ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-10 17:12:25    
ທ່ຽວຖ້ຳຫີນ​ຫຼົງ​ຢິວ

cri Author: da


ຄວາມ​ອັດສະຈັນ​ແລະ​ຄວາມລີ້ລັບ​ຂອງ​ຖ້ຳຫີນ​ຫຼົງ​ຢິວ,​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວຈີນ​ແລະ​ຕ່າງປະ​ເທດ​ນັບ​ເປັນ​ພັນ​ເປັນໝື່ນມາ​ຊອກ​​ຄຳ​ຕອບ. ​ນາງ​ຈັ່ງ​ກູ ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ເຂດ​ປົກຄອງ​ຕົນ​ເອງມົງ​​ໂກນ​ໃນຂອງ​ຈີນ​ເວົ້າວ່າ:

"ຈັ່ງ​ແມ່ນ​ອັດສະຈັນ​ອີ່ຫຼີ,ຂ້ອຍຮູ້ສຶກ​ມ່ວນ​ຫຼາຍ,​ແຕ່​ບໍ່​ແມ່ນ​ຫຼິ້ນ​ມ່ວນ,ຫາກ​ແມ່ນມາ​ທັດສະນະ​ຈອນແຫ່ງ​ນີ້​ດ້ວຍຄວາມໂຄລົບ."

ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຫຼວງ​ຫຼາຍ​ກໍ​ມາ​ທ່ຽວ​ຊົມ​ແຫ່ງ​ນີ້,​ນາງຊອຍລີ ວາ​ທາ​ເນັນ ທີ່​ມາ​ຈາກ​​ແຟັງລັງ​ໄດ້​ບອກ​ນັກ​ຂ່າວ​ວ່າ:

"ພວກ​ຂ້ອຍ​ຫາ​ກໍ່​ໄປ​ທ່ຽວຖ້ຳຫີນຫຼົງ​ຢິວ,ຮູ້ສຶກ​ແປກ​​ໃຈຫຼາຍ,​ເພາະວ່າ​ບໍ່​ເຄີຍ​ເຫັນ​ບ່ອນ​ໃດ​ຄື​ບ່ອນ​ນີ້,ກໍ​ບໍ່​ຮູ້​ວ່າ​ໃນ​ໂລກ​ຍັງ​ມີ​ບ່ອນ​ແບບ​ນີ້,ຖ້າ​ມີ​ໂອກາດ​ມາທ່ຽວ​ແຂວງ​ເຈີ້​ຈ່ຽງຈີນ,ຕ້ອງ​ໄປ​​ເບິ່ງ​ຖ້ຳຫີນ​ຫຼົງ​ຢິວອີກ."

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ຖ້າ​ທ່ານ​ຢາກ​ໄປ​ທ່ຽວຖ້ຳຫີນຫຼົງ​ຢິວທີ່​​ແຂວງເຈີ້​ຈ່ຽງ,ທ່ານສາມາດຂີ່​ລົດ​​ເມ​ຢູ່​ສະຖານີ​ຫຼົງ​ຢິວ​ແຂວງ​ເຈີ້​ຈ່ຽງກໍ​ໄປ​ຮອດ​ຖ້ຳຫີນ​ແລ້ວ,ປະຈຸ​ບັນ ຄ່າ​ລົດ​ພຽງ​ແຕ່ 2 ຢວນຕໍ່​ຄົນ.ປີ້​​ເຂົ້າປະຕູ​​ເຂດ​ຖ້ຳຫີນຫຼົງ​ຢິວ​ແມ່ນ 30 ຢວນຕໍ່ຄົນ​ໜຶ່ງ.ການ​ພັກ​ແຮ​ມ​ຢູ່​ເມືອງ​ຫຼົງ​ຢິວກໍ​ສະດວກ​ຫຼາຍ,ຢູ່​ໃນ​ເມືອງ​ມີ​ໂຮງ​ແຮມ​ລະດັບ​ຕ່າງໆ,ສ່ວນ​ຫຼາຍມີ​ຫ້ອງອາຫານພ້ອມ;ທ່ານ​ກໍ​ສາມາດ​ໄປ​ຊີມອາຫານທ້ອງ​ຖິ່ນ,ລາຄາ​ຖືກ ທັງລົດ​ຊາດ​ແຊບ.


1  2  3