ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-21 15:01:06    
ຊາວບ້ານ​ໃນ​ໜອງປາຍ​ຢາງ​ຕ້ຽນ

cri Author: da

ໜອງ​ປາຍ​ຢາງ​ຕ້ຽນຕັ້ງຢູ່​ເມືອງ​ອ່ານ​ຊິ່ນ​ແຂວງ​ເຫີ​​ເປ,ຫ່າງ​ຈາກ​ປັກ​ກິ່ງ 160 ກວ່າ​ກິ​ໂລ​ແມັດ.​ ​ໜອງ​ປາຍ​ຢາງ​ຕ້ຽນກວມເນື້ອ​ທີ່ 366 ກິໂລຕາແມັດ​,ມີ 140 ກວ່າ​ບຶງໜອງ​.ຕົ້ນອໍ້ຢັ່ງຢາຍ​ຢູ່​ໃນ​ໜອງ​​ປາຍຢາງ​ຕ້ຽນ,​​ແຍກ​​ໜ້ານ້ຳ​ອອກເປັນ​ 3700 ກວ່າ​​ເຂດ​ນ້ອຍ,ກາຍເປັນວັງວົນເທິງນ້ຳແຫ່ງໜຶ່ງ.ສຳລັບ​ປະຫວັດ​ຄວາມ​ເປັນ​ມາຂອງ​ໜອງປາຍ​ຢາງ​ຕ້ຽນ,ມີ​ການ​ເລົ່າ​ລືກັນ​ມາ​ຢ່າງຍາວນານ.ນາງ​ເຢິນລີ້ ຜູ່​ນຳ​ທ່ຽວ​ແນະນຳ​ວ່າ:

"ຕາມ​ເລົ່າ​ກັນ​ວ່າ ​ໃນ​ຄືນ​ເດືອນຫງາຍ,ນາ​ງຟ້າ​ຊາງ​ເອີ​ລັກ​ກິນ​ຢາ​ຂອງ​ເທວະ​ດາ,ແລ້ວ​ບິນ​ຂຶ້ນສູ່​ທ້ອງຟ້າ,ບັງເອີນບໍ່​ລະວັງ ​ຈຶ່ງເຮັດກະຈົກ​ຕົກ​ເຮ່ຍລົງ,​ແຕກ​ເປັນ 143 ປ່ຽງນ້ອຍ​ໃຫຍ່,ກໍ່ເລີຍກາຍ​ເປັນໜອງນ້ອຍໆໃຫຍ່ໆ​ 143 ບ່ອນ."

ເມື່ອ​ເວົ້າ​ເຖິງ​ໜອງ​ປາຍ​ຢາງ​ຕ້ຽນ,ກໍ່ຕ້ອງ​ເວົ້າເຖິງຕົ້ນອໍ້​ໃນ​ໜອງ​ປາຍ​ຢາງ​ຕ້ຽນ,ມັນ​ແມ່ນ​ສິ່ງ​ຍອດ​ຍິ່ງຂອງ​ໜອງ​ແຫ່ງນີ້.ຄົນ​ທ້ອງ​ຖິ່ນ​ມັກ​ເວົ້າວ່າ:"ຕົ້ນອໍ້ມີຄ່າທໍ່​ກັບ​ທອງຄຳ."​ໃນ​ເດືອນ​ສິງຫາ​ແລະ​ເດືອນ​ກັນຍາ​ແຕ່ລະ​ປິ,ຕົ້ນອໍ້​ຢູ່​ແຫ່ງ​ນີ້​ສຸກ​ງອມ​ເຫຼືອງອ່າມຮ່າມ,​ເປັນ​ປຶກແຜ່ນໃຫຍ່,ສະຫງ່າ​ງາມ​ຫຼາຍ.


ຕົ້ນອໍ້​ຂອງ​ໜອງ​ປາ​ຍຢາງ​ຕ້ຽນ​ແບ່ງ​ອອກເປັນ3ຢ່າງ,ຢ່າງດີກວ່າໝູ່ເອົາມາສານ​ເປັນແຜ່ນກັ້ງ,ຊັ້ນທີ​ສອງ​ເອົາມາເຮັດ​ເປັນ​ຮູບ​ສິລະ​ປະ,ຊັ້ນທີ​ສາມ​ເອົາມາເຮັດ​​ເຈ້ຍ​ແລະ​ໃຊ້ດັງ​ໄຟ.ຮາກ​ຕົ້ນອໍ້​ສົດເອົາ​ມາຕົ້ມນ້ຳກິນ ຫຼືຕົ້ມ​ເຫຼົ້າ​ກໍ່ໄດ້,ຮາກ​ແກ່ເຮັດ​ເປັນ​ຢາ​ໄດ້.ຮວງອໍ້​ເຮັດ​ເປັນ​ໄມ້​ກວາດ,ດອກ​ອໍ້​ເອົາມາຍັດ​ໝອນ​ໄດ້.ນາງ​ຢາງ​ສວຍ ຄົນ​ທ້ອງ​ຖິ່ນ​ໄດ້​ເປີດ​ຮ້ານ​ຄ້າ​ຂາຍ​ເຄື່ອງ​ສິນລະປະ​ຫັດ​ຖະກຳ​ຕົ້ນອໍ້,ນາງ​ເວົ້າວ່າ,​ເຄື່ອງ​ແສ່ວ​ທີ່​ເຮັດ​ດ້ວຍຕົ້ນອໍ້​ບໍ່​ພຽງ​ແຕ່​ມີ​ຄຸນຄ່າ​ໃນ​ດ້ານ​ເກັບ​ຮັກສາ​ແລະ​ເປັນ​ຂອງ​ທີ່ລະ​ລຶກທໍ່​ນັ້ນ,ຍັງ​ໃຊ້​ປະ​ໂຫຍ​ດໄດ້​ຫຼາຍຢ່າງ.ໃນຍາມກາງ​ເວັນ ​ໃສ່​ໝວກ​ເຟືອງ​ອໍ້​ສາມາດ​ກັນ​ແດດ,​ຈ່າຍ​ເງິນບໍ່ທໍ່ໃດຢວນ​ຊື້​ເກີບ​ເຟືອງ​ອໍ້,ຍ່າງ​ຕາມ​ໜອງ​ປາຍ​ຢາງ​ຕ້ຽນຈະ​ສະບາຍ​ທີ່ສຸດ.

"​ເກີບ​ເຟືອງ​ທີ່​ເຮັດ​ດ້ວຍ​ຕົ້ນອໍ້​ຢູ່​ແຫ່ງ​ນີ້ ​ເມື່ອ​ເອົາ​ຕົ້ນອໍ້​ໄປ​ອົບ​ດ້ວຍ​ຄວາມ​ຮ້ອນ​ສູງ ​ເອົາ​ມາ​ສານ​ເປັນ​ເກີບ ​ແລ້ວຈິ່ງໃສ່​ແລ້ວ​ບໍ່​ອັບ.ນີ້​ແມ່ນ​ຊາວບ້ານ​ຈຳນວນໜຶ່ງສານ​ດ້ວຍ​ຕົ້ນຫຍ້າ​ໃນ​ນ້ຳ,​ເປັນສັນຍາລັກຂອງ​ໜອງ​ປາຍ​ຢາງ​ຕ້ຽນໄດ້ເປັນຢ່າງດີ."
1  2  3