ອຳລາຈາກເຂດສວນເຜົ່າຕິເບດ,ນັກຂ່າວພວກເຮົາຖືກດຶງດູດດ້ວຍສຽງຄຳຂວັນທີ່ດັງມາຈາກທາງໄກຢ່າງບໍ່ຂາດສາຍ.ເມື່ອຍ່າງເຂົ້າໃກ້ແລ້ວ,ຈິ່ງເຫັນວ່າ,ແມ່ນບ່າວສາວເຜົ່າໄທລື້ໄດ້ແບ່ງອອກເປັນສາມຈຸພວມແຂ່ງຂັນຍ່າງແບບໃສ່ເກີບແປ້ນ.ເກີບແປ້ນແມ່ນປະກອບດ້ວຍແປ້ນໄມ້ສອງແຜ່ນ,ແຕ່ລະແຜ່ນຕ່າງມີສົບເກີບ4ໜ່ວຍ,4ຄົນຕ່າງໃສ່ສົບເກີບນີ້,ແລ້ວປະສານສົມທົບກັນ,ກ້າວໄປໜ້າດ້ວຍບາດກ້າວດຽວ.ພວກບ່າວສາວເຜົ່າໄທລື້ທັງຮ້ອງຄຳຂວັນວ່າ"1,2,3,4"ທັງຍ່າງບາດກ້າວໄປໜ້າຢ່າງເປັນເອກະພາບກັນ.ສາມຈຸດັ່ງກ່າວໄລ່ກັນຕິດໆ,ໃຜໆກໍບໍ່ຍອມໃຜ.ການແຂ່ງຂັນແບບສູສີກັນແລະປະທັບໃຈດັ່ງກ່າວໄດ້ພາໃຫ້ນັກທ່ອງທ່ຽວຕົບມືຊົມເຊີຍຢ່າງບໍ່ຂາດສາຍ.
ການຍ່າງແບບໃສ່ເກີບແປ້ນມີປະຫວັດສາດອັນດົນນານ.ແມ່ນເຜົ່າຈວ້າງເປັນຜູ່ປະດິດສ້າງມາກ່ອນໝູ່.ປັດຈຸບັນ,ປະເພດກິລາດັ່ງກ່າວໄດ້ເປັນທີ່ຮັບຮອງຈາກຊົນເຜົ່າສ່ວນໜ້ອຍອື່ນໆ.ກ່ຽວກັບຄວາມເປັນມາຂອງມັນ,ຍັງມີນິທານທີ່ຊົນເຜົ່າສ່ວນໜ້ອຍເລົ່າລືກັນເລື່ອງໜຶ່ງ.ທ່ານລີໂກວເສິ່ງ ຫົວໜ້າພະແນກສ້າງກິດຈະກຳຂອງສວນຊົນເຜົ່າຈີນໄດ້ເລົ່ານິທານສູ່ຟັງວ່າ:
"ຜູ່ປົກຄອງຂອງເຜົ່າຈວ້າງໃນສະໄໝບູຮານເອີ້ນວ່າທູສື,ທູສືຝຶກແອບກອງທະຫານເພື່ອຕີເສິກ,ໃນຫົວທີ,ຖືກປະລາໄຊເລື້ອຍໆ,ພາຍລຸນມາ,ທູສືໄດ້ຊອກເຫັນມູນເຫດທີ່ຖືກປະລາໄຊແມ່ນຍ້ອນທະຫານຂອງເພິ່ນບໍ່ມີຄວາມສາມັກຄີ,ການປະສານສົມທົບກັນບໍ່ດີ,ເລີຍປະດິດສ້າງການຍ່າງ ແບບໃສ່ເກີບແປ້ນ,ໃນເວລາຝຶກແອບ,ໃຫ້ພວກທະຫານຍ່າງພ້ອມກັນຕາມຈັງຫວະທີ່ຮ້ອງສຽງດຽວ.ຄືແນວນີ້ແຫຼະ,ທູສືໄດ້ຝຶກແອບກອງທະຫານໃຫ້ປະຕິບັດໜ້າທີ່ຕາມຄຳສັ່ງເອກະພາບກັນຢ່າງມີລະບຽບວິໄນອັນເຄັ່ງຄັດ.ສະນັ້ນ, ກິລາປະເພດນີ້ສຳຄັນແມ່ນເພື່ອຝຶກແອບໃຫ້ຄົນສາມັກຄີ,ປະສານງານເປັນເອກະພາບກັນເພື່ອສຳເລັດວຽກງານ."
1 2 3
|