ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-21 10:16:04    
ວັງ​ໂປ​ຕາ​ລາ​ເມືອງ​ລາ​ຊາ​ເຂດ​ຕິ​ເບດ(ສຽງ)

cri

ວັນ​ທີ1​ກໍລະກົດ,ທາງ​ລົດ​ໄຟ​ຊີ່​ງ​ໄຫ-ຕິ​ເບດ ​ເຊິ່ງ​ເປັນກິດຈະການ​ອັນຍິ່ງ​ໃຫຍ່​ຂອງ​ຈີນ​ໄດ້​ເປີດ​ບໍລິການ​ແລ້ວ,ກິດຈະການ​ດັ່ງ​ກ່າວ​ໄດ້​ສະ​ແດງ​​ໃຫ້​ເຫັນ​ຄວາມ​ດຸ​ໝັ່ນຂະຫຍັນ​ພຽນ​ແລະ​ສະຕິ​ປັນຍາ​ຂອງ​ຜູ້​ກໍ່ສ້າງ​ທາງ​ລົດ​ໄຟອັນ​ໄພສານ​ຂອງ​ຈີນ,ເຊື່ອ​ວ່າ​ຜູ້​ຟັງ​ລາວ​ທັງຫຼາຍກໍ່​ໄດ້ຮູ້​ຂ່າວ​ທີ່​ກ່ຽວ​ກັບ​ໂຄງການ​ນີ້ໃນ​ລາຍການຂ່າວ​ແລະ​ລາຍການ​ບົດ​​​ແຈ້ງ​ຂ່າວ​ສະພາບ​ການ​ຂອງຈີນ​ໄປ​​ແລ້ວ,ຫວ່າງບໍ່​ດົນມາ​ນີ້,ມີ​ຜູ້​ຟັງຢູ່ຫຼວງ​ພະ​ບາງຜູ້​ໜຶ່ງ​​ໄດ້​ຂຽນຈົດໝາຍ​ມາ​ຍັງພວກ​ເຮົາ​ໂດຍຂ​ຽນວ່າ,"ຈີນ​ໄດ້​ສ້າງ​ທາງ​ລົດ​ໄຟ​ພູ​ພຽງ​ສາຍ​ໜຶ່ງ​ຢູ່​ບ່ອນ​ທີ່​ສູງ​ຈາກລະດັບ​ນ້ຳ​ທະ​ເລ​ກວ່າ​ໝູ່​ໃນ​ໂລກ,ນີ້​ຈະ​ຊຸກ​ຍູ້​ການ​ພັດທະນາເສດ​ຖະກິດຂອງເຂດ​ຕິ​ເບດຢ່າງ​ຫຼວງ​ຫຼາຍ,ຊັບພະ​ຍາກອນ​ທ່ອງ​ທ່ຽວອັນ​ອຸດົມສົມບູນ​ຂອງ​ພູ​ພຽງ​ຊີ່​ງ​ໄຫ-ຕິ​ເບ​ດກໍ່​ຈະ​ໄດ້​ບຸກ​ເບີກ​ຢ່າງມີ​ປະສິດທິ​ຜົນ.ຂ້າພ​ະ​ເຈົ້າ​​ໄດ້​ຮູ້​ດົນ​ແລ້ວ​ວ່າເມືອງ​ລາຊາ​ເຂດ​ຕິ​ເບ​ດ​ແມ່ນ​ບ່ອນ​ສັກສິດ​ຂອງ​ສາດສະໜາພຸດ​ນິກາຍຕິ​ເບ​ດ,ຢູ່​ພຸ້ນ​ຍັງ​ມີ​ວັງ​ໂປ​ຕາລາ​ທີ່​ມີ​ຊື່​ສຽງ,ລາວ​ກໍ່​ແມ່ນ​ປະ​ເທດ​ພຸດ​ທະ​ສາດສະໜາ,ດັ່ງ​ນັ້ນ​ຢາກ​ໄປ​​ເຫັນ​ແທ້ໆ,​ໃນ​ອະນາຄົດ,ຖ້າມີ​ໂອກາດ​ຈະ​ຂີ່​ລົດ​ໄຟ​ໄປ​ທ່ຽວ,ຂໍ​​ໃຫ້ວິທະຍຸCRI​ແນະນຳວັງ​ໂປ​ຕາລາ​ໃຫ້​ຟັງ​ກ່ອນ​ໄດ້​ບໍ່?"

ຜູ້​ຟັງ​ຜູ້​ນີ້​ເອົາ​ໃຈ​ໃສ່​ນຳ​ສະພາບ​ຂອງ​ຈີນ​ຫຼາຍທີ່​ສຸດ,ພວກ​ເຮົາ​ຮູ້ສຶກດີ​ໃຈ​ຫຼາຍ​ທີ່​ໄດ້​ມີຜູ້​ຟັງ​ແບບ​ນີ້,ພ້ອມ​ກັນ​ນີ້​ກໍ່​ຂອບ​ໃຈ​ເພິ່ນ​ຫຼາຍ.​ໃນ​ລາຍການ​ມື້​ນີ້​,ພວກ​ເຮົາ​ກໍ່​ຈະ​ຕອນ​ສະໜອງ​ຄວາມ​​ຕ້ອງການ​ຂອງ​​ເພິ່ມ​ດ້ວຍ​ການແນະນຳ​ໃຫ້​ຮູ້​ວັງ​ໂປ​ຕາລາ​ເມືອງ​ລາຊາ​ເຂດ​ຕິ​ເບ​ດຂອງ​ຈີນ,ພ້ອມ​ທັງ​​ໄປສຳຜັດ​ວັດທະນະທຳ​ຊົນ​ເຜົ່າ​ຕິ​ເບ​ດນຳ​ກັນ​ໂດຍ​ຫຍໍ້.

ວັງ​ໂປ​ຕາລາ​ຕັ້ງ​ຢູ່​ເທິງ​ພູ​ມາ​ປູ​ເຢີ ພາກ​ຕາ​ເວັນ​ຕົກສ​ຽງ​ເໜືອ​ຂອງ​ເມືອງ​ລາຊາ​ເຂດ​ຕິ​ເບ​ດ,​ແມ່ນ​ສິ່ງ​ກໍ່ສ້າງ​ແບບພະ​ລາຊະ​ວັງທີ່​ມີ​ຊື່ສ​ຽງ,​ແມ່ນສິ່ງ​ຍອດ​ຍິ່ງຂອງ​ສິລະ​ປະສະຖາປັດຕະຍະກຳ​​ບູຮານ​ຂອງ​ຊົນ​ເຜົ່າ​ຕິ​ເບ​ດ.

ວັງ​ໂປ​ຕາລາ​ສ້າງຕາມ​ພູ,ປັດຈຸບັນ​,ກວມເນື້ອ​ທີ່4​ແສນ1​ໝື່ນ​ຕາ​​ແມັດ,​ເນື່ອທີ່​ກໍ່ສ້າງ1​ແສນ3​ໝື່ນ​ຕາແມັດ,ຕຶກ​ຫຼັກ​ຂອງ​ວັງ​ມີ13​ຊັ້ນ,ສູງ115​ແມັດ,​ສ້າງດ້ວຍ​ຫີ​ນ​ແລະໄມ້​ທັງ​ໝົດ,ຢູ່ຫຼັງຄາ​ຂອງ​ວັງ5​ຫຼັງ​ໄດ້ປົກ​ຫຸ້ມ​ດ້ວຍ​ກະ​ເບື້ອງ​ທອງ​ທີ່​ເຄືອບ​ດ້ວຍຄຳ,​ເຫຼື້ອມ​ຍິບຍັບ,ສະຫງ່າ​ຜ່າ​ເຜີຍ​ທີ່​ສຸດ,​ຈົນ​ໄດ້​ນາມມະຍົດ​ເປັນ"ວັງສັກສິດ​ຢູ່​ເທິງ​ພູ​ພຽງ".

ວັງ​ໂປ​ຕາລາ​ແມ່ນວັງລະດູ​ໜາວ​ຂອງພະດາ​ໄລລາ​ມາ​ທຸກ​ອົງ,​ແລະ​ກໍ່ແມ່ນ​ສູນ​ປົກຄອງ​ຂອງ​ຜູ້​ປົກຄອງ​ຕິ​ເບດທີ່ປະຕິບັດລະບອບ​ໂຮມການ​ປົກຄອງ​ກັບ​ສາດສະໜາ​ເຂົ້າ​ເປັນອັນ​ດຽວ​ກັນ​ໃນ​ເມື່ອ​ກ່ອນ,​ແຕ່ພະ​ດາ​ໄລລາ​ມາອົງທີ5,​ເປັນ​ຕົ້ນ​ມາພິທີ​ສາດສະໜາ​ແລະ​ການ​ເມືອງອັນສຳຄັນ​ລ້ວນ​ແຕ່​ຈັດ​ຂຶ້ນ​ຢູ່​​ແຫ່ງນີ້,ພ້ອມ​ກັນ​ນີ້,ຍັງ​ແມ່ນ​ບ່ອນ​ຂຶ້ນ​ໄຫວ້​ທາດ​ທີ່​ບັນຈຸສົບ​ຂອງພະດາ​ໄລລາ​ມາ​ທຸກ​ອົງ.


1  2  3