ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-20 10:06:02    
ເຂົ້າ​ຊົມ​ຫໍ​ພິ​ພິ​ທະ​ພັນ​ເຫີ​ນານ

cri Author: da


ນອກຈາກ"ດາບ​ເຫຼັກ​ແກນ​ທອງ"​ແລ້ວ,​ໃນ​ຫໍພິພິທະ​ພັນ ຍັງ​ມີ​ວັດຖຸ​ສິ່ງ​ຂອງ​ຫຼາຍ​ໆ​ຢ່າງແມ່ນ​ກວມ​ອັນ​ດັບ​ທີ​ໜຶ່ງ​ຢູ່​ຈີນ.

ມັງກອນ​ແມ່ນ​ສັນຍະ​ລັກ​ຂອງ​ປະຊາ​ຊາດ​ຈີນ,ຢູ່​ຫໍພິພິທະ​ພັນ​ເຫີ​ນານ​ໄດ້​ວາງສະ​ແດງ​ຮູບ​ມັງກອນ​ທີ່​ພົບ​ເຫັນ​ກ່ອນ​ໝູ່​ຂອງ​ຈີນ.ຮູບ​ມັງກອນ​ທີ່​ຄວັດ​ດ້ວຍ​ເປືອກ​ຫອຍດັ່ງກ່າວ​ແມ່ນພົບ​ເຫັນ​ຢູ່​ໃນ​ຂຸມ​ສຸສານ​​ແຫ່ງ​ໜຶ່ງ​ຢູ່​ເມືອງຜູ​ຢາງ​​ແຂວງເຫີ​ນານ,ມີ​ປະ​ຫວັດປະມານ​ 6500 ປີ.

"ສີ່​ຂົງກູ​ຕີ"​ແປ​ວ່າ"ຂຸ່ຍ​ກະດູກ7ຮູ"ທີ່​​ເກັບ​ຮັກສາ​ໄວ້​ໃນ​ຫໍພິພິທະ​ພັນ​ ​ແມ່ນ​ເຄື່ອງ​ດົນຕີ​ທີ່​ພົບເຫັນກ່ອນ​ໝູ່ຂອງ​ຈີນຈົນ​ຮອດປ​ະຈຸ​ບັນ,​ມີ​ປະຫວັດ 8000 ປີ​ແລ້ວ.ຂຸ່ຍ​ກະດູກ​ແມ່ນ​ເຮັດ​ດ້ວຍ​ກະດູກ​ຂາ​ສັດຮ້າຍ,ຍາວ 22 ມິ​ລິ​ແມັດ,ປານີດ​ຫຼາຍ,ຖືກ​ຮັກ​ສາ​ໄວ້​ດີ​ຫຼາຍ.ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ທັງຫຼາຍ​ຕື່ນຕາ​ຕື່ນ​ໃຈນັ້ນ​ແມ່ນ,ຈົນ​​ຮອດ​ປະຈຸ​ບັນ ຂຸ່ຍ​ນີ້ຍັງ​ເປົ່າ​ດົນຕີ​ຢ່າງ​ໄພ​ເລາະມ່ວນ​ຫູ​ໄດ້,ນີ້​ແມ່ນ​ເຫັນ​ໜ້ອຍທີ່​ສຸດ​ໃນ​ປະຫວັດດົນຕີ​ຂອງ​ໂລກ.

ຫໍພິພິທະ​ພັນ​ເຫີ​ນານ​ມີ​​ເນື້ອ​ໃນວັດທະນະທຳ​ອັນ​ເຂັ້ມຂຸ້ນ,​ໄດ້​ດູດ​ດຶງ​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ​ຈຳນວນ​ຫຼວງ​ຫຼາຍ​ມາຊົມ​ເບິ່ງ.ທ່ານ​ນາງ​ກິມມິນ​ໂຣ ຄູ​ສອນ​ຂອງ​ສ.​ເກົາຫຼີ​ເວົ້າວ່າ,​ເພິ່ນ​ແມ່ນ​ພາ​ນັກ​ສຶກສາມາ​ຊົມ​ເບິ່ງ​ວັດຖຸບູຮານ​ອັນ​ລ້ຳຄ່າ​ເຫຼົ່າ​ນີ້​ໂດຍ​ຈຳ​ເພາະ.ນາງ​ເວົ້າວ່າ:

"ວັດຖຸບູຮານ​ເຫຼົ່າ​ນີ້​ຂອງ​ຫໍພິພິທະ​ພັນ​ເຫີ​ນານ,ມີ​ຜົນ​ດີ​ຫຼາຍຕໍ່​ການ​ຮ່ຳຮຽນ​ຂອງ​​ເດັກນ້ອຍ,ຕໍ່​ໄປ​ພາຍ​ໜ້າ ​ຖ້າ​ມີ​ໂອກາດ ຂ້າພະ​ເຈົ້າຍັງ​ຢາກ​ມາ​ອີກ."

ຢູ່​ຫໍພິພິທະ​ພັນ​ເຫີ​ນານ,ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​​ໄດ້ຊົມ​ເບິ່ງ​ວັດ​ຖຸບູຮານ​​ເທົ່າ​ນັ້ນ,ຍັງ​​ໄດ້ຟັງ​ດົນຕີ​ສ​ະ​ໄໝ​ບູຮານ​ອ້ອຍ​ຕ້ອຍອີກ.ການສະ​ແດງ​ດົນຕີສະ​ໄໝ​ບູຮານ​ໃນ​ຫໍພິພິທະ​ພັນ​ເຫີ​ນານ​ແມ່ນ​ລາຍການ​ທີ່​​ໄດ້​ຮັບ​ຄວາມ​ຊົມ​ເຊີຍທີ່​ສຸດຈາກນັກ​ທ່ອງ​ທ່ຽວ,ນັກ​ເສບ​ດົນຕີ​ລ້ວນ​ແຕ່ແມ່ນ​​ໃຊ້​ເຄື່ອງ​ດົນຕີ​ລອກ​ແບບ​ວັດຖຸບູຮານ​ທີ່​ລ້ຳຄ່າ.​ໃນ​ບັນຍາກາດ​ສຽງ​ດົນຕີ​ດັງ​ຂຶ້ນ​ຈາກ​ມື​ນັກ​ເສບ​ດົນຕີ​ຜູ້​ນຸ່ງ​ຊຸດ​ເສບ​ດົນຕີ​ສະ​ໄໝ​ບູຮານ​ຈີນ,ຄົນ​ທັງຫຼາຍຈະ​ຮູ້ສຶກ​ເໝືອນ​ດັ່ງ​​ໄດ້ກັບ​ຄືນ​ໄປ​ຮອດຍຸກ​ສະ​ໄໝ​ທີ່​ຜ່ານ​ໄປ​ແລ້ວນັ້ນ.

1  2  3