ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-11 17:28:31    
ທ່ານ​ອຽນ​ໂປ່​ກັບ​ນາງ​ເມີຍ​ທິງ ຄູ່​ຜົວ​ເມຍ​ທີ່​ເປັນ​ຜູ້​ອຳ​ນວຍ​ການ​ສ້າງ​ຟີມ​ຂອງ​ຈີນ

cri


ເວົ້າສຳລັບ​ນາງ​ເມີຍ​ທິງ​ແລະ​ທ່ານ​ອຽນ​ໂປ່​ແລ້ວ, ຮູບ​ເງົາ​ເລື່ອງ​ອັສ​ເປຍ​​ລີນມີ​ຄວາມໝາຍ​ພິ​ເສດ. ​ໃນ​ເວລາ​​ພວກ​ເພິ່ນ​ຮັກ​ກັນ, ຍັງ​ບໍ່​ແຕ່ງງານ​ເທື່ອ, ພວກ​ເພິ່ນທັງ​ສອງ​ກໍ​ໄດ້​ກະກຽມ​ສ້າງຮູບ​ເງົາ​ເລື່ອງ​ນີ້​ແລ້ວ, ​ຫຼັງຈາກ​ແຕ່ງງານ 4 ປີ, ​ພວກ​​ເພິ່ນໄດ້​ຖ່າຍ​​ຮູບ​ເງົາ​ເລື່ອງ​ນີ້​ສຳ​ເລັດໃນ​ທີ່​ສຸດ, ສະນັ້ນ, ​ໃນ​ຮູບ​ເງົາ​ເລື່ອງ​ນີ້​ໄດ້​ມີສິ່ງ​ທີ່​ພວກ​ເພິ່ນ​ເຮັດ"​ເທື່ອ​ທຳ​ອິດ"ຫຼາຍ​ຢ່າງເຊັ່ນ: ທ່ານ​ອຽນ​ໂປ່​ເປັນ​ຜູ້​ກຳກັບ​ການສະ​ແດງ​ເທື່ອ​ທຳ​ອິດ, ນາງ​ເມີຍ​ທິງ​ຮ້ອງ​ເພງ​ປະກອບ​ຕອນ​ທ້າຍ​ຟີມເທື່ອ​ທຳ​ອິດ, ​​ແລະ​ເປັນ​ຜູ້​ອຳນວຍ​ການ​ສ້າງ​ຟີມ​ເທື່ອ​ທຳ​ອິດ. ​ໃນ​ເວລາ​ຖ່າຍ​ທຳ,​ ພວກ​ເພິ່ນ​ມີ​ພາລະ​ໜັກຫຼາຍ, ນອກຈາກ​ຕຶກ​ຕອງ​ໃນ​ດ້ານ​ສິລະ​ປະ​ແລ້​ວ, ການ​ຂາດ​ເຂີນ​ທາງດ້ານ​​ເງິນ​ທຶນ​ກໍ​​ໄດ້​ເຮັດ​ໃຫ້​ພວກ​ເພີ່ນ​​ຮູ້ສຶກ​ໜັກ​ໃຈ​ທີ່​ສຸດ. ທ່ານ​ອຽນ​ໂປ່​ເວົ້າວ່າ:

"ຖ່າຍຮູບ​ເງົາຢູ່​ໃນ​ປະ​ເທດ​ຈີນ​ຍາກຫຼາຍ, ມີ​ແຕ່​ຜູ້​ກຳກັບ​ການສະ​ແດງ​ຜູ້​ມີ​ຊື່ສຽງຈຶ່ງ​ຖ່າຍຮູບ​ເງົາ​ການ​ຄ້າ​​ແລະ​ຮູບ​ເງົາ​ທີ່​ລົງທຶນ​ຫຼາຍໄດ້. ຮູບ​ເງົາ​ຂອງພວກ​ເຮົາ​ແມ່ນຜະລິດ​​ໂດຍ​ສ່ວນ​ຕົວ, ສ່ວນຫຼາຍຕ້ອງ​ອາ​ໄສ​ໝູ່​ເພື່ອນ​ມາ​ຊ່ອຍ. ຂ້າພະ​ເຈົ້າ​ເຫັນ​ວ່າ, ລັດຖະບານ​ຄວນ​​​ໃຫ້ທຶນອຸດ​ໜູນ​ແກ່​ຜູ້​ກຳກັບ​ການສະ​ແດງ​ທີ່ໜຸ່ມ​ນ້ອຍແລະ​ຮູບ​ເງົາ​ຂອງ​ຈີນ."

ຫວ່າງ​ມໍ່ໆ​ນີ້, ຮູບ​ເງົາ​ເລື່ອງ​ອັສ​ເປຍ​ລີ​ນ​ໄດ້​ນຳ​ອອກສາຍ​ຢູ່​ໃນ​ໂຮງ​ຮູບ​ເງົາ​ບາງ​ແຫ່ງ​ຂອງ​ຈີນ, ​ໄດ້​ດູດ​ດຶງ​ຊາວ​ໜຸ່ມເພດ​ຍິງ​ໃນ​ເມືອງບໍ່​ໜ້ອຍ​ໄປ​ເບິ່ງ. ​ເນື້ອ​ໃນ​ບາງ​ຕອນ​​ໃນ​ຮູບ​ເງົາ​ໄດ້​ພາ​ໃຫ້​ພວກ​​ນາງ​ກະ​ຕຸ້ນ​ໃຈຫຼາຍ, ​ແຕ່​ເວົ້າລວມ​ແລ້ວ, ຄົນ​ໄປ​ເບິ່ງຍັງ​ບໍ່​ຫຼາຍ​ປານ​ໃດ. ນີ້​ແມ່ນ​ປະສົບ​ການ​ທີ່​ຄື​ກັນ​ຂອງ​ຮູບ​ເງົາ​ປະ​ເພດ​ສິລະ​ປະ​ທີ່ລົງທຶນ​ໜ້ອຍ​ຂອງ​ຈີນ. ​ຈັ່ງ​ໃດກໍ​ຕາມ, ນາງ​ເມີຍ​ທິງ​ກັບ​ທ່ານ​ອຽນ​ໂປ່​ບໍ່​ກິນ​ແໜງ​ທີ່​ລົງທຶນ​ສ້າງ​ຮູບ​ເງົາ​ຂອງ​ພວກ​ເພິ່ນ​ເອງ, ຈັ່ງ​ໃດ​ກໍ​ດີ, ພວກ​​ເພິ່ນ​ທົດ​ລອງ​ຢ່າງ​ກ້າ​ຫານ​ແລະ​​ໄດ້​ເຮັດ​ເລື່ອງ​ທີ່ຕົນມັກ.

ປັດຈຸບັນ, ທ່ານ​ອຽນ​ໂປ່​ພວມ​ກຽມ​ສ້າງ​ຟີມ​ເລື່ອງໃໝ່​, ລະຄອນໂທລະພາບ​ເລື່ອງ"​ຈັ່ງ​ໃດເຈົ້າກໍຕ້ອງ​ມີ​ຄວາມສຸກ​"ທີ່​ນາງ​ເມີຍ​ທິງ​ເປັນ​ນາງ​ເອກ​ນັ້ນພວມ​ຖ່າຍ​ທຳ​ຢູ່. ​ເມື່ອ​ນັກ​ຂ່າວ​ຖາມ​ວ່າ, ນາງ​ເມີຍ​ທິງ​ຈະ​​ເປັນ​ຕົວ​ສະ​ແດງ​​ແນວ​ໃດ​ບໍ່ໃນ​ຮູບ​ເງົາ​ຂອງທ່ານ​ອຽນ​ໂປ່​​ເລື່ອງ​ໃໝ່​ນັ້ນ, ນາງ​​ເວົ້າວ່າ, ​ໃນ​ເວລາ​ສອງຜົວ​ເມຍ​ຮ່ວມ​ມື​ກັນ​ໃນ​ຟີມ​ເລື່ອງ​ໜຶ່ງນັ້ນ, ​ເຖິງ​ວ່າ​ບາງທີ​ກໍ​ຮູ້​ໃຈ​ກັນ​ດີ, ​ແຕ່​ບາງທີ​ກໍ​ຜິດຖຽງ​ກັນ​ແລະ​ຂັດ​ແຍ່ງກັນ​, ສະນັ້ນ, ນາງ​ເມີຍ​ທິງ​ເວົ້າວ່າ, ຄວາມ​ຮູ້ສຶກ​ຂອງນາງດຽວ​ນີ້​ແມ່ນ​ຢາກ​ສະ​ແດງ​, ທັງຢ້ານ​ສະ​ແດງ.

ແຟນຮູບ​ເງົາ​ທັງຫຼາຍແລະ​ສື່​ມວນ​ຊົນ​ໃຫ້​ຄວາມ​ສົນ​ໃຈ​ນຳ​ຮູບ​ເງົາມຂອງ​ທ່ານ​ອຽນ​ໂປ່​ແລະ​ນາງ​ເມີຍ​ທິງ, ພ້ອມ​ນັ້ນ, ກໍ​ສົນ​ໃຈ​ນຳ​ຊີວິດ​ສ່ວນ​ຕົວ​ຂອງ​ພວກ​ເພິ່ນ. ນາງ​ເມີຍ​ທິງ​ເວົ້າວ່າ, ​ເມື່ອ​​ໄດ້​ຮ່ວມ​ຊີວິດ​ມາ 4 ປີ​ແລ້ວ, ຄວາມ​ຫວານ​ຊື່ນອາດ​ຈະ​ໜ້ອຍ​ລົງ​ເປັນ​ຂອງ​ທຳ​ມະ​ດາ, ສະນັ້ນ, ຕ່າງ​ຄົນ​ຕ່າງ​ກໍ​ຄວນ​ຄິດ​ເຫັນ​ຍາມ​ຫາ​ກໍ​ແຕ່ງງານ​ໃໝ່ໆ​, ​​ປະຕິບັດ​ຕໍ່​ກັນໃຫ້​ດີໆ.
(ຈົບ)
1  2  3