ທ່ານອຽນໂປ່ກັບນາງເມີຍທິງ ຄູ່ຜົວເມຍທີ່ເປັນຜູ້ອຳນວຍການສ້າງຟີມຂອງຈີນ
cri
ເມື່ອຖ່າຍຕອນຕົ້ນສຳເລັດ, ທຶນຂອງພວກເຂົາເຈົ້າກໍໝົດພໍດີ. ເພື່ອຖ່າຍທຳຕອນທ້າຍ, ນາງເມີຍທິງຈຳເປັນຕ້ອງໄປຮັບສະແດງລະຄອນໂທລະພາບເລື່ອງໜຶ່ງ, ແລ້ວເອົາລາຍໄດ້ມາຖ່າຍທຳຕໍ່. ເມື່ອຮູບເງົາຖ່າຍສຳເລັດ, ເງິນຂອງພວກເພິ່ນກໍໃຊ້ໝົດພໍດີ. ແຕ່ນາງເມີຍທິງເວົ້າວ່າ, ພວກເພິ່ນບໍ່ເສຍດາຍ, ຮູບເງົາແມ່ນຄວາມມັກຮ່ວມກັນຂອງສອງຜົວເມຍ, ການທີ່ໄດ້ໃຊ້ຈ່າຍໃນສິ່ງທີ່ຕົນມັກ ກໍແມ່ນເລື່ອງທີ່ມ່ວນໃຈທີ່ສຸດ.![]( /mmsource/images/2006/08/16/meitingff3.jpg)
ທ່ານອຽນໂປ່ເຄີຍຮຽນການອອກແບບສິລະປະຢູ່ຝຣັ່ງ 8 ປີ, ເທື່ອນີ້ແມ່ນທ່ານເປັນຜູ້ກຳກັບການສະແດງເທື່ອທຳອິດ, ແມ່ນແລ້ວ, ການຖ່າຍທຳຮູບເງົາແມ່ນຄວາມຝັນຂອງເພີ່ນມາຫຼາຍປີແລ້ວ. ໃນເວລາແນະນຳຮູບເງົາເລື່ອງອັສເປຍລີນນັ້ນ, ທ່ານອຽນໂປ່ເວົ້າວ່າ:
"ນີ້ແມ່ນຮູບເງົາໃນຕົວເມືອງທັນສະໄໝ, ໄດ້ສະແດງໃຫ້ເຫັນຄວາມນຶກຄິດຈິດໃຈຂອງນາງເອກໃນໄລຍະທີ່ຕ່າງກັນ, ແຕ່ລະຂັ້ນຕອນກໍ່ບໍ່ຄືກັນ. ຂ້າພະເຈົ້າຫວັງວ່າ, ເມື່ອທຸກຄົນເບິ່ງແລ້ວ ຄົງມີຄວາມຮູ້ສຶກຕ່າງກັນ. ອັສເປຍລີນແມ່ນຢາແກ້ປວດຊົ່ວຄາວຊະນິດໜຶ່ງ, ມັນພຽງແຕ່ບັນເທົາອາການເຈັບປວດເທົ່ານັ້ນ, ແຕ່ປົວໃຫ້ເຊົາແທ້ບໍ່ໄດ້, ຂ້າພະເຈົ້າຮູ້ສຶກວ່າ ໃນສັງຄົມສະໄໝນີ້, ພວກເຮົາບໍ່ຈຳເປັນສະແຫວງໃຫ້ອັນໃດກໍຈົບກໍງາມໝົດ, ໃຫ້ເງົາເຈັບຊົ່ວຄາວກໍໄດ້ແລ້ວ, ສະນັ້ນຈຶ່ງຕັ້ງຊື່ໃຫ້ເລື່ອງນີ້ວ່າອັສເປຍລີນ." ໃນຮູບເງົາເລື່ອງນີ້, ນາງເມີຍທິງໄດ້ສະແດງເປັນນັກຂ່າວບັນເທີງທີ່ມີລົດນິຍົມທັນສະໄໝ, ຕ່າງຈາກຜູ້ອື່ນຫຼາຍ, ນາງສະແຫວງຫາຄວາມຮັກທີ່ບໍລິສຸດ, ໃນໄວທີ່ຕ່າງກັນກໍມີປະສົບການດ້ານອາລົມຈິດທີ່ຕ່າງກັນ, ໃນໂຕຂອງນາງມີຈຸດພິເສດຮ່ວມຂອງຍິງໜຸ່ມໃນຕົວເມືອງຂອງຈີນ. ການສະແດງຂອງນາງເມີຍທິງເປັນທຳມະຊາດທີ່ສຸດຄືກັບຕົວຈິງ, ທັງບໍ່ໄດ້ແຕ່ງໜ້າຫຍັງ, ມີແຕ່ແຕ້ມຮອຍເຂົ້າຝ້າໃສ່ໜ້າ. ເມື່ອເວົ້າເຖິງຊື່ຮູບເງົາອັສເປຍລີນ, ນາງເມີຍທິງເວົ້າວ່າ, ອັສເປຍລີນແມ່ນຢາທີ່ມີປະຈຳຢູ່ໃນເຮືອນນາງ, ນາງໄດ້ເອົາໃຈໃສ່ນຳຢາຊະນິດນີ້ຕັ້ງແຕ່ໄດ້ຮູ້ຈັກກັບທ່ານອຽນໂປ່. ນາງເມີຍທິງເວົ້າວ່າ, ຜົວຂອງນາງກິນແຕ່ຢາອັສເປຍລີນທີ່ຜະລິດຈາກຝຣັ່ງຢ່າງດຽວ. ຢ່າຊະນິດນີ້ໃສ່ກ່ອງປຼາສະຕິກສີຂຽວ, ເປັນກ້ອນສີຂາວກ້ອນໃຫຍ່ໆ, ເມື່ອເອົາໃສ່ນ້ຳ ມັນກໍມີຝອດຂຶ້ນມາ. ໃນຍາມເປັນຫວັດຫຼືເຈັບຫົວ, ນາງເມີຍທິງກໍກິນກ້ອນໜຶ່ງ, ດີໄວຫຼາຍ.
![]( /mmsource/images/2006/08/16/meitingff5.jpg)
ມີປີໜຶ່ງ, ໃນລະດູຮ້ອນ, ນາງເມີຍທິງແລະທ່ານອຽນໂປ່ໄປທ່ຽວຝຣັ່ງ, ແຕ່ໃນປະເປົ໋າມີແຕ່ເງິນເອີໂລໃບໃຫຍ່, ຫາບ່ອນແຕກເປັນເງິນນ້ອຍກໍບໍ່ມີ, ສຸດທ້າຍມີແຕ່ໄປຊື້ຢາອັສເປຍລິນສອງກັບໃຫຍ່ຢູ່ຮ້ານຢາຈຶ່ງໄດ້ເງິນນ້ອຍ. ແຕ່ນັ້ນມາ, ນາງເມີຍທິງກັບທ່ານອຽນໂປ່ໄປຝຣັ່ງເທື່ອໃດ, ກ່ອນຈະເມືອ, ກໍເອົາເງິນນ້ອຍທັງໝົດໄປຊື້ເປັນຢາອັສເປຍລີນໝົດ. ສະນັ້ນ, ຢູ່ເຮືອນພວກເພິ່ນ, ຈຶ່ງມີຢາອັສເປຍລີນວາງໄວ້ສູ່ບ່ອນ, ເທິງໂຕະ, ຂ້າງຕຽງແລະຕູ້ເຮືອນຄົວ. 1 2 3
|
|