ທ່ານຢາງລິນເຕີເຫັນວ່າ,ກຸ່ມຖ້ຳຫິນຫຼົງຢິວ,ບໍ່ວ່າເບິ່ງໃນດ້ານວິທະຍາສາດຫຼືດ້ານສິນລະປະກຳ ກໍລ້ວນແຕ່ແມ່ນເລື່ອງອັດສະຈັນ.ເຊັ່ນ,ການຈັດວາງຂອງຖ້ຳຫີນມີລະບຽບການຄັກແນ່,ມີຄຸນຄ່າໃນການຄົ້ນຄວ້າໃນດ້ານສິນລະປະກຳທີ່ທັນສະໄໝ;ນອກນີ້ ການຈັດວາງເສົາຫີນໃນຖ້ຳຫີນກໍເໝາະກັບນ້ຳໜັກຂອງຖ້ຳ.ຜູ້ກໍ່ສ້າງກຸ່ມຖ້ຳຫີນມີເຕັກນິກສູງປານນີ້ເຮັດໃຫ້ຄົນຄິດບໍ່ເຖິງ.ຈຸດປະສົງຂຸດຖ້ຳຫີນທີ່ໃຫຍ່ແນວນີ້ ນັບມາຮອດປັດຈຸບັນຍັງບໍ່ຮູ້ແຈ້ງເທື່ອ.ບາງຄົນວ່າແມ່ນສຸສານເຈົ້າຊີວິດໃນສະໄໝບູຮານ,ບາງຄົນກໍ່ວ່າແມ່ນຖ້ຳຫີນທີ່ປະໄວ້ຍ້ອນຄົນສະໄໝບູຮານຂຸດເອົາກ້ອນຫີນ,ບາງຄົນວ່າແມ່ນຫ້ອງຫີນເພື່ອເປັນບ່ອນເກັບມ້ຽນອາຫານ…ເຖິງວ່າການເດົາເຫຼົ່ານີ້ຕ່າງມີເຫດຜົນກໍ່ຕາມ,ແຕ່ບໍ່ມີຫຼັກຖານອ້າງອີງເປັນລາຍລັກອັກສອນແລະທາງບູຮານຄະດີ,ສະນັ້ນ ປະຈຸບັນ ຍັງສັນນິຖານຍາກ.
ບໍ່ວ່າຂະໜາດແລະການຈັດວາງຂອງກຸ່ມຖ້ຳຫີນ,ຫຼືການອອກແບບຢ່າງປານີດແລະກຳມະວິທີກໍ່ສ້າງ,ຫຼືຄຸນຄ່າຫຼາຍຢ່າງຂອງຖ້ຳຫີນຫຼົງຢິວ,ລ້ວນແຕ່ຫາຍາກທີ່ສຸດໃນໂລກ.ເຖິງວ່ານັກວິຊາການຈີນໄດ້ຄົ້ນຄວ້າຖ້ຳຫີນເຫຼົ່ານີ້ຢ່າງກວ້າງຂວາງແລະເລິກເຊິ່ງກໍຕາມ,ແຕ່ປັດຈຸບັນ ກ່ຽວກັບຖ້ຳຫີນ ຄົນທັງຫຼາຍຍັງບໍ່ຮູ້ແຈ້ງຫຼາຍ,ຍັງມີຂໍ້ສົນໃຈຫຼາຍຢ່າງ,ເຊັ່ນ:ນັກບູຮານຄະດີຂອງຈີນອີງຕາມຮູບແຕ້ມເທິງຝາຖ້ຳແລ້ວເຫັນວ່າ ຖ້ຳແມ່ນສ້າງຂຶ້ນເມື່ອ 2 ພັນກວ່າປີກ່ອນ,ແຕ່ສ້າງໃນປີໃດ?ຜູ້ໃດສ້າງໄວ້?ໃຊ້ພາຫະນະແລະຮູບການໃດເຈາະຫີນ.ລ້ວນແຕ່ເປັນບັນຫາທີ່ຍັງສັນນິຖານບໍ່ໄດ້.
1 2 3
|