ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-13 20:20:02    
ໂສມ​ໜ້າ​ໃໝ່​ຂອງ​ຮ່ອມ​ຊ່ານ​ເຊຍ​ງາມ​ກວ່າ​ເກົ່າ

cri Author: da



ທ່ານ​ກາວ​ຊາວ​ແນະນຳ​ວ່າ,ຍ້ອນຜາ​ຊັນຂອງ​ຮ່ອມ​ຊ່ານ​ເຊຍ​ສູງກວ່າໜ້ານ້ຳທະ​ເລ​ພັນ​ແມັດ​ຂຶ້ນ​ໄປ,ດຽວ​ນີ້ ລະດັບ​ນ້ຳສູງ​ຂຶ້ນ​ແລ້ວ,​ເຖິງ​ວ່າ​​​ແມ່ນ້ຳທີ່​ໄຫຼ​​ແຮງ​ໃນ​ເມື່ອ​ກ່ອນ​ຖືກປ່ຽນ​ແດນ​ດ້ວຍໜອງ​ທີ່​ໜ້ານ້ຳມິດງຽບ,​ແຕ່​ຮ່ອມ​ຊ່ານ​ເຊຍ​ເຮັດ​ໃຫ້​ຄົນ​ມີ​ຄວາມ​ຮູ້ສຶກ​ຄື​ເກົ່າ​ບໍ່​ໄດ້​ຖືກ​ກະທົບກະ​ເທືອ​ນຫຍັງ.​ໃນ​ນັ້ນ,ຮ່ອມ​ຊ່ານ​ເຊຍ​ຕອນ​ອີ​ຊ່າງ​ແມ່ນ​ບ່ອນ​ຊົມທິວ​ທັດ​ສວຍ​ງາມ​ຂອງ​ໜອງ​ຢູ່​ໃນ​ຮ່ອມທີ່​ດີກ​ວ່າ​ໝູ່,ຢູ່​ແຫ່ງ​ນັ້ນ ສາມາດ​ຊົມ​ເບິ່ງ​ທິວ​ທັດ​ພູຜາ​ແມ່ນ້ຳທີ່​ພິມ​ລົງ​ໃສ່​ໜ້າ​ໜອງ.

ຢູ່​ຕອນ​ໜຶ່ງໃນ​ຮ່ອມ​ຊ່ານ​ເຊຍ​ມີນ້ຳຫ້ວຍ​ເສີນ​ນົງ​ທີ່​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ​ຮູ້ຈັກ​ກັນ​.ນ້ຳຫ້ວຍ​ສາຍ​ນີ້​ຍາວ 60 ກິ​ໂລ​ແມັດ,ຢູ່​ສອງ​ຟາກ​ແມ່ນ້ຳມີ​ພູຜາ​ສູງ​ຊັນ​ຕັ້ງຊ້ອງ​ໆ​ກັນ,​​ພູຜາ​ແລະໄມ້​ໄຜ່​ສີຂຽວ​ໄດ້ພິມ​​ເງົາລົງໃສ່​ໜ້ານ້ຳ,​ເຮັດ​ໃຫ້ນ້ຳຫ້ວຍຍິ່ງ​ຂຽວ​ງາມ​ກວ່າ​ເກົ່າ.ບ່ອນ​ແຄບ​ທີ່​ສຸດ​ຂອງ​ນ້ຳຫ້ວຍ​ເສີນ​ນົງ​ບໍ່​ຮອດ 5 ​ແມັດ,ນັກ​ທ່ອງ​ທ່ຽວມີ​ແຕ່​ຂີ່​ເຮືອ​ນ້ອຍລ່ອງຕາມ​​ແມ່ນ້ຳ,ຮູ້​ສຶກວ່າ​ຖືກ​ສີຂຽວອ້ອມ​ກອດ​ໝົດ.ຢູ່​ແຫ່ງ​ນັ້ນ,ອາກາດປອດ​ໂປ່​ງ​ສົດ​ໃສ,ມິດ​ງຽບ​ຫຼາຍ,ມີ​ສຽງ​ນົກ​ຮ້ອງແຈ້ວໆ​ບາງ​ຄັ້ງຄາວ,ຫຼື​ກອນ​ເຊີ້ງ​ຂອງ​ຜູ້​ລາກ​ເຮືອຈັກ​ໜຶ່ງ​ສອງ​ສຽງ,ຍິ່ງ​ເຮັດ​ໃຫ້​ຄົນຮູ້​ສຶກ​​​ເໝືອນ​ດັ່ງ​ຢູ່​ນອກ​ເມືອງ​ມະນຸດ.

ນາງ​ວັງ​ຢວນ ຜູ້ນຳ​ທ່ຽວ​ຂອງ​ບໍລິສັດ​ທ່ອງ​ທ່ຽວ​ສາກົນ​ຈີນ​ແນະນຳ​ວ່າ,ທີ່​ຈິງ​ແລ້ວ,ຢູ່​ຕອນ​ແມ່ນ້ຳຊ່ານ​ເຊຍ,ນ້ຳຫ້ວຍ​ທີ່​ຄື​ກັບ​ນ້ຳຫ້ວຍ​ເສີນ​ນົງ​ມີ​ປະມານ​ສິບ​ກວ່າ​ສາຍ,ກ່ອນ​ອ່າງຂັງ​ນ້ຳຮ່ອມ​ຊ່ານ​ເຊຍ​ເລີ່​ມ​ຂັງ​ນ້ຳ,ຍ້ອນນ້ຳຕື້ນ,​ເຮືອ​ທ່ອງ​ທ່ຽວ​ເຂົ້າບ່ອນ​ເລິກ​ຂອງນ້ຳຫ້ວຍ​ບໍ່​ໄດ້.ດຽວ​ນີ້ ພາຍຫຼັງ​ຮ່ອມ​ຊ່ານ​ເຊຍຂັງນ້ຳ​ແລ້ວ,​ຈຶ່ງ​ສາມາດລ່ອງເຮືອ​ທ່ອງ​ທ່ຽວ​​ເຂົ້າບ່ອນ​ເລິກ,ຈຶ່ງ​ສາມາດ​ຊົມ​ເບິ່ງ​ທິວ​ທັດ​ທີ່ສວຍ​ງາມ​ອັດສະຈັນ​​ກວ່າ​ເກົ່າ.ນາງ​ຄາດ​ຄະ​ເນ​ວ່າ,ການ​ຂີ່​ເຮືອລ່ອງ​ຕາມ​ນ້ຳຫ້ວຍ​ຈະ​ກາຍ​ເປັນ​ຈຸດ​ຮຸ່ງ​ອັນ​ໜຶ່ງ​ໃນ​ທິວ​ທັດ​ໃໝ່​ຂອງ​ຮ່ອມ​ຊ່ານ​ເຊຍ.

"​ໃນ​ເວລາ​ທ່ຽວ​​ນ້ຳຫ້ວຍ,ນັກ​ທ່ອງ​ທ່ຽວ​ຕ້ອງຂີ່​ເຮືອ​ໄມ້​​​ແບບ​ໃບຕົ້ນ​ຫຼີວທີ່​ບໍ່​ມີ​ແມ່​ແຮງ,ອາ​ໄສ​ຜູ້​ລາກ​ເຮືອຫຼື​ໃຊ້​ໄມ້​ຖໍ່​ໃຫ້​ເຮືອ​ລ່ອງ​ລອຍ​ຕາມ​ນ້ຳຫ້ວຍ.​ໃນ​ເວລາ​ຂີ່​ເຮືອ​ຊົມ​ເບິ່ງ​ທິວ​ທັດ​ສວຍ​ງາມ​ຢູ່​ຕາມ​ສອງ​ຟາກ​ແມ່ນ້ຳ,ຈະຮູ້ສຶກ​ວ່າ​​ໄດ້ກັບ​ຄືນສູ່​ຊວງ​ເອິກ​ທຳ​ມະ​ຊາດ​ແລ້ວ."
1  2  3