ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-21 10:16:04    
ວັງ​ໂປ​ຕາ​ລາ​ເມືອງ​ລາ​ຊາ​ເຂດ​ຕິ​ເບດ(ສຽງ)

cri

ຢູ່​ເທິງ​ຈ້າຍ​ພູ,ມີ​ແທ່ນທີ່​ມີ​ເນື້ອ​ທີ່1600​ຕາ​​ແມັດ​ແຫ່ງ​ໜຶ່ງ, ​ແມ່ນ​ບ່ອນ​ສຳ​ລັບພະດາ​ໄລລາ​ມາ​ທຸກ​ອົງ​ຊົມ​ເບິ່ງ​ງານ​ຮ້ອງ​ຟ້ອນ,​ມີ​ຊື່ວ່າ"​ເຕີ​ຢາງ​​ເຊ້ຍ".ຈາກ​ນີ້ຂຶ້ນ​ຂັ້ນ​ໄດ​ຜ່ານ​ລະບຽງ​ຕ໋າຊົ່ງ​ເກີ​ໂຄ້,ກໍ່​ຮອດ​ຫໍ​ໂຮງ​ໃຫຍ່​ຕາ​ເວັນ​ອອກ ​ເຊິ່ງ​ເປັນ​ຫໍ​​​ໂຮງໃຫຍ່​ກວ່າ​ໝູ່​ຂອງ​ວັງຂາວ.ມີ​ຂໍ້​ມູນ​ປະຫວັດສາດ​ບັນທຶກ​ໄວ້​ວ່າ,ນັບ​ແຕ່​ສົມ​ເດັດຊຸ້ນ​​ເຈົ້າ​ຊີວິດລາຊະວົງ​​ເຊັ່ງ​ພະລາຊະທານ​ຍົດ​ຖາ​ບັນດາສັກ​ພະດາ​ໄລລາ​ມາອົງທີ5​ດ້ວຍ​ພະ​ລາຊະ​ໂອງການ​ຄຳ​ແລະ​ກາ​ປະ​ທັບ​ຄຳໃນ​ປີ1653​ເປັນ​ຕົ້ນ​ມາ,ພະດາ​ໄລລາ​ມາ​ກັບ​ຊາດ​ມາ​ເກີດ​ລ້ວນ​ແຕ່ກໍ່​ຕ້ອງ​ໄດ້​ຮັບ​ການ​ພະ​ລາຊະ​ໂອງ​ການແຕ່ງ​ຕັ້ງຈາກ​ລັດຖະບານ​ຢ່າງ​ເປັນ​ທາງ​ການ,​ແລະ​ໃຫ້​ເສນາ​ບໍດີ​ປະຈຳຕິ​ເບ​ດ​ເປັນປະ​ທານຈັດ​ພິທີຂຶ້ນ​ແທ່ນແລະ​ວ່າລາຊະການ​ໂດຍ​ຕົນ​ເອງ​ເປັນ​ຕົ້ນ.ບ່ອນ​ນີ້​ກໍ່​ແມ່ນສະຖານ​ທີ່​ຈັດການ​ເຄື່ອນ​ໄຫວ​ສາດສະໜາ​ແລະ​ການ​ເມືອງ​ອັນ​ສຳຄັນ ​ເຊັ່ນ,ພິທີ​ຂຶ້ນ​ແທ່ນ​ແລະ​​ວ່າ​ລາຊະການ​ໂດຍ​ຕົນ​​ເອງ​ຂອງ​ພະ​ດາ​ໄລລາ​ມາ​ທຸກ​ອົງ​ເປັນຕົ້ນ.

 

ວັງ​ແດງ​ແມ່ນ​ຫໍ​​ໂຮງທາດ​ບັນຈຸສົບ​ຂອງພະ​ດາ​ໄລລາ​ມາ​ແລະວິຫານ​ຊະນິດ​ຕ່າງໆ,ລວມມີ​ທາດ​ບັນຈຸສົບ8ໜ່ວຍ,​ໃນ​ນັ້ນ,ທາດ​ຂອງ​ພະດາ​ໄລລາ​ມາອົງ​ທີ5​ແມ່ນໜ່ວຍທຳ​ອິດ,ກໍ່​ແມ່ນ​ໜ່ວຍໃຫຍ່​ກວ່າ​ໝູ່.ຕາມ​ບັນທຶກ​ໄວ້​ວ່າ,​ເພື່ອ​​ໂດ​ບທາດ​ບັນຈຸ​ສົບນີ້ກໍ່​ໄດ້ໃຊ້​ຄຳ1​ແສນ1​ໝື່ນ9​ພັນ​ຕຳ​ລື​ງ, ​ພະ​ສົບ​ຂອງ​ພະດາ​ໄລລາ​ມາທີ່​ໄດ້ກັນ​ເໜົ່າ​ແລ້ວ​ກໍ່​ເກັບ​​ໄວ້​ຢູ່​ໃນ​ທາດ​ນີ້.

ໃນ​ຕົ້ນ​ເດືອນ​ທັນວາ​ປີ1994,ວັງ​ໂປ​ຕາລາ​ເມືອງ​ລາຊາ​ເຂດ​ຕິ​ເບ​ດ​ໄດ້ຈັດ​​ເປັນ"ມໍລະດົກ​ໂລກ".

ວັງ​ໂປ​ຕາລາ​​ໃນ​ສາຍຕາ​ຂອງ​ຄົນ​ທັງຫຼາຍ​ໃນ​ປັດຈຸບັນ,ບໍ່​ວ່າ​ຮູບ​ການ​ກໍ່ສ້າງທີ່​ເອົາ​ໄມ້​ແລະ​ຫີນ​ສະຫຼັບ​ສັບປົນກັນ,ຫຼື​ວ່າ​ເນື້ອ​ໃນ​ວັດທະນະທຳ​ທີ່​ແຝງ​ຊ້ອນຢູ່​ໃນ​ວັງ,ລ້ວນ​ແຕ່​ເຮັດ​ໃຫ້​ຄົນຮູ້ສຶກ​ເຖິງ​ເອກະ​ລັກ​ພິ​ເສດ​ຂອງວັງ​​,ສາມາດ​ເຮັດ​ໃຫ້​ຄົນ​ທີ່​ເຄີຍ​​ໄປ​ແຫ່ງ​ນັ້ນ​ມີ​ພາບປະ​ທັບ​ໃຈ​ທີ່​ລືມ​ບໍ່​ລົງ.ກຳ​ແພງ​ຫີນ​ກຼານິດ​ທີ່​ເປັນ​ເອກະ​ພາບ​ກັນ,ຫຼັງຄາ​​ເຮັດ​ດ້ວຍ​​ໄມ້​ຊາຍ​ຄາ​ເຮືອ​ນທີ່ງໍ​ຂຶ້ນ,ກະ​ເບື້ອງ​ທີ່​ເຄືອບ​ດ້ວຍ​ຄຳ​ທັງ​ໝົດ​,ພ້ອມ​ດ້ວຍ​ຫຼັງຄາທີ່​ເອ້​ດ້ວຍ​​ເສົ້າ​ລີລາ​ທີ່​​ແກະສະຫຼັກ​ພະນາ​ມຂອງ​ພະ​ພຸດທະ​ເຈົ້າ​ພ້ອມ​ດ້ວຍ​ຫຼັກ​ທຳ​ຄຳ​ສອນ​ຂອງ​ພະ​ອົງ,​ແກ້ວ​ວິ​ເສດ,ປາ​​ນົກ​ປີກ​ຄຳ,​ແລະ​ອື່ນໆ,ສິ່ງ​ເຫຼົ່າ​ນີ້​ປະສານ​ສົມ​ທົບ​ກັນຢ່າງຈົບງາມ​​ເຮັດ​ໃຫ້​ທົ່ວ​ວັງງາມ​ສະ​ຫງ່າ​ທີ່​ສຸດ.ຮູບ​ແຕ້ມ​ຝາ​ພະ​ໜັງ​ໃນ​ຫໍ​ໂຮງ​ແມ່ນ​ທິວ​ທັດພິ​ເສດຂອງ​ວັງ​ໂປ​ຕາລາ,​ໃນ​ລະບຽງ​ສິປະລະ​ຮູບ​ແຕ້ມ​​ແຜ່ນ​ມະຫາ​ສານແຫ່ງ​ນີ້,​ໄດ້​ບັນທຶກ​ປະຫວັດ​​ການ​ຂະຫຍາຍຕົວ​ຂອງ​ພຸດ​ທະ​ສາດສະໜາຢູ່​ຕິ​ເບ​ດ,​ທັງ​ໄດ້​ບັນທຶກ​ຊີວະປະຫວັດ​ຂອງພະ​ດາ​ໄລລາ​ມາອົງ​ທີ5, ເຈົ້າ​ຍິງ​ເວີນ​​ເຊີງ​​ເຂົ້າ​ຕິ​ເບ​ດ​ແນວ​ໃດ​,ຍັງມີ​ຮູບ​ພາບ​ສິ່ງ​ກໍ່ສ້າງ​ບູຮານ​ຂອງ​ຕິ​ເບ​ດ​ແລະ​ພະ​ພຸດທະ​ຮູບ​ຢ່າງ​ຫຼວງ​ຫຼາຍພາຍ​ມາກ​ເປັນ​ຕົ້ນ​,ສົມ​ຊື່​ເປັນ​ຮູບ​ແຕ້ມ​ປະຫວັດສາດ​ອັນ​ລ້ຳ​ຄ່າ.

ວັງ​​ໂປຕາລາ​ມີ​ເອກະລັກ​ພິ​ເສດ​ທັງ​ສັກສິດ,​ເພາະວ່າ​ເມື່ອ​ເວົ້າ​ເຖິງ​ວັງ​ໂປ​ຕາລາ​ຄົນ​ທັງຫຼາຍກໍ່​ຈະ​ຄິດ​​ເຖິງ​ຕິ​​ເບ​ດ​​ໂລດ.​ໃນ​​ໃຈ​ຂອງ​ຄົນ​ທັງຫຼາຍ,ສະຖາປັດ​ຕະຍະກຳບູຮານ​ທີ່​​ສະ​ແດງ​ໃຫ້​ເຫັນສະຕິ​ປັນຍາ​ຂອງ​ປະຊາຊົນ​ຜູ່ອອກ​ແຮງ​ງານ​ເຜົ່າ​ຕິ​ເບ​ດແລະ​ໄດ້​ເຫັນ​ການ​ແລກ​ປ່ຽນ​ວັດທະນະ​ທຳລະຫວ່າງ​ເຜົ່າ​ຮ້ານກັບ​​ເຜົ່າ​ຕິ​ເບ​ດນັ້ນ,​​ໄດ້​ກາຍ​​ເປັນ​ສັນຍະ​ລັກ​ຂອງ​ເຜົ່າ​ຕິ​ເບ​ດ​ຢ່າງເດັດຂາດ,ຍ້ອນ​ຄວາມ​ສະຫງ່າ​ຜ່າ​ເຜີຍ​ແລະ​​ຖານະ​ທີ່ເປັນ​ແດນ​ສັກສິດ​ຂອງ​ພຸດທະ​ສາດສະໜາ​ນິກາຍຕິ​ເບ​ດ.

ສຸດ​ທ້າຍ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ສູ່​ທ່ານ​ຟັງ,​ເພງ​ນີ້​ຊື່ວ່າ"ຊ່ານ​ເຊີ່ງ​ໂຢຊີ້​ງ",​ແປ​ວ່າ"​ໂຊກ​ດີ3​ຊາດ",ຂອບ​ໃຈ​ທ່ານຮັບ​ຟັງ.


1  2  3