ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-09 17:54:08    
ທ່ານ​ເຊຍ​ມີ​ລີ​ເຊຍ​ເຄີ --- ນັກ​ຮ້ອງ​ເຜົ່າ​ອຸສ​ເບັກ​ທີ່​ນິ​ຍົມ​ເຂົ້າ​ຮ່ວມ​ງານ​ການ​ກຸ​ສົນ

cri

ເຂດ​ປົກ​ຄອງ​ຕົນ​ເອງຊິນ​ຈ່ຽວ​ເຜົ່າ​ອຸຍ​ອູວ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ,​ເຂດ​ນີ້​ມີ​ຫຼາຍ​ຊົນ​ເຜົ່າ, ​ຊົນ​ເຜົ່າ​ເຫຼົ່າ​ນີ້​ຊ່າງ​ຟ້ອນ​ລຳ​ທຳ​ເພງ,​ໃນ​ນັ້ນ,​ເຜົ່າ​ອຸສ​ເບັກ​ມີນັກ​ຮ້ອງ​ຜູ່​ລ້ຳ​ເລີດ​ຫຼາຍ​ຄົນ.​ຕໍ່​ໄປ ພວກ​ເຮົາ​ຈະ​ແນະ ນຳ​ໃຫ້​ທ່ານ​ຮູ້​ຈັກ​ກັບ​ທ່ານ​ເຊຍ​ມີ​ລີ​ເຊຍ​ເຄີ ນັກ​ຮ້ອງ​ສຽງ​ສູງ​ຂອງ​ເຜົ່າ​ອຸສ​ເບັກ,​ນອກ​ຈາກ​ຮ້ອງ​ເພງ​ເກັ່ງ​ແລ້ວ,​ທ່ານ​ຍັງ​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ວຽກ​ງານ ການ​ກຸ​ສົນ,​ເປັນ​ສິ​ລະ​ປິນ​ແລະ​ທູດ​ເພື່ອ​ສາ​ທາ​ລະ​ນະ​ປະ​ໂຫຍດ​ທີ່​ຄົນ​ທັງ​ຫຼາຍ​ເຄົາ​ລົບ​ນັບ​ຖື.

ປີ1958,ທ່ານ​ເຊຍ​ມີ​ລີ​ກຳ​ເນີດ​ຢູ່​ໃນ​ຄອບ​ຄົວ​ທີ່​ມັກ​ຟ້ອນ​ລຳ​ທຳ​ເພງ​ຄອບ​ຄົວ​ໜຶ່ງ​,ບ້ານ​ເກີດ​ຢູ່​ເມືອງ​ສີ​ທາຍ​ເຂດ​ຊິນ​ຈ່ຽງ.​ພໍ່​ເປັນ​ຊາວ​ເຜົ່າ​ອຸສ​ເບັກ,​ແມ່​ເປັນ​ຊາວ​ເຜົ່າ​ອຸຍ​ອູວ,​ໃນ​ອ້າຍ​ເອື້​ອຍນ້ອງ6​ຄົນ,ທ່ານ​ເປັນ ​ຜູ່​ທີ​ສີ່.​ເດັກ​ຊາຍ​ທີ່​ໜ້າ​ຕາ​ໜ້າ​ຮັກ​ຜູ່​ນີ້​ມັກ​ຮ້ອງ​ເພງ​ມັກ​ຟ້ອນ​ແຕ່​ຍາມ​ຍັງ​ນ້ອຍ.​ໃນປີ​ທີ່​ທ່ານ​ເຊຍ​ມີ​ລີ​ອາ​ຍຸ​5​ຂວບ,​ເມືອງ​ສີ​ທາຍ​ທີ່​ທ່ານ​ຢູ່​ນັ້ນ​ໄດ້​ຈັດ​ງານ​ສິ​ລະ​ປະ​ວັນ​ນະ​ຄະ​ດີ,​ພໍ່​ໄດ້​ອູ້ມ​ລາວ​ຂຶ້ນ​ເວທີ,​ເມື່ອ​ໄດ້​ຍິນ​ສຽງ​ດົນ​ຕີ​ແລ້ວ,​ລາວ​ກໍ່​ຕັ້ນ​ເດາະ​ເຕັ້ນ​ດັ່ອງ,​ສະ​ແດງ​3​ລາຍ​ການ​ລຽນ​ຕິດ​ຢ່າງ​ເອົາ​ຈິງ​ເອົາ​ຈັງ.


ເມື່ອ​ໃຫຍ່​ຂຶ້ນມາ,ທ່ານ​ເຊຍ​ມີ​ລີ​ໄດ້​ເຂົ້າ​ເປັນ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ, ທ່ານ​ຍັງ​ມັກ​ຮ້ອງ​ເພງ​ມັກ​ເສບ​ດົນ​ຕີ,​ເລີຍ​ໄດ້​ກາຍ​ເປັນ​ຄູ​ສອນ​ສິ​ລະ​ປະ​ສະ​ໝັກ​ຫຼິ້ນ​ຂອງ​ກອງ​ຮ້ອຍ,​ເມື່ອ​ຮອດ​ວັນ​ບຸນ​ມື້​ພັກ,​ທ່ານ​ກໍ​ໄດ້​ເສບ​ເພງ​ຮ້ອງ​ເພງ​ຮ່ວມ​ກັບ​ເພື່ອນ​ນັກ​ລົບ.​ຊີ​ວິດ​ທະ​ຫານ​ໄດ້​ກະ​ຕຸ້ນ​ໃຫ້​ທ່ານ​ເຊຍ​ມີ​ລີ​ມີ​ຄວາມ​ປາ​ຖະ​ໜາ​ອັນ​ແຮງ​ກ້າ​ທີ່​ຢາກ​ແຕ່ງ​ເພງ​ທະ​ຫານ. ​ກາງ​ເວັນ,​ຂຸ້ນ​ນຳ​ການ​ຝຶກ​ແອບ,​ທ່ານ​ກໍ​ແຕ່ງ​ເພງ​ຍາມ​ຄ່ຳ​ຄືນ.

ມາ​ຮອດ​ປັດຈຸບັນ,ທ່ານ​ເຊຍ​ມີ​ລີ​ໄດ້​ແຕ່ງ​ແລະ​ຮ້ອງ​ເກືອບ​200​ເພງ​ແລ້ວ,​ເຊັ່ນ​ເພງ"​ຂ້ອຍ​ແມ່ນ​ນັກ​ຮ້ອງ​ຂອງ​ກອງຮ້ອຍ","​ເລື່ອງ​ໃນ​ເມືອງ​ຕາປານ"​"ປາກ​ພູ​ອາ ລາ"​"ຂົວ​ເອີ​ຕ້າວ"​ເປັນ​ຕົ້ນ.​ແຜ່ນ​ຊີ​ດີ​ເພງ​ຂອງ​ທ່ານ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ນິຍົມ ຈາກ​ຜູ່​ຟັງ​ຈີນ​ເທົ່າ​ນັ້ນ,​ແຕ່​ຍັງໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຜູ່​ຟັງ​ຂອງ​ຍີ່​ປຸ່ນ​ແລະ​ສິງ​ກະ​ໂປ​ອີກ.​ຄົນ​ທັງ​ຫຼາຍ​ໄດ້​ຍ້ອງ​ຍໍ​ນັກ​ຮ້ອງ​ທີ່​ຕະຫຼົກຜູ່​ນີ້​ວ່າ​ແມ່ນ"​ເຈົ້າ​ຊາຍ​ແຫ່ງ​ຄວາມ​ດູດ​ດື່ມ".

1  2  3  4