ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-03 10:08:11    
ເປັດ​ຢ້າງ​ປັກ​ກິ່ງ

cri Author: da


ໃນ​ເວລານັກ​ທ່ອງ​ທ່ຽວມາ​ທ່ຽວ​ປັກ​ກິ່ງ​ ຜູ້ນຳ​ທ່ຽວ​ຈະ​ສະ​ເໜີ​ວ່າ "ຖ້າບໍ່​ຂຶ້ນກຳ​ແພງ​​ເມືອງ​ຈີນ​ຈະບໍ່​ເປັນຜູ້​ເກັ່ງ,ບໍ່​ກິນ​ເປັດ​ຢ້າງປັກ​ກິ່ງ​ຈະ​ເສຍດາຍ​ຫຼາຍ."​​ແມ່ນແທ້,ທ່ານ​ມາ​ທ່ຽວ​ປັກ​ກິ່ງ,​ໄປ​ປິນຂຶ້ນ​ກຳ​ແພງ​ເມືອງ​ຈີນ​ທີ່​ມີ​ຊື່​ລື​ນາມ​ໃນ​ໂລກ​ແລ້ວ,​ແຕ່​ພັດ​ບໍ່​ໄດ້​ກິນ​ເປັດ​ຢ້າງປັກ​ກິ່ງ,ຈັ່ງ​ແມ່ນ​ເລື່ອງ​ທີ່​ເສຍດາຍ​ຫຼາຍ.​ໃນ​ລາຍການ​"ທ່ຽວ​​ເມືອ​ງຈີນ"ພາກ​ນີ້,ດາລາ​ວັນ​ຈະສະ​ເໜີເປັດ​ຢ້າງປັກ​ກິ່ງ​ທີ່​ມີ​ຊື່​ສຽງ​ຢູ່​ຈີນ​ແລະ​ຕ່າງປະ​ເທດ​ສູ່​ທ່ານ​ຟັງ.


ເມື່ອ 700 ປີ​ກ່ອນ,ເປັດຢ້າງ​ປັກ​ກິ່ງກໍ​ຖືກ​​ເຈົ້ານາຍປັກ​ກິ່ງຖື​ເປັນ​ອາຫານ​ປະ​ເສີດ​ເທິງ​ພາ​ເຂົ້າ​ແລ້ວ.​ການປຸງ​ແຕ່ງເປັດ​ຢ້າງປັກ​ກິ່ງມີ​ສອງວິທີ​,ວິທີໜຶ່ງ​ແມ່ນ​ແຂວນ​ເປັດ​ເທິງ​ກອງໄຟ​ທີ່​ເຜົາ​ດ້ວຍ​ໄມ້ກິນໝາກ​​ເຊັ່ນ​ໄມ້ທັນ​ແລະ​ໄມ້​ຄາຍ​ເປັນຕົ້ນ.ວິທີດັ່ງກ່າວ​ແມ່ນ​ຮຽນ​ເອົາ​ວິທີ​​ປີ້ງ​ໝູ​ນ້ອຍ​ໃນ​ເຮືອນຄົວ​ຂອງ​ພະ​ລາຊະວົງ.ວິທີ​ປີ້ງ​ເປັດ​ອີກວິທີໜຶ່ງ​ແມ່ນ,ບໍ່​ຈູດ​ໄຟ,ຫາກ​ແມ່ນ​ອາ​ໄສ​ຄວາມ​ຮ້ອນຂອງຝາ​ເຕົາ​ມາອົບ​ເອົາ,ອຸນຫະພູມ​ໃນ​ເຕົາ​ສູງ​ຂຶ້ນ​ກ່ອນ​ແລ້ວ​ຄ່ອຍໆ​​ເຢັນ​ລົງ,​ເປັດ​ປີ້ງ​ກໍ​ມີ​ໜັງ​ກອບໆ ມັນ​​ ແຕ່​ບໍ່​ເບື່ອ.

ຮ້ານ​ເປັດຢ້າງ​ປັກ​ກິ່ງ​ທີ່​ມີ​ປະຫວັດ​ດົນ​ນານ​ກວ່າ​ໝູ່​ໃນ​ປັກ​ກິ່ງ​ແມ່ນ​"ຮ້ານ​ປ້ຽນອີ​ຝາງ",ມີ​ປະ​ຫວັດ​​ເກືອບ 600 ປີ​ແລ້ວ​.ປະຈຸ​ບັນ,"ຮ້ານ​ປ້ຽນອີ​ຝາງ"​ໄດ້​ຕັ້ງຮ້ານສາຂາ​ຫຼາຍ​ແຫ່ງ​ຢູ່​ປັກ​ກິ່ງ,ຮ້ານ​ໃຫຍ່​ຢູ່​ບ່ອນ​ມໍ່ທາງ​ສີ່​ແຍກ​ຖະໜົນ​ສົງ​ເວີນ​ເມີນ​​ໃນ​ໃຈກາງ​ນະຄອນປັກ​ກິ່ງ,ຍ່າງ 20 ນາທີ​ກໍ່​ໄປ​ຮອດ​ສະໜາມ​ທ່ຽນ​ອ່ານ​ເມີນ​ທີ່​ມີ​ຊື່​ສຽງ.ພໍ​ຍ່າງ​ເຂົ້າ​"ຮ້ານ​ປ້ຽນອີ​ຝາງ",ຈະ​ໄດ້​ເຫັນ​ສິ່ງ​ຕົກ​ແຕ່ງ​ທີ່​ມີເອກະລັກວັດທະນະທຳ​ຕາ​ເວັນ​ອອກ​ທີ່​ເຂັ້ມຂຸ້ນ.ປ້າຍສີດຳ​ແຜ່ນ​ໜຶ່ງ​ທີ່​​ໄດ້ຂຽນຕົວໜັງສື​ສີຄຳ​​ໄດ້​ແຂວນ​ໄວ້ຢູ່​ເທິງ​ປະຕູ​ຮ້ານ,​ເທິງ​ຫຼັງຄາ​ໄດ້​​ແຂວນ​ໂຄມ​ໄຟ​ແບບ​ບູຮານ​ທີ່ສວຍ​ງາມ,ຢູ່​ເທິງ​ຂື່​ໄດ້​ແຕ້ມ​ຮູບ​ສີ,​ເສົາຄ້ຳ​ເຮືອນ​ສີ​ແດງ 4 ​​ເສົາໄດ້​ຄວັດ​​ຮູບ​ດອກ​ໄມ້ນານາ​ຊະນິດ,​ເຮັດ​ໃຫ້​ຄົນຮູ້​ສຶກສວຍ​ງາມ​ແລະ​ສະ​ຫງ່າ​ລາສີ.



1  2  3