ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-21 10:16:04    
ວັງ​ໂປ​ຕາ​ລາ​ເມືອງ​ລາ​ຊາ​ເຂດ​ຕິ​ເບດ(ສຽງ)

cri

ວັງໂພທາລາກໍ່ຂຶ້ນຕາມ​ພູດ​ອຍ,ຕຶກ​ຫຼາຍ​ຫຼັງສະຫຼັບຊັບ​ຊ້ອນ​ກັນ​,ຫໍ​ໂຮງທັງ​ສູງ​ທັງ​ຊັນ,ສະ​ຫງ່າຜ່າ​ເຜີຍ​ທີ່​ສຸດ,ທາສີ​​ແດງ,ສີຂາວ​ແລະ​ສີ​ເຫຼືອງກົມ​ກຽວກັນ​ຢ່າງ​ແຈ່ມ​ແຈ້ງ,ວັງ​ໂປ​ຕາລາ​ກໍ່​ຂຶ້ນ​ໂດຍແບ່ງເປັນພາກສ່ວນ​ແຕ່​ລະ​ຊັ້ນ​ສ້າງ​ຄວບກັນທັງ​ໝົດ​ເຫຼົ່າ​ນີ້ໄດ້​ສະ​ແດງ​​ໃຫ້​ເຫັນສີສັນ​ພິ​ເສດ​ທີ່ຕິດ​ໃຈຄົນ​ຂອງ​ສະຖາປັດຕະຍະກຳ​ບູຮານຊົນ​ເຜົ່າ​ຕິ​ເບ​ດ.​ວັງ​ໂປ​ຕາລາ​ແມ່ນ​ຕົວ​ແທນທີ່​ດີ​ເລີດ​ຂອງ​ສິ່ງ​ກໍ່ສ້າງ​​ແບບ​ຕິ​ເບ​ດ,ກໍ່​ແມ່ນຍອດ​ຍິ່ງ​ຂອງສິ່ງ​ກໍ່ສ້າງ​ບູຮານ​ຂອງ​ປະຊາຊົນ​ຈີນ.

ການ​ອອກ​ແບບ​ແລະ​ການ​ກໍ່ສ້າງ​ຂອງວັງ​ແມ່ນ​ອີງ​ຕາມກົດ​ເກນ​ສ່ອງ​ແສງ​ຕາ​ເວັນ​ຂອງເຂດ​ພູ​ພຽງ,ພື້ນ​ຝາ​ທັງ​ກວ້າງ​ທັງ​ໝັ້ນຄົງ,ຢູ່​ໃຕ້​ພື້ນ​ຝາມີ​ຂຸມ​ໃຕ້​ດິນ​ແລະ​ປ່ອງ​ອາກາດລຸ​ລ່ວງ​ທີ່​ໄປ​ ​ທົ່ວ​ທຸກທິດ​ໄດ້.​ໃນ​ຫໍ​ໂຮງ​ຂອງ​ວັງມີ​ເສົາ,ຂື່​ແລະ​ໄມ້​ກອນ​ເປັນ​ຕົ້ນ,ປະກອບ​ເປັນ​ໂຄງຄ້ຳປະກັນ​ຄວາມ​ແໝ້ນ​ແກ່ນ.ດິນ​ທີ່​ປູ​ພື້ນແລະ​ຫຼັງຄາ​ນັ້ນ​ແມ່ນ​ດິນ​ແຂງ​ຊະນິດ​ໜຶ່ງ​ເອີ້ນ​ວ່າ"ອາ​ເອີ​ກາ",​ຢູ່ເພດານ​ຂອງຫໍ​ໂຮງແລະ​ຫ້ອງ​ນອນ​ຕ່າງໆ​ລ້ວນ​ແຕ່​ມີ​ປ່ອງ​ຢ້ຽມ,​ແລ້ວ​ຈະ​ໄດ້ຮັບ​ແສງ​​ແລະປັບ​ອາກາດ​ກໍ່​ໄດ້.ຢູ່​ເທິງ​ເສົາ​ແລະ​ຂື່​ໃນ​ວັງ​ໄດ້​ແກະສະຫຼັກ​ຮູບຫຼາຍ​ຊະນິດ,​ເນື້ອ​ທີ່ຮູບ​ແຕ້ມ​ຝາ​ຜະໜັງສີກໍມີ​2500ກວ່າ​ຕາແມັດ.


ໃນ​ວັງ​ຍັງ​ໄດ້​​ເກັບ​ມ້ຽນ​ພາບ"ຖາ​ງຂາ"ທີ່​ແຕ້ມ​ຢູ່ເທິງ​ຜ້າ​ຝ້າຍ​ຫຼື​ຜ້າ​ໃໝ​ເຊິ່ງມີສີສັນ​ພິ​ເສດ​ຂອງ​ຕິ​ເບດ,ພ້ອມ​ດ້ວຍ​ວັດຖຸ​ບູຮານ​ທຸກ​ສະ​ໄໝ.ປີ1961,​ວັງ​ໂພທາລາ​ໄດ້​ຈັດ​​ເປັນບ່ອນ​ສຳຄັນ​ເພື່ອອະນຸລັກ​ວັດຖຸບູຮານ​ລະດັບ​ຊາດ,​ແລະໄດ້​ຮັບ​ການປະຕິ​ສັງຂອນ​ຢ່າງຮອບດ້ານ​ໃນ​ປີ1989.

ຕາມ​ເລົ່າ​ລື​ກັນ​ວ່າ,​ເມື່ອ​ຄ.ສ.ສັດຕະວັດ​ທີ7,ສົມ​ເດັດ​ຊົງ​ຈັນ​ກັນ​ບູ ​ເຈົ້າ​ຊີວິດ ຕິ​ເບ​ດ​ໃນ​ຄາວ​ນັ້ນ​ເພື່ອອະ​ພິ​ເສດ​ສົມລົດ​ກັບເຈົ້າ​ຍິງ​​ເວີນ​ເຊີງລາ​ຊະ​ວົງ​ທາງ,ຊົງ​ໄດ້​ສ້າງ​ວັງ9ຊັ້ນ​ທີ່​ມີ​1000​ຫ້ອງ​ຢູ່​ເທິງ​ພູ​ຮົງຊ່ານ​ເຊິ່ງສູງ​ກວ່າ​ລະດັບ​ນ້ຳ​ທະ​ເລ3700ກວ່າແມັດ​ຂອງເມືອງ​ລາຊາ​ເປັນ​ພິ​ເສດ,ຕັ້ງ​ຊື່ວ່າ​ວັງ​ໂປ​ຕາລາ.​ເມື່ອລາຊະ​ອານາ​ຈັກຕິ​ເບ​ດທີ່​ສົມ​ເດັດ​ຊົງ​ຈັນ​ກັນ​ບູຊົງສ້າງ​ຕັ້ງ​ຂຶ້ນ​​ໄດ້​ສະຫວັນ​ຄົດ​ແລ້ວ,​ໂຮງ​ສ່ວນ​ຫຼາຍ​ຂອງວັງ​ບູຮາ​ນກໍ່​​ໄດ້ຖືກທຳ​ລາຍ​ໃນ​​ແປວ​ໄຟສົງຄາມ,ຈົນ​ຮອດ​ສະຕະວັດ​ທີ17,ຫຼັງ​ຈາກພະ​ດາໄລລາ​ມາອົງ​ທີ5​ສ້າງ​ຕັ້ງ​ລາຊະ​ວົງ​ເກີ​ຕ່າ​ນ​ໂພ່​ຈ່າງ​ແລະ​ໄດ້​ຮັບລາຊະວົງເຊັ່ນ​ພະ​ລາຊະ​ທາມ​ຍົດ​ບັນ​ສັກ​ໃຫ້ເປັນ​ຫົວໜ້າ​ທາງການ​ເມືອງ​​ແລະສາດສະໜາຂອງ​ທ້ອງ​ຖິ່ນຕິ​ເບ​ດຢ່າງ​ເປັນ​ທາງ​ການ​ແລ້ວ,ຈິ່ງ​ໄດ້ເລິ່ມສ້າງ​ວັງ​​​ໂປ​ຕາລາ​ຄືນ​ໃໝ່,​ໃນປີ1645.ຫຼັງ​ຈາກ​ນັ້ນ,ພະດາ​ໄລລາ​ມາທຸກ​ອົງ​ກໍ່​ໄດ້​ຂະຫຍາຍສ້າງ​ວັງ​​​ໂປ​ຕາລາ​,ຈິ່ງ​​ໄດ້​ມີ​ຂະໜາດ​ຄືໃນ​ປັດຈຸບັນ​.

ຫໍ​​ໂຮງ​ຊ້ອນ​ກັນ,ຄົດ​ລ້ຽວກ້ຽວ​ກອດ,​ເຊື່ອມ​ໂຍງ​ເຂົ້າກັບ​ພູ​ເຂົາຢ່າງ​ມີ​ຊີວິດ​ຊີວາ,ນີ້​ແມ່ນພາບ​ພົດໂດຍ​ກົງ​ກວ່າ​ໝູ່​ຂອງຄົນ​ທັງຫຼາຍທີ່​ມີ​ຕໍ່​ວັງໂປ​ຕາລາ.​ເບິ່ງ​ຢູ່​ຂ້າງນອກ,ວັງ​ໂປ​ຕາລາ​ມີ13ຊັ້ນ,ຈາກ​ຕີນ​ພູ​ຈົນ​ເຖິງ​ຈອມ​ພູ.ສິ່ງ​ກໍ່ສ້າງກວມ​ລວມຕົ້ນ​ຕໍປະກອບ​ດ້ວຍ​ວັງ​ຂາວທີ່ຢູ່​ຕິດເວັນ​ອອກ ​ເຊິ່ງ​ເປັນ​ບ່ອນ​ຢູ່​ຂອງ​ພະດາ​ໄລລາ​ມາ,ວັງ​​ແດງທີ່​ຢູ່​ຕິດກາງ ​ເຊິ່ງ​ເປັນຫໍ​ໄຫວ້​ພະ​ແລະ​ຫໍ​ທາດ​ບັນຈຸສົບ​ຂອງພະ​ດາ​ໄລ​ລາມາ​ທຸກ​ອົງ​ ​ພ້ອມ​ດ້ວຍ​ກຸດີ​ສີ​ຂາວ​ທີ່​ຢູ່​ດ້ານຕາ​ເວັນ​ຕົກ ​ເຊີ່ງ​ເປັນບ່ອນພັກ​ຂອງພະ​ລາມາ​ຜູ້​ໃກ້ຊິດ​ທີ່​ຮັບ​ໃຊ້​ພະດາ​ໄລລາ​ມາ.ຢູ່​ໜ້າ​ວັງ​ແດງ​ຍັງ​ມີ​ກຳ​ແພງສີ​ຂາວ ​​ເອີ້ນວ່າ​​ແທ່ນ​ຕາກ​ແດດ​ພະ,​ແມ່ນ​ບ່ອນ​ແຂວນ​ພະພຸດທະ​ຮູບ​ແຜ່ນ​ໃຫຍ່​ໃນ​ວັນ​ບຸນ​​ທາງພຸດທະ​ສາດສະໜາ

ໃນ​ຖານະ​ທີ່​ເປັນ​ແດນ​ສັກສິດ​ຂອງ​ພຸດ​ທະ​ສາດ​ສະໜານິກາຍ​ຕິ​ເບ​ດ,​ແຕ່ລະ​ປີ,ມີ​ຄົນ​ນັບ​ບໍ່​ຖ້ວນ​ໄປນະມັດສະການ​​​ແລະ​ທ່ອງ​ທ່ຽວ​ຢູ່​ວັງ​ໂປ​ຕາລາ​.ຕາມ​ທຳ​ມະ​ດາ,ພວກ​ເຂົາ​ເຈົ້າ​ຈະເລິ່ມຍ່າງ​ແຕ່​ສີ​ລາ​ຈາລຶກ​ທີ່​ບໍ່​ແກະ​ສະຫັຼກຕົວ​ໜັງ​ສື​ຢູ່​ຕີນ​ພູ,ຜ່ານ​ທາງ​ຄ້ອຍ​ທີ່​ປູ​ດ້ວຍ​ຫີນ​ອັນ​ຄົດ​ລ້ຽວ,ຈົນ​ຮອດ​ປະຕູ​ໃຫຍ່​ດ້ານຕາ​ເວັນ​ອອກທີ່​​​​ມີຮູບ​ແຕ້ມ​​ຝາ​ຜະໜັງ​ຈະຕຸ​ນັກອົງຄະ​ລັກ​ພະພຸດ​ທະ​ເຈົ້າ,​​ຈາກ​ປະຕູ​ດັ່ງກ່າວຜ່ານ​ອຸ​​ໂມງຂອງ​ວັງ​ທີ່​ໜາ4​ແມັດກໍ​ເຂົ້າ​ສູ່​ຫໍ​ໂຮງ​ໃຫຍ່​ໄດ້.


1  2  3