ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-20 10:06:02    
ເຂົ້າ​ຊົມ​ຫໍ​ພິ​ພິ​ທະ​ພັນ​ເຫີ​ນານ

cri Author: da

ແຂວງ​ເຫີ​ນານ​ແມ່ນ​ສູ​ນ​ການ​ເມືອງ​ແລະ​ເສດຖະກິດ​ໃນ​ຍຸກ​ເຄື່ອງ​ທອງ​ສຳລິດຂອງ​ຈີນ,​ໄດ້​ຂຸດ​ພົບ​ເຄື່ອງ​ທອງ​ສຳລິດ​ຈຳນວນ​ຫຼວງຫຼາຍ,​ໃນ​ນັ້ນ ສິ່ງ​ຍອດ​ຢ້ຽມ​ສ່ວນ​ໜຶ່ງ​ຖືກ​ເກັບ​ຮັກສາ​ໄວ້​ໃນ​ຫໍພິພິທະ​ພັນ​ເຫີ​ນານ.​ເຄື່ອງ​ທອງ​ສຳລິດ​ເຫຼົ່າ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວັດທະນະ​ທຳທອງ​ສຳລິດ​ຂອງ​ຈີນ​ດ້ວຍ​​ຮູບ​ແບບ​ທີ່​ພິລຶກ​ແລະລວດລາຍ​ອັນ​ສວຍ​ງາມ,ສ່ວນ"ລະຄັງຢົງຫວັງ​ຊູນ​ກ້າວ" ຂອງ​ປະ​ເສີດປະຈຳ​ຫໍພິພິທະ​ພັນ​ເຫີ​ນານ​ແມ່ນຂອງລ້ຳຄ່າ​ທີ່​ຫາ​ຍາກ.

ລະ​ຄັງ​ຢົງ​ແມ່ນ​ເຄື່ອງດົນຕີຂະໜາດ​ໃຫຍ່,ກໍ​ແມ່ນ​ເຄື່ອງ​ດົນຕີ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ບູຊາ​ໃນ​ວັດ​ຫຼື​ງານ​ລ້ຽງ​ໃນ​ລາຊະ​ວັງ.ຜູ້​ຜະລິດ​ລະຄັງ​ຢົງ​ຊຸດ​ນີ້​ແມ່ນ​ຮຸ່ນ​ຫຼັງ​ຂອງ​ເຈົ້າຊີວິດ​ໃນ​ສະ​ໄໝປະຖົມ​ບູຮານ,ລະຄັງ​ຢົງ​ທີ່​​ເພິ່ນ​ຜະລິດ​ນັ້ນ​ແມ່ນ​ເພື່ອ​ລະ​ລຶກພໍ່​;ຢູ່​ເທິງ​ລະຄັງ​ມີ​ໜັງສື,​ໄດ້​ບັນທຶກ​ປະຫວັດສາດ​ຕອນ​ນີ້​ໄວ້.ທ່ານ​ນາງ​ຫຼີວ​ເຫີ​ງ ພະນັກງານ​ອະທິ​ບາຍ​ຂອງ​ຫໍພິພິທະ​ພັນ​ເຫີ​ນານ​ແນະນຳ​ວ່າ,ນັບ​ມາ​ຮອດ​ປະຈຸ​ບັນ ລະຄັງ​ຊຸດ​ນີ້ມີ​ປະຫວັດ 2500 ປີ​ແລ້ວ.ນາງ​ເວົ້າວ່າ:

"​ລະຄັງ​ຊຸດ​ນີ້ຖືກ​ຂຸດ​ອອກຢ່າງ​ຄົບ​ຖ້ວນ​ທີ່​ສຸດ,ຊຸດ​ໜຶ່ງ​ມີ 26 ​ໜ່ວຍ,ໜ່ວຍ​ທີ່​​ໃຫຍ່​ກວ່າ​ໝູ່​ໜັກ 152,8 ກິ​ໂລ,ໜ່ວຍ​ທີ່​ນ້ອຍ​ກວ່າ​ໝູ່​ໜັກ 2,8 ກິ​ໂລ,ລະຄັງ​ຊຸດ​ນີ້​ມີ​ອົງ​ປະກອບ​ສຽງ​ດົນຕີ 7 ຂັ້ນ,ສາມາດ​ເສບ​ດົນຕີ​ທຸກ​ຊະນິດ​ຂອງ​ຍຸກ​ສະ​ໄໝ​ປະຈຸ​ບັນ​ຂອງ​ຈີນ,​ແມ່ນ​ລະຄັງ​ຢົງທີ່ມີ​ຈຳນວນ​ຫຼາຍ​ກວ່າ​ໝູ່​ແລະ​ເສບ​ດົນຕີ​​ໄດ້​ຫຼາຍກວ່າ​ໝູ່​ຂອງຍຸກ​ສະ​ໄໝ​ລາຊະວົງ​ຊຸນ​ຊິ່ວ​ຈີນ​ເມື່ອ 2500ປີ​ກ່ອນທີ່ຖືກ​ພົບເຫັນໃນ​ປະຈຸ​ບັນ."


"ລຽນ​ເຮີ້ຟ່າງ​ຫູ"

ເມື່ອ​ທຽບ​ກັບ​ເຄື່ອງ​ທອງ​ສຳລິດ​ຂະໜາດ​ໃຫຍ່​ຊຸດ​ນີ້,"ລຽນ​ເຮີ້ຟ່າງ​ຫູ"​ແປ​ວ່າ"ກາ4ຫຼ່ຽມຮູບ​ນົກຂຽນ​ເທິງ​ດອກ​ບົວ"​ເຊິ່ງ​ເປັນຂອງຍອດ​ຢ້ຽມປະຈຳ​ຫໍພິພິທະ​ພັນ​ເຫີ​ນານ​ມີ​ຮູບນ້ອຍ​ກວ່າ,​ເຄື່ອງ​ທອງ​ສຳລິດ"ລຽນ​ເຮີ້​ຟ່າງ​ຫູ"ສູງ​ພຽງ​ແຕ່12ມິ​ລິ​ແມັດ,ຖືກ​ຍ້ອງຍໍ​ເປັນ​ເຄື່ອງ​ທອງ​ສຳລິດ​​ເຄື່ອງ​ໜຶ່ງທີ່​ປານີດ​ງາມ​ກວ່າ​ໝູ່​ຂອງຝ່າຍ​ຕາ​ເວັນ​ອອກ,​ໄດ້​ມີ​ປະ​ຫວັດ​ຢ່າງ​ໜ້ອຍ 2500 ປີ​ແລ້ວ.ຢູ່​ເທິງ​ກາມີດ​ອກບົວ​ບານສອງ​ຊັ້ນ,​ນົກຂຽນ​ໂຕ​ໜຶ່ງຢືນ​ຢູ່​​ໃຈ​ກາງ​ກີບ​ດອກບົວ​ທີ່​ກຳລັງພືປີກ​ບິນ;ຢູ່​ນອກກາ​ໄດ້​ຄວັດ​ລວດລາຍ​ມັງກອນ​ແລະ​ສັດ​ນ້ອຍ​ທີ່​ໜ້າ​ຮັກ​ແລະ​ມີ​ຊີວິດ​ຊີວາ​ປະ​ເພດ​ຕ່າງໆ​ໃສ່,​ກາມີ​ຮູບ​ພິລຶກ​​ແຕ່ສວຍ​ງາມ.

ນອກ​ນີ້,ຢູ່​ຫໍພິພິທະ​ພັນ​ເຫີ​ນານ​ຍັງ​ມີ"ຖົງ​ຊິ່ນ​ເຖຍຈ້ຽນ"​ແປ​ວ່າ"ດາບ​ເຫຼັກ​​ແກນ​ທອງ",​ແມ່ນ​ເຄື່ອງ​ເຫຼັກ​ທີ່​ມະນຸດຫຼໍ່​ຫຼອມທີ່​ມີ​ປະຫວັດ​ດົນ​ນານ​ກວ່າ​ໝູ່​ທີ່​ຈີນ​ພົບ​ເຫັນ​ຈົນຮອດ​ປະຈຸ​ບັນ,ຈຶ່ງ​ຖືກ​ເອີ້ນ​ເປັນ​"ດາບ​ທີ​ໜຶ່ງ​ຂອງ​ຈີນ".ນາງ​ຫຼີວ​ເຫີ​ງ ພະນັກງານ​ອະທິບາຍ​ຂອງ​ຫໍພິພິທະ​ພັນ​ເຫີ​ນານ​ເວົ້າວ່າ,ການ​ຄົ້ນພົບດາບ​ດັ່ງກ່າວ​​ໄດ້​ເຮັດ​ໃຫ້​ວົງ​ການ​ບູຮານ​ຄະດີຕື່ນຕົກ​ໃຈ.ນາງ​ເວົ້າວ່າ:

"ນີ້​ແມ່ນ​ດາບ​ເຫຼັກ​ທີ່​ມີ​ດ້າມ​ຢົກ,​​ແກນ​ໃນ​ຂອງດ້າມ​ຢົກ​ແມ່ນ​ເຮັດ​ດ້ວຍ​ທອງ,ລະຫວ່າງ​ດ້າວກັບ​ດາບຍັງ​ມີ​ເພັດ​ພອຍ,​​ເມື່ອ 2800 ປີ​ກ່ອນ ​ເຮັດ​ແນວ​ໃດຈິ່ງ​​ເຮັດ​ໃຫ້​ທາດ​ທອງ ​​ຢົກ ​ເຫຼັກ​ແລະ​ເພັດ​ພອຍ​ຖືກ​ຫຼໍ່​ຫຼອມ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ​ໄດ້,ຈັ່ງ​ແມ່ນ​ບັນຫາ​ຍາກ​ແທ້ໆ."
1  2  3