ່ງ.ພຽງແຕ່ໃນປີ2005,ຮ່ອມຊ່ານເຊຍແມ່ນ້ຳຢາງເຊກໍໄດ້ດູດດຶງນັກທ່ອງທ່ຽວຕ່າງປະເທດເກືອບ 2 ແສນຄົນ,ແຫ່ງນີ້ໄດ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ສຳຄັນຢູ່ຈີນຂອງນັກທ່ອງທ່ຽວຈີນແລະຕ່າງປະເທດ.
 ທ່ານຮວງເຈ ພະນັກງານພະແນກຄົມມະນາຄົມຂອງບໍລິສັດທ່ອງທ່ຽວສາກົນຈີນເວົ້າວ່າ,ຄຽງຄູ່ກັບລະດັບນ້ຳຂອງຮ່ອມຊ່ານເຊຍສູງຂຶ້ນ,ນັກທ່ອງທ່ຽວຕ່າງປະເທດຈຳນວນຫຼວງຫຼາຍແຮ່ງມັກໄປທ່ຽວແມ່ນ້ຳຢາງເຊໃນລະດູຮ້ອນ.

"ໄລຍະທາງທ່ອງທ່ຽວທີ່ໃຊ້ເວລາສັ້ນກວ່າໝູ່ທີ່ພວກຂ້າພະເຈົ້າຈັດວາງໃຫ້ນັກທ່ອງທ່ຽວນັ້ນ ແມ່ນໄປກັບລະຫວ່າງເມືອງຈົ່ງກິ່ງກັບເມືອງອີຊ່າງແຂວງຫູໄປ.ທຳມະດາແລ້ວແມ່ນໃຫ້ພວກເຂົາເຈົ້າເໝົາເຮືອ.ສຳລັບທິວທັດຢູ່ແຄມຝັ່ງແມ່ນ້ຳ,ນັກທ່ອງທ່ຽວຕ່າງປະເທດກໍສົນໃຈຫຼາຍ,ສວຍງາມຫຼາຍ."
ປະຈຸບັນ,ຮ່ອມຊ່ານເຊຍຍັງຢູ່ໃນໄລຍະເລີ່ມຂັງນ້ຳ.ເມື່ອຮອດໄລຍະໂຄງການຮ່ອມຊ່ານເຊຍສ້າງສຳເລັດໝົດໃນປີ2009ແລ້ວ,ລະດັບນ້ຳຂອງຮ່ອມຊ່ານເຊຍຈະສູງກວ່າໜ້ານ້ຳທະເລ 175 ແມັດ,ເມື່ອຮອດຍາມນັ້ນ ທິວທັດຮ່ອມຊ່ານເຊຍແຮ່ງສວຍງາມກວ່າເກົ່າ.
ທ່ານກ່າວຊາວ ຮອງຫົວໜ້າກົມທ່ອງທ່ຽວເມືອງອີຊ່າງແຂວງຫູເປເຫັນວ່າ,ຫຼັງຈາກໂຄງການຮ່ອມຊ່ານເຊຍສ້າງສຳເລັດແລ້ວ,ຮູບແຕ້ມທຳມະຊາດທີ່ພູສູງຜາຊັນກັບທິວທັດສວຍງາມຂອງໜອງຮ່ອມຊ່ານເຊຍ,ຈະເຮັດໃຫ້ນັກທ່ອງທ່ຽວຈີນແລະຕ່າງປະເທດຮູ້ສຶກສະຫງ່າລາສີທີ່ສຸດ.
 "ຮ່ອມຊ່ານເຊຍແມ່ນອັດສະຈັນ ສວຍງາມແລະມີການປ່ຽນແປງຫຼາຍຈົນນັບບໍ່ຖ້ວນ,ຍິ່ງປ່ຽນແປງຍິ່ງສວຍງາມກວ່າເກົ່າ.ຂໍໃຫ້ນັກທ່ອງທ່ຽວຕ່າງປະເທດສຸມສາຍຕາໃສ່ເຂື່ອນຮ່ອມຊ່ານເຊຍ,ສຸມໃສ່ດິນແດນທີ່ມີທິວທັດທຳມະຊາດແລະທິວທັດວັດທະນະທຳຂອງຮ່ອມຊ່ານເຊຍ.ພວກຂ້າພະເຈົ້າຈະເຮັດໃຫ້ນັກທ່ອງທ່ຽວມີຄວາມຮູ້ສຶກໃໝ່ໃນການທ່ຽວຊົມຮ່ອມຊ່ານເຊຍທຸກເທື່ອດ້ວຍການບໍລິການທີ່ດີທີ່ສຸດແລະການຈັດວາງທີ່ຮອບຄອບທີ່ສຸດ."
ແຕ່ເດືອນມິຖຸນາຮອດເດືອນຕຸລາແຕ່ລະປີ ແມ່ນລະດູທີ່ດີທີ່ສຸດສຳລັບການຂີ່ເຮືອທ່ຽວແມ່ນ້ຳຢາງເຊ.ສ່ວນເຮືອໃຫຍ່ເທິງແມ່ນ້ຳຢາງເຊ ສ່ວນຫຼາຍມີຫຼາຍຊັ້ນ,ຫ້ອງນອນມີລະດັບປະທານາທິບໍດີ ລະດັບຫຼູຫຼາແລະລະດັບທຳມະດາ,ຢູ່ເທິງເຮືອຍັງມີບາ ຫ້ອງປະຊຸມ ຫ້ອງດິສໂກ ຫ້ອງຫັດກາຍ ຫ້ອງຫຼິ້ນ ສູນອາບອົບນວດແລະສູນການຄ້າເປັນຕົ້ນ.ເຊື່ອວ່າ ຈະເປັນການທ່ອງທ່ຽວທີ່ຊື່ນໃຈແລະສະຫວາດສະເຫວີຍ.
ທ່ານຜູ້ຟັງທີ່ເຄົາລົບ,ລາຍການ"ທ່ຽວເມືອງຈີນ"ມື້ນີ້ຈະສ້ຽງສຸດລົງໃນທ່າມກາງສຽງຮ້ອງຂອງຜູ້ລາກເຮືອ.ຖ້າທ່ານສົນໃຈນຳທິວທັດໃໝ່ຂອງຮ່ອມຊ່ານເຊຍ,ກໍຂໍໃຫ້ທ່ານວາງແຜນມາທ່ຽວສາ,ເຊື່ອວ່າຈະບໍ່ເສຍຖ້ຽວ. 1 2 3
|
|
|