ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-03 10:08:11    
ເປັດ​ຢ້າງ​ປັກ​ກິ່ງ

cri Author: da

ໃນ​ເວລາ​ກິນ​ເປັດ​ຢ້າງ ​ແຂກ​ແມ່ນ​ເອົາ​ແຜ່ນ​ແປ້ງ​ບາງໆຫໍ່​ເອົາ​ຊີ້ນ​ເປັດ​ກິນ​ນຳ​ກັນ. ແຜ່ນ​ແປ້ງ​ມີ​ຮູບ​ໃບ​ບົວ,​ໃຊ້​ໄມ້​ຖູ່​ຈ້ຳແຈ່ວ​ຫວານ​ໃສ່,​ແລ້ວ​ໃສ່​ຊີ້ນ​ເປັດ​2-3ປ່ຽງ,ກັບ​ເສັ້ນຜັກບົວ​ແລະ​ໝາກ​ແຕງ,ຮຳ​ແຜ່ນ​ແປ້ງ​ເປັນ​ຮູບ​ທໍ່​ ກໍ​ກິນ​ເລີຍ,ຈັ່ງ​ແມ່ນ​​ແຊບ​ຫຼາຍ.

ບໍ່​ພຽງ​ແຕ່ຄົນ​ຈີນ​ມັກ​ກິນ​ເປັດ​ຢ້າງ​ປັກ​ກິ່ງ,ຄົນ​ຕ່າງປະ​ເທດ​ກໍ​ມັກ​ກິນ​ຄືກັນ.​ໃນ​ຮ້ານ​ເປັດ​ຢ້າງ​ນ້ອຍ​ໃຫຍ່​ຂອງ​ປັກ​ກິ່ງ,​ເກືອບ​ແຕ່​ລະ​ມື້ຈະ​​ໄດ້ເຫັນ​ມີ​ຄົນ​ຕ່າງປະ​ເທດມາ​ຊີມ​ເປັດ​ຢ້າງ​.ທ່ານ​ພີ​ເຕີ ຄູ​ແທວ ທີ່​ມາ​ຈາກ​ສວິສ​ໄດ້​ຍ້ອງຍໍ​ລົດ​ຊາດ​ຂອງ​ເປັດ​ຢ້າງ​ປັກ​ກິ່ງຢ່າງ​ບໍ່​ເຫືອດ​ສົບ​ເຫືອດ​ປາກ​ວ່າ:
"ຂ້າພະ​ເຈົ້າຮູ້ສຶກວ່າ ​ເປັດ​ຢ້າງ​ແຊບ​ຫຼາຍ,ຂ້າພະ​ເຈົ້າກໍ​ຮູ້ສຶກ​ປະຫຼາດ​ໃຈ​ຕໍ່​ວິທີ​ປີ້ງ​ເປັດ​.​ໃນ​ຮ້ານ ຂ້າພະ​ເຈົ້າ​​ເຄີຍ​ເຫັນ​ການປີ້ງ​​ເປັດ​ໃນ​​ເຕົາ​ແນວ​ໃດ,ທັງ​ເຫັນ​ຫຼາຍ​ສິ່ງຂອງ​ທີ່​ໜ້າ​ຮັກ​ທີ່​ຕ້ອງ​ກິນ​ນຳ​ກັນ.​ເວົ້າລວມ​ແລ້ວ ​ເປັດ​ຢ້າງ​ປັກ​ກິ່ງ​ແຊບ​ຫຼາຍ ພິ​ເສດ​ຫຼາຍ,ຂ້າພະ​​ເຈົ້າມັກ​ຫຼາຍ."

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ປະຈຸ​ບັນ ​ເປັດ​ຢ້າງ​ປັກ​ກິ່ງບໍ່​ແມ່ນ​ອາຫານ​ເຢື່ອງໜຶ່ງ​ຫຼື​ຊີ້ນ​ເປັດ​ຊື່ໆ​ແລ້ວ,ມັນ​ໄດ້​ກາຍ​ເປັນ​ວັດທະນະທຳ​ອາຫານ​ການ​ກິນ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ຄວາມຍອດ​ຢ້ຽມ​ຂອງອາຫານ​ການ​ກິນ​ທີ່​ແຊບນົວ​ຂອງ​ຈີນ.​ໃນ​ງານ​ລ້ຽງ​ລະດັບ​ຊາດ,ມັນ​ແມ່ນ​ອາຫານ​ການກິນ​ທີ່​ຂາດ​ບໍ່​ໄດ້.​ໃນ​ເວລາ​ດາລາ​ວັນ​ໄປ​ຮຽນ​ຕໍ່​ຢູ່​ລາວ,​ເຄີຍ​ໄປ​ຊີມ"​ເປັດ​ຢ້າງ​ປັກ​ກິ່ງ"ຢູ່​ວຽງ​ຈັນ.​ສຸພະ​ສິດ​ຈີນ​ເວົ້າວ່າ: "​ເຂົ້າບ້ານ​ເພິ່ນ​ຕ້ອງ​ເຮັດ​ຕາມ​ເພິ່ນ",ຄຶດວ່າ,​ເປັດ​ຢ້າງ​ປັກ​ກິ່ງ​ໄປ​ຮອດວຽງ​ຈັນ​ແລ້ວ ກໍ​ຕ້ອງ​ປ່ຽນ​ລົດ​ຊາດ​ໜ້ອຍ​ໜຶ່ງ ​ເພື່ອ​​ໃຫ້​ຖືກ​ກັບປາກ​ຄົນວຽງ​ຈັນ.ສະນັ້ນ,ຖ້າ​ທ່ານ​ມີ​ໂອກາດ​ມາ​ທ່ຽວ​ປັກ​ກິ່ງ,ຢ່າ​ລືມ​​ຊີມ​ເປັດ​ຢ້າງ​ປັກ​ກິ່ງ​ອ້ອຍຕ້ອຍ​ເດີ້.​


1  2  3