ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-10 17:12:25    
ທ່ຽວຖ້ຳຫີນ​ຫຼົງ​ຢິວ

cri Author: da


 ຢູ່​ແຂວງ​ເຈີ້​ຈ່ຽງພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ມີ​ເມືອງ​ໜຶ່ງ​ຊື່ວ່າ"ຫຼົງ​ຢິວ".​ເມື່ອ 10 ກວ່າປີ​ກ່ອນ,​ຢູ່ເມືອງ​ຫຼົງ​ຢິວ​ໄດ້​ປະກົດ​ເຫັນຖ້ຳຫີນ​ຂະໜາດ​ໃຫຍ່​ຢູ່​ໃຕ້​ດິນ​ຫຼາຍ​ແຫ່ງ,ວົງ​ການ​ວິຊາ​ການ​ໃຫ້​ຄວາມ​ສົນ​ໃຈ​ຫຼາຍຕໍ່​ເລື່ອງ​ນີ້,ນັກ​ທ່ອງ​ທ່ຽວ​ຈຳນວນ​ຫຼວງ​ຫຼາຍ​ກໍ​ພາກັນ​ໄປ​ທ່ຽວ​ຊົມ.​ໃນ​ລາຍການ​ມື້​ນີ້,ດາລາ​ວັນຈະ​ພາ​ທ່ານ​ໄປ​ທ່ຽວ​ຊົມຖ້ຳຫີນ​ທີ່ອັດສະຈັນ​ເຫຼົ່າ​ນີ້.

ຖ້ຳຫີນ​ຫຼົງ​ຢິວຢູ່​ບ້ານ​ພູດອຍ"ສື​ຢຽນ​ເປ້" ພາກ​ເໜືອ​ເມືອງ​ຫຼົງ​ຢິວ,ຂີ່​ລົດຈາກ​ເທດສະບານ​ເມືອງ​ 5 ນາທີກໍ​ໄປ​ຮອດບ້ານ​ນີ້. ຖ້ຳຫີນ​​ຫຼົງ​ຢິວຢູ່​ດ້ານຫຼັງມີ​ພູ,ຢູ່​ທາງ​ໜ້າ​ມີແມ່ນ້ຳ,ຢູ່​ອ້ອມ​ຂ້າງຖ້ຳ​ມີ​ຕົ້ນ​ໄມ້​ຂຽວ​ອຸ່ມ​ທຸ່ມ.​​ແຕ່​ກ່ອນ,ຊາວບ້ານ​ກໍ​ປະກົ​ດ​ເຫັນ​ວ່າ,​ໃນ​ພູມີໜອງນ້ຳຫຼາຍ​ບ່ອນ,ນ້ຳ​ໃສ​ສະອາດດີ,​ໜອງເລິກ​ຈົນບໍ່​ເຫັນ​ພື້ນ​.​ໃນ​ລະດູ​ຮ້ອນ​ປີ 1992,ຊາວບ້ານ​ບໍ່​ເທົ່າ​ໃດຄົນ​ຢາກ​ລະບາຍ​ນ້ຳ​​ນີ້​​ໃສ່​ນາ.ສະນັ້ນ ຈຶ່ງ​ຕົກລົງສູບ​ນ້ຳຂອງໜອງ​ນ້ຳ​ແຫ່ງ​ໜຶ່ງ.ກ່ອນ​ອື່ນ ພວກ​ເຂົາ​ເຈົ້າ​ໄດ້​ເລືອກໜອງ​ແຫ່ງ​ໜຶ່ງທີ່ເນື້ອ​ທີ່​ໜ້ານ້ຳກວ້າງ​ພຽງ​ແຕ່ 20 ​ຕາແມັດ​​,​ໃຊ້​ຈັກສູບນ້ຳ ສູບ​ຮອດ​ມື້​ທີ 4 ,ຢູ່​ໃນ​ນ້ຳ​​ໄດ້​ເຫັນ​ຂັ້ນ​ໄດ​ຫີນ​​ໂພ່ອອກມາ,​ເມື່ອ​ຮອດ​ມື້​ທີ 9 ,ກໍ​ເຫັນ​​ເສົາ​ຫີນ​ຮູບ​ສັນ​ປາອັນ​ໃຫຍ່​ຫຼວງ​ສອງ​ເສົາ​ໂພ່​ຂຶ້ນ​ອອກ​ຈາກນ້ຳ.ມື້ທີ 17 ,ຫ້ອງ​ຫີນ​ໃຕ້​ດິນ​ທີ່​ກວ້າງ​ໃຫຍ່​ກໍ່ປະກົດ​ຕົວອອກມາ.

ເມື່ອ​​ໄດ້ພົບເຫັນຖ້ຳຫີນ​ດັ່ງກ່າວ,ຊາວບ້ານ​ສື​ຢຽນ​ເປ້​ຮູ້ສຶກ​ແປກ​ໃຈ​ຫຼາຍ,ເຂົາ​ເຈົ້າ​ໄດ້​ອອກ​ແຮງ​ສຸດ​ຂີດ​ສູບ​ນ້ຳຂອງໜອງ 7 ​ແຫ່ງ,ຖ້ຳຫີນ​ 7 ແຫ່ງກໍ່​ໄດ້​ປະກົດ​ຕົວອອກ​ໃສ​ຄື​ກັນ.ຖ້ຳຫີນ 7 ​ແຫ່ງດັ່ງກ່າວລຽນກັນເປັນແຖວ,ມີລັກສະນະຄືກັນ,ແຕ່ກວມເນື້ອທີ່ຕ່າງກັນ. ສິ່ງທີ່ແປກປະຫຼາດນັ້ນແມ່ນ,ຢູ່ໃນ ຖ້ຳຫີນ​ 7 ​ແຫ່ງມີພຽງແຕ່ຮູບຄວັດຫີນອົງໜຶ່ງທໍ່​ນັ້ນ,ບໍ່​ມີ​ວັດຖຸບູຮານ​​ຫຍັງ​ອີກ​​ເລີຍ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ທ່ານ​ວັງ​ສື່​ຈິ້ງ ບັນດິດ​ສະ​ພາວິ​ສະວະ​ກຳ​ຈີນ​ເວົ້າວ່າ,ຊາວບ້ານ​ສື​ຢຽນ​ເປ້ບໍ່​ນຶກ​ບໍ່​ຝັນ​ວ່າ,ສິ່ງ​ທີ່​ພວກ​ເຂົາ​ເຈົ້າຄົ້ນພົບ​​ ​ນັ້ນ​ແມ່ນກຸ່ມ​ຖ້ຳຫີນ​ໃຕ້​ດິນ​ທີ່​ມະນຸດ​ກໍ່ສ້າງ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ.

"ມາ​ເທື່ອ​ທຳ​ອິດ ຂ້າພະ​ເຈົ້າກໍ​ຍ້ອງຍໍ​ກຸ່ມ​ຖ້ຳຫີນໃຕ້​ດິນ​ທີ່​ຄົນ​ຈີນ​ສະ​ໄໝ​ບູຮານກໍ່ສ້າງ,ພວກ​ຂ້າພະ​ເຈົ້າຄຶດບໍ່​ອອກ​ເລີຍ​ວ່າ,ບົດຮຽນ​ແລະ​ປັນຍາ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ບັນລຸ​ລະດັບ​ສູງ​ປານ​ນີ້​ໄດ້​ແນວ​ໃດ,ອາດ​ເວົ້າ​ໄດ້​ວ່າ ​ເປັນ​ງານສີ​ມື​ທີ່ປານີດ​ເໜືອ​ທຳ​ມະ​ຊາດອີ່ຫຼີ."

ທ່ານ​ວັງ​ສື່​ຈິ້ງ​ເວົ້າວ່າ,​ເມື່ອ​ສັງ​ເກດ​​ເບິ່ງ​ຖ້ຳທີ່​ໄດ້ຖືກ​ຂຸດ​ຄົ້ນ​ແລ້ວ,​ແຕ່​ລະຖ້ຳກໍ​ແມ່ນ​ຫ້ອງ​ໃຫຍ່​ໃຕ້​ດິນຫ້ອງ​ໜຶ່ງ,​ແຕ່​ລະ​ຫ້ອງ​ກວມ​ເນື້ອ​ທີ່ 1 ພັນຕາ​ແມັດ​ເປັນ​ຢ່າງ​ໜ້ອຍ,​​ໃນແຕ່​ລະ​ຫ້ອງມີ​ສະ​ນ້ຳຫີນ​ແລະ​ເປີ້ນ​ຫີນ​1ຫາ2ບ່ອນ;ມີ​ເສົາ​ຫີນ​ຄ້ຳຫຼັງຄາ​ຖ້ຳ,ມີ​​ເສົາ​ຈັກ​ເສົາ​ຕ້ອງ​ເບິ່ງເນື້ອ​ທີ່​ຂອງ​ຖ້ຳຈະ​ກວ້າງ​ຊ່ຳ​ໃດ,​ຫຼາຍທີ່​ສຸດ​ມີ 4 ​ເສົາ,​ໜ້ອຍທີ່​ສຸດ​ມີ 1 ​ເສົາ.ຖ້ຳຫີນ​ມີ​ຮູບ​ເໝືອນ​ດັ່ງຖ້ວຍ​ທີ່​ຂວ້ຳລົງ.​ໃນ​ຖ້ຳຫີນ​ຍັງ​ມີ​ຂັ້ນ​ໄດ​ຫີນ,​ເນັ່ງ​ໄປ​ສູ່​ທາງນອກ.ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ແຮ່ງ​ແປກ​ໃຈ​ນັ້ນ​ແມ່ນ,ທີ່​ຕັ້ງຂອງ 7 ຖ້ຳຫີນ​ເໝືອນ​ດັ່ງ​ຮູບດາວໄຖ 7 ດາວ.ຢູ່ເທິງຝາຖ້ຳ,ຍັງມີຮູບ​ແຕ້ມ​ທີ່​ອັດສະຈັນ.ຢູ່​ເທິງ​ຝາ​ຖ້ຳບາງ​ແຫ່ງ​ໄດ້ຄວັດ​ຮູບ​ສັດ​​ຄື ມ້າ ນົກ​ແລະ​ປາ;​ແຕ່ບາງ​ບ່ອນ​ພັດຄວັດ​ສັດຊະນິດ​ແປກໆ,​ເຊັ່ນ​ວ່າ ​ນົກ​ຍາວ​ກວ່າ​ຮ່າງກາຍຕັ້ງຫຼາຍ​ເທົ່າ.

ໃນ​ບໍລິ​ເວນ​ບໍ່​ເຖິງ 1 ກິ​ໂລ​ຕາແມັດ​ຂອງ​ຖ້ຳ 7 ​ແຫ່ງ​ດັ່ງກ່າວ,ຍັງ​ໄດ້​ພົບ​ເຫັນຖ້ຳ​ຮູບ​ຄ້າຍຄື​ກັນ 24 ​ແຫ່ງ.ທ່ານ​ຢາງ​ລິນ​ເຕີ ຮອງປະທານ​ສະມາຄົມພະລັງ​ວິທະຍາ​ແລະ​ສະມາ​ຄົມວິ​ສະວະ​ກຳ​ດ້ານ​ຫີນ​ຂອງຈີນ​ໄດ້​​ໄປ​ສຳ​ຫຼວດຖ້ຳຫີນຫຼົງ​ຢິວຫຼາຍ​ເທື່ອ​ແລ້ວ.ທ່ານ​ເວົ້າວ່າ,​ເມື່ອ​ສັງ​ເກດ​ເບິ່ງ​ແລ້ວ,​ຖ້ຳຫີນ​ທຸກ​ແຫ່ງ​ລ້ວນ​ແຕ່​ມີ​ການ​ອອກ​ແບບຢ່າງລະອຽດ,ຖ້ຳ​ໄດ້​ຕິດ​ກັບ​ຖ້ຳອື່ນ​ຢູ່ 4 ທິດ​ແລະ​ຢູ່​ລຸ່ມ​ຢູ່​ເທິງ,​ແຕ່​ລະຖ້ຳ​ໄປ​ຖ້ຳອື່ນ​ບໍ່​ໄດ້,​ເຕັກນິກ​ວັດ​ແທກ​ຢູ່​ໃຕ້​ດິນ​ທີ່​ລະອຽດ​ປານີດ​ແບບ​ນີ້,​ເຮັດ​ໃຫ້​ຄົນຍຸກ​ປະຈຸ​ບັນທີ່​ມີ​​ເຕັກນິກ​ທັນ​ສະ​ໄໝງຶດ​ງໍ້ຫຼາຍ.ທ່ານ​ເວົ້າວ່າ:

"ມາສຳ​ຫຼວດຖ້ຳຫີນເທື່ອ​ໃດ ຂ້າ​ພະ​ເຈົ້າກໍ​ຮູ້ສຶກງຶດ​ງໍ້​ທີ່​ສຸດ,ຖ້ຳຫີນຫຼົງ​ຢິວ​ແມ່ນ​ຊ່າງຈີນ​ໃນ​ສະ​ໄໝ​ບູຮານປະດິດ​ສ້າງ​ໄວ້,ມີ​ຄຸນ​ຄ່າ​ຫຼາຍ​ທີ່​ສຸດ​ຕໍ່​ການ​ສ່ອງ​ແສງ​ໃຫ້​ເຫັນ​ປະຫວັດອະ​ລະຍະ​ທຳ​ສະ​ໄໝ​ບູຮານ​ຂອງ​ຈີນ."

1  2  3