ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-03 10:08:11    
ເປັດ​ຢ້າງ​ປັກ​ກິ່ງ

cri Author: da


ທ່ານ​ຊົ້ງຢຽນ ຜູ້ອຳນວຍການຮ້ານ​ນີ້​ເວົ້າວ່າ,ຈຸດ​ພິ​ເສດ​ຂອງ​ຮ້ານ"ປ້ຽນອີ​ຝາງ"​ແມ່ນ​ເປັດ​ອົບ​ໃນ​ເຕົາ.

"ກາ​ນອົບ​​ເປັດ​ປັກ​ກິ່ງ​ຊະນິດ​ນີ້​​ໃນ​ເຕົາບໍ່​ມີ​ໄຟ,ພຽງ​ແຕ່​ອາ​ໄສ​ຄວາມ​ຮ້ອນ​​ໃນ​ເຕົາ,ອຸນຫະພູມຄ່ອຍໆ​ເຢັນ​ລົງ ​ເປັດ​ຢ້າງ​ກໍ​ສຸກ​ແລ້ວ.ວິທີ​ນີ້ຍາກ​ກວ່າ​ການ​ແຂວນ​ປີ້ງ​ເປັດ.​ເປັດ​ຢ້າງ​​ໃນ​ເຕົາ​ບໍ່​ພຽງ​ແຕ່​ມີ​ເອກະລັກ​ທີ່​ໜັງ​ເປັດ​ກອບ​ແລ້ວ​ແຕ່​ຊີ້ນ​ພັດ​ຍັງອ່ອນໜຸ້ມ,​ແຊບ​ຫຼາຍ,​ເປັນ​ສີ​ແດງ ​​ເບິ່ງ​ແລ້ວ​ງາມ​ຫຼາຍ."

ທ່ານ​ຊົ້ງຢຽນ​ເວົ້າວ່າ,​ເປັດ​ທີ່​ເອົາ​ປຸງ​ແຕ່ງ​ເປັນ​ເປັດ​ຢ້າງ​ຕ້ອງ​ເລື​ອກຕາ​ມມາດຖານອັນ​ເຄັ່ງ​ຄັດ.​ເປັດ​ດິບ​ໂຕ​ໜຶ່ງ​ຕ້ອງ​ມີນ້ຳໜັກ​ລະຫວ່າງ 2,9 ກິ​ໂລ,ຕ້ອງ​ເຕີບ​ໃຫຍ່​ພາຍ​ໃນ 60 ວັນ,​ຮ້ານ​ປ້ຽນອີ​ຝາງ​ໄດ້​ເຮັດ​ຕາມ​ມາດຖານ​ດັ່ງກ່າວຮ້ອຍ​ກວ່າ​ປີ​ໂດຍ​ຕະຫຼອດ,ທັງ​ມີ​ເອກະ​ລັກ​ພິ​ເສດ​ຂອງ​ຕົນ​ໃນ​ດ້ານ​ວິທີ​ຢ້າງ​ເປັດ.

ນອກຈາກ​ຮ້ານ​ປ້ຽນອີ​ຝາງ​ແລ້ວ,ຢູ່​ປັກ​ກິ່ງ ຍັງ​ມີ​ຮ້ານ​ໜຶ່ງ​ທີ່​ໜ້າ​ໄປ​ຊີມ​,ຮ້ານ​ນີ້​ຊື່ວ່າ"​ຮ້ານ​ເປັດ​ຢ້າງ​ສວນ​ຈູ້​ເຕີ".ປະຈຸ​ບັນ ຮ້ານ​ສວນ​ຈູ້​ເຕີ​​ໄດ້​ພັດທະນາ​ເປັນ​ກຸ່ມ​ບໍລິສັດ​ແລ້ວ,​ຕັ້ງຮ້ານສາຂາ​ຫຼາຍ​ແຫ່ງ​ຢູ່​ແຫ່ງ​ຕ່າງໆ​ໃນ​ໂລກ,ຕໍ່​ໄປ ດາລາ​ວັນ​ຂໍ​ແນະນຳ​ຮ້ານ​ເປັດ​ຢ້າງ​ສວນ​ຈູ້​ເຕີທີ່​ຕັ້ງຢູ່​ຄຸ້ມ​ສຽນ​ເມີນປັກ​ກິ່ງ.ຮ້ານ​ນີ້​ໄກ​ຈາກ​ສະໜາມ​ທ່ຽນ​ອ່ານ​ເມີນ​ບໍ່​ຮອດ​ສອງ​ກິ​ໂລ​ແມັດ,ມີ​ປະຫວັດ​ຮ້ອຍ​ກວ່າ​ປີ,​ບໍ່​ພຽງ​ແຕ່ແມ່ນ​ບ່ອນ​ກິນ​ເປັດ​ຢ້າງ,ທັງ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ.ຢູ່​ແຫ່ງ​ນີ້,ສິ່ງ​ທີ່​ໜ້າ​ຊົມ​ແມ່ນ"ຮ້ານ​ເກົ່າ"ຢູ່​ຊັ້ນທີ​ໜຶ່ງ,​ໄດ້​ຮັກສາ​​ໂສມ​ໜ້າ​ຂອງ​ຮ້ານ​ເປັດ​ຢ້າງ​ສວນ​ຈູ້​ເຕີ​ໃນ​ຊຸມ​ປີ 30 ສະຕະວັດ​ທີ່​ແລ້ວ,​ມີ​ເຟີ​ນີ​ເຈີ​ເກົ່າ​ແກ່​ຫຼາຍ​​ເຄື່ອງ,ຍັງ​ແຂວນ​ມີ​ແຜນ​ທີ່​ເມື​ອງປັກ​ກິ່ງ​ເກົ່າ.ຕາມ​ເວົ້າ​ກັນ​ວ່າ,ຖ້າຄຳລູກຄິດ​ຢົກ​​ເທິງ​ຕູ້​ຮ້ານ,ຈະ​ນຳ​ຄວາມສຸກ​ມາໃຫ້​ທ່ານ.


ຮ້ານ​ເປັດຢ້າງ​ສວນ​ຈູ້​ເຕີ​​ຕ່າງ​ກັບ​ຮ້ານ​ປ້ຽນອີ​ຝາງ​ກໍ​ແມ່ນ,ຮ້ານ​ນີ້​ແມ່ນ​ຂາຍ​ເປັດ​​ແຂວນປີ້ງ,​ໃຊ້​ໄຟ.ຈຸດ​ພິ​ເສດ​ຂອງ​ມັນ​ແມ່ນ:ກ່ອນປີ້ງ​ເປັດ​ຕ້ອງ​ເອົາ​ເຄື່ອງປຸງ​ແຕ່ງ​ທີ່​ປຸງ​ແຕ່ງ​​ໂດຍ​ຮ້ານ​ນີ້​ທາ​ໃສ່​​ໂຕ​ເປັດ​ດິບ,​​ໃນ​ເວລາ​ປີ້ງ​ເປັດ​ຕ້ອງ​ລະວັງ​ຄວາມ​ຮ້ອນ​ໃຫ້​ພໍ​ດ້າມ​ພໍດີ,​ເມື່​ອ​ເປັນ​ແນວ​ນີ້ ​ເປັດປີ້ງ​ຈິ່ງ​ເປັນ​ສີ​ແດງ​ແກ່,​ແສງ​ເຫຼື້ອມ​ອອກ,ໜັງ​ກອບ ​ຊີ້ນ​ອ່ອນ.

​ເປັດ​ຢ້າງ​ຂອງ​ຮ້ານ​ສວນ​ຈູ້​ເຕີ​ມີ​ສະ​ເໜຫຼາຍ,ນີ້​ແມ່ນ​ວິທີ​ຊອຍ​ແລະ​ວິທີກິນ​ຕ່າງ​ໝູ່.ທ່ານ​ມາ​ເຈີ ຜູ້ອຳນວຍການ​ຮ້ານ​ເປັດ​ຢ້າງ​ສຽນ​ເມີນ​ສວນ​ຈູ້​ເຕີ​ແນະນຳ​ວ່າ:

"ທຳ​ມະ​ດາ ພໍ່ຄົວ​ຊອຍ​ເປັດ​ຢ້າງ​ໃຫ້​ເປັນ 108 ປ່ຽງຕໍ່​ຈານ​ໜຶ່ງ.​ແຂກ​ຈະ​ກິນ​ກັບ​ແຈ່ວ​ຫວານ.​ແຈ່ວ​ຫວານ​ມີ​ບົດບາດ​ຫຍັງ​ແດ່?​ແກ້ມັນ."

1  2  3