ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-20 10:06:02    
ເຂົ້າ​ຊົມ​ຫໍ​ພິ​ພິ​ທະ​ພັນ​ເຫີ​ນານ

cri Author: da


ແຂວງ​ເຫີ​ນານ​ທາງ​ພາກ​ກາງຂອງ​ຈີນ,​ແມ່ນ​ແຫຼ່ງກຳ​ເນີ​ດໜຶ່ງ​ໜຶ່ງຂອງອະ​ລະຍະ​ທຳ​ສະ​ໄໝ​ບູຮານ​ຂອງ​ຈີນ.ປະຫວັດສາດ​ຍາວ​ນານ​ໄດ້​ຈົ່ງ​ມໍລະດົກ​ວັດທະນະທຳ​ປະ​ຫວັດ​ສາດ​ຈຳນວນ​ຫຼວງ​ຫຼາຍ​ໄວ້​ໃຫ້​ແຂວງ​ເຫີ​ນານ.ຕາມ​ສະຖິຕິ,ຈຳນວນວັດຖຸບູຮານທີ່​ຂຸດ​ພົບ​​ໃນ​ແຂວງ​ເຫີ​ນານ​​ແມ່ນ​ມີ​ຫຼາຍ​ກວ່າ​ໝູ່​ໃນ​ບັນດາ​ແຂວງ​ຂອງ​ຈີນ,ຫໍພິພິທະ​ພັນ​​ເຫີ​ນານ​ແມ່ນໜຶ່ງ​ໃນຫໍພິພິທະ​ພັນຂະໜາດ​ໃຫຍ່​  3 ​ແຫ່ງຂອງ​ຈີນ.​ໃນ​ລາຍການ​ມື້​ນີ້,ດາລາ​ວັນ​ຈະສະ​ເໜີ​ຫໍພິພິທະ​ພັນ​ເຫີ​ນານ​ສູ່​ທ່ານ​ຟັງ.

ຫໍພິພິທະ​ພັນ​ເຫີ​ນານຕັ້ງຢູ່​​​ເມືອງ​ເຈີ້​ງ​ໂຈ່​ວ​ແຂວງ​​ເຫີ​ນານ,ມີ​ປະຫວັດ 70 ກວ່າ​ປີ​ແລ້ວ,ສິ່ງ​ກໍ່ສ້າງຕົ້ນຕໍ​ແມ່ນ​ສ້າງ​ຕາມ​ຮູບ​ຮ່ອງຮອຍຫໍ​ສັງ​ເກດ​ດາລາສາດທີ່​ສ້າງຂຶ້ນ​ກ່ອນໝູ່ຢູ່​ຈີນ​ເຊິ່ງ​​ຮັກສາ​ໄວ້​ຈົນ​ຮອດປະຈຸ​ບັນ​,ສ້າງ​ແບບ​ງ່າຍດາຍ​ແຕ່​ເບິ່ງ​ແລ້ວ​ຮູ້ສຶກ​ສະຫງ່າ​ຜ່າ​ເຜີຍ.ປະຈຸ​ບັນ ຫໍພິພິທະ​ພັນ​​ແຫ່ງ​ນີ້​ໄດ້​​ເກັບ​ຮັກສາ​ວັດຖຸບູຮານ 1 ລ້ານ 3 ​ແສນ​​ເຄື່ອງ,ກວມ​ຍອດ​ຈຳນວນ​ວັດຖຸບູຮານ​ຂອງ​ຫໍພິພິທະ​ພັນ​ໃນ​ທົ່ວ​ປ​ະ​ເທດ​ຈີນ​ປະມານ 1 ສ່ວນ 8.​ເຄີຍ​ມີ​ບຸກຄົນ​ຕີ​ລາຄາ​ວ່າ,​ເວົ້າສຳລັບ​ມູນ​ຄ່າ​ວັດທະນະທຳ​ຂອງ​ວັດຖຸບູຮານ​ແລ້ວ,​ໃນ​ຫໍພິພິທະ​ພັນ​ທັງ​ໝົດ​ຂອງ​ຈີນ,ຫໍພິພິທະ​ພັນ​ກູ້​ກົ່ງ​ຄອງ​ອັນ​ດັບ​ທີ​ໜຶ່ງ,ຫໍພິພິທະ​ພັນ​ເຫີ​ນານຄອງອັນ​ດັບ​ທີ​ສອງ.ທ່າ​ນຕິ່ງ​ຟູ​ລີ້ ຫົວໜ້າ​ຫໍພິພິທະ​ພັນ​ເຫີ​ນານ​ເວົ້າວ່າ,​ໃນ​ຫໍພິພິທະ​ພັນ​ເຫີ​ນານ​ມີ​ວັດ​ຖຸບູຮານ​ອັນ​ອຸດົມສົມບູນ.

"​ໃນ​ວັດຖຸບູຮານ​ທີ່​ວາງສະ​ແດງ​ໃນ​ຫໍພິພິທະ​ພັນ​ເຫີ​ນານ,ມີວັດ​ຖຸບູຮານ​ສ່ວນ​ໜຶ່ງ​​​,​ແມ່ນ​ຂອງຍອດ​ຢ້ຽມ​ຂອງ​ຈີນ,​ເຫັນ​ໜ້ອຍ​ທີ່​ສຸດ​ໃນ​ຫໍພິພິທະ​ພັນອື່ນ.ຖ້າວ່າ​ນັກ​ທ່ອງ​ທ່ຽວ​ມາ​ຮອດ​ເຫີ​ນານ​ແລ້ວພັດ​ບໍ່​ໄປ​ທ່ຽວ​ຫໍພິພິທະ​ພັນ​ເຫີ​ນານ,ຈະ​ເສຍ​​ໃຈ​ຢ່າງ​ແນ່ນອນ."

ທ່ານ​ຕິ່ງ​ຟູ​ລີ້​ເວົ້າວ່າ,​ໃນ​ວັດ​ຖຸບູຮານ​ຂອງ​ຫໍພິພິທະ​ພັນ​ເຫີ​ນານ,​ເຄື່ອງທອງ​ສຳລິດ​ມີ​​ເອກະລັກ​ພິ​ເສດ​​ກວ່າໝູ່.​​ເມື່ອ4ພັນ​ກວ່າ​ປີ​ກ່ອນ,ຢູ່​ຈີນ​ກໍ​ມີ​ເຕັກນິກ​ຫຼໍ່​ຫຼອມ​ແລະ​ຜະລິດ​ເຄື່ອງ​ທອງສຳລິດ​ແລ້ວ,​ເຄື່ອງ​ທອງ​ສຳລິດຂອງ​ຈີນ​ມີ​ຊື່​ລື​ນາມ​ໃນ​ໂລກ​ດ້ວຍ​ການ​ຜະລິດ​ຢ່າງ​ປານີດ ສະຫງ່າ​ລາ​ສີ​ແລະ​ມີ​ເຕັກນິກຍອດ​ຢ້ຽມ.​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ,​ເຄື່ອງ​ທອງ​ສຳລິດ​ແມ່ນ​ສັນຍະ​ລັກ​​ແຫ່ງ​ອຳນາດ​ແລະ​ຖານະ,ມັກ​ຖືກ​ນຳ​ໃຊ້​ເປັນ​ພາຊະນະທີ່ລ້ຳຄ່າ​ໃນ​ງານ​ລ້ຽງຫຼື​ເປັນ​ເຄື່ອງ​ບູຊາ​ບັນພະບຸລຸດ​ໃນ​ວັດວາອາ​ຮາມ.ຍ້ອນ​ວ່າ​ເຄື່ອງ​ທອງ​ສຳລິດ​ມີ​ຄຸນ​ຄ່າສຳຄັນ​ໃນ​ດ້ານ​ວັດ​ຖຸບູຮານ,​ເຄີຍ​ມີ​ຄົນ​ສົມ​ໝຸດວ່າ"ຜົນ​ສະທ້ອນຂອງ​​​ເຄື່ອງ​ທອງ​ສຳລິດ​ຂອງ​ຈີນ​​ໃນໂລກ​ບໍ່​ດ້ອຍ​ກວ່າ​ກຳ​ແພງ​ຍັກ​ອັນ​ເກົ່າ​ແກ່".




1  2  3