ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-21 15:01:06    
ຊາວບ້ານ​ໃນ​ໜອງປາຍ​ຢາງ​ຕ້ຽນ

cri Author: da

ຢືນ​ຢູ່​ເທິງ​ເຮືອ​ນ້ອຍ,ຫຼຽວ​ເບິ່ງ​ທິວ​ທັດ​ຢູ່​ອ້ອມຂ້າງ,ນ້ຳໝອກ​ປົກ​ຄຸມ​ໜ້າ​ໜອງ,ຕົ້ນອໍ້​ສູງ​ກວ່າ​ໜ້ານ້ຳ3​ແມັດ​ໄດ້ບັງສາຍຕາຄົນ.ຂີ່​ເຮືອ​ໄປ​ຕາມ​ເສັ້ນທາງນ້ຳຢູ່​ໃນ​ໜອງ​ປາຍ​ຢາງ​ຕ້ຽນ.​ເມື່ອ​ໄປ​ຮອດ​ໜ້ານ້ຳກວ້າງ,ກໍ​ເຫັນ​ຊາວ​ປະມົງ​ຢູ່​ແຫ່ງ​ນີ້​ໃຊ້​ວິທີ​​ຫາ​ປາແບບເກົ່າ,ນັ້ນກໍ​ຄື:ຊາວ​ປະມົງ​ຜູ້​ເຖົ້າທີ່​ໃສ່​ກຸບເອົາ​ໄມ້​ຖໍ່ເຮືອບາດ​ໜຶ່ງ,ນົກ​ຈັບ​ປາ​ສີດຳ​ຝູງ​ໜຶ່ງ​ກໍ​ດຳ​ລົງນ້ຳໃນໜອງ,ບຶດໜຶ່ງ ກໍ​ຈັບ​ປາ​ໄດ້ແລ້ວ ກໍ່ເອົາຂຶ້ນມາໃສ່ເຮືອ.​ເມື່ອ​ກ່ອນ ຊາວ​ປະ​ມົງ​ໃນ​ໜອງ​ປາຍ​ຢາງ​ຕ້ຽນຖື​ການ​ຫາ​ປາ​ລ້ຽງ​ປາ​ເປັນອາຊີບ,​ແຕ່​ດຽວ​ນີ້ ຄອບຄົວ​ຢູ່​ອ້ອມ​ໜອງ​ປາຍ​ຢາງ​ຕ້ຽນສ່ວນ​ຫຼາຍ​​ເຮັດ​ວຽກ​ທ່ອງ​ທ່ຽວ,​ແຕ່​ລະ​ມື້ ພາຍ​ເຮືອ​ຂອງ​ຕົນ​ຮັບ​ສົ່ງ​ນັກ​ທ່ອງ​ທ່ຽວ​ເຂົ້າອອກ​ໜອງ​ປາຍ​ຢາງ​ຕ້ຽນ.ນາງ​ເຢິນລີ້ ຜູ່​ນຳ​ທ່ຽວ​ເວົ້າວ່າ:

"ບ້ານ​​ຕັ້ງຢູ່​ເທິງ​ເກາະ​ນ້ອຍ,​​ຄອບຄົວໃດກໍ່​ມີ​ເຮືອ​ໝົດ,​ຢູ່​ແຫ່ງ​ນີ້ ​​ເຮືອ​ມີ​ປະ​​ໂຫຍ​ດຄືກັບ​ລົດຖີບ.ຢູ່​ແຫ່ງ​ນີ້ ລ້ວນ​ແຕ່​ໃຊ້ເຮືອ,ຊາວບ້ານ​ບາງ​ຄົນ​ກໍ​ໄດ້​ຕັ້ງ​ຈັກໃສ່​ເຮືອ​ເພື່ອ​ສົ່ງ​ລູກ​​ໄປ​ໂຮງຮຽນ​ຢ່າງ​ສະດວກ."

ເມື່ອ​ໄດ້ເວົ້າເຖິງທິວ​ທັດ​ແລະ​ການ​ຄົມມະນາຄົມ​ແລ້ວ,ບັດນີ້ຂໍ​ເລົ່າ​ເຖິງການ​ກິນ​ຢູ່​ແຫ່ງ​ນີ້.ການ​ມາ​ທ່ຽວ​ໜອງ​ປາຍ​ຢາງ​ຕ້ຽນ ຕ້ອງ​​ຊີມ​ປາ,ເພາະແຫ່ງ​ນີ້​ມີ​ປາ​ຫຼາຍ​ປະ​ເພດ,ຊີ້ນ​ປາ​ກໍ​ແຊ​ບນົວ​ຫຼາຍ,ທັງ​ມີ​ທາດ​ບຳລຸງ​ສູງ.ຖ້າ​ມີ​ເວລາ​ຫວ່າງ,ນັກ​ທ່ອງ​ທ່ຽວ​ສາມາດ​ໄປ​ຫາ​ປາ​ນຳ​ຊາວ​ປະມົງ​ກໍ່ໄດ້,​ແລ້ວ​ເອົາໄປໃຫ້ຮ້ານ​ອາຫານ​ຊາວບ້ານ,​​ໃຫ້​ພໍ່ຄົວ​ແຕ່ງ​ປາ​ທີ່​ຕົນ​ເອງຫາມາໄດ້.

ຢູ່​ໜອງ​ປາຍ​ຢາງ​ຕ້ຽນ ມີ​ອາຫານ​ເຢື່ອງໜຶ່ງ​ຊື່ວ່າ"ອີ້​ໂກ່​ຊ່ຽນ",ໝາຍ​​ເຖິງ​ຕົ້ມປາ​ໃສ່​​ເຂົ້າໜົມ​ແປ້ງ.​ເຂົ້າໜົມ​ແປ້ງ​ແມ່ນ​ເຮັດ​ດ້ວຍ​ສາລີ ໝາກ​ຖົ່ວ​ເຫຼືອງ ​ເຂົ້ານົກ ໝາກ​ຖົ່ວຂຽວ ​ແລະ​ແປ້ງ​ຕົ້ນບົວ,ປາ​ຕ້ອງແມ່ນ​ປາທຳມະຊາດ​ໃນ​ໜອງ​ປາຍ​ຢາງ​ຕ້ຽນ ຍາວ​ປະມານ​ໜຶ່ງນີ້ວ.ວິທີ​ເຮັດ​ແມ່ນ ​ເອົາ​ນ້ຳ​ໃສ່​ໝໍ້​ແກງ​ເພື່ອ​ຕົ້ມປາ​ນ້ອຍ,​ໃສ່​​ເຂົ້າໜົມ​ແປ້ງ,​ແລ້ວປິດຝາໝໍ້,​ໃຊ້​​ໄຟ​ອ່ອນໆ​ຕົ້ມ1ຊົ່ວ​ໂມງ,ໃຫ້ເຫຼືອນ້ຳແກງ​ໜ້ອຍ​ໜຶ່ງ.​ໃນ​ເວລາ​ກິນ ​ເຂົ້າໜົມ​ແປ້ງ​ຈະມີ​ລົດ​ຊາດ​ຂອງ​ປາ,ຫວານ ຫອມ ກອບ,ແຊບ​ຫຼາຍ.ນາງ​ວັງ​ຕົ່ງ​ເໝີຍ ​ເຈົ້າຂອງ​ຮ້ານ"ອີ​ເຈ່ຍ​ສຽວ​ກວນ"​ເວົ້າວ່າ:

"​ພືດ​ເຫຼົ່ານີ້​ແມ່ນພວກ​ເຮົາ​ປູກ​ເອງໝົດ,​ແລະ​ປຸງ​ແຕ່ງ​​ເອງ,​ເຮັດ​ເປັນ​ເຂົ້າໜົມ​ແປ້ງ​ສາລີ​​,ເອົາກຸ້ງ​ນ້ອຍຄົນໃສ່​ແປ້ງ​ສາລີ ຈືນ​ເປັນ​ແຜ່ນ,ມີ​ລົດ​ຊາດ​ເຄັມໆ​ໜ້ອຍ​ໜຶ່ງ,​ແມ່ນ​ເຂົ້າ​ໜົມຊາວບ້ານພວກ​ເຮົາ."


ຖ້າ​ຜູ້​ທ່ອງ​ທ່ຽວ​ຢາກ​ໄປ​ກິນ​ອາຫານ​ຢູ່​ໜອງ​ປາຍ​ຢາງ​ຕ້ຽນ,ພວກ​ເຮົາ​ຂໍ​ແນະນຳຮ້ານ​ອາຫານ​ຊ້ານ​ຢວນຈວ່າງ​ແມ່ນ​ຮ້ານ​ໜຶ່ງ​ທີ່​ໜ້າ​​ໄປຊີມ​ເບິ່ງ,ອາຫານ​ປາ​ຄົບຊຸດຂອງ​ຮ້ານ​ນີ້​ມີ​ຊື່​ສຽງ​ຫຼາຍ​ໃນ​ທ້ອງ​ຖິ່ນ,​ໃນ​ລະດູ​ທ່ອງ​ທ່ຽວ​ ​ແຂກ​ຫຼາຍຈົນບໍ່​ມີ​ບ່ອນ​ນັ່ງ.ແຕ່ເຮົາ​​ເລືອກ​ຊີມ​​ແຕ່ອາຫານ​ທີ່​ແຊບກວ່າໝູ່ຫຼາຍ​ເຢື່ອງກໍ່​ໄດ້,​ເຊັ່ນປາດຸກ​ຫຸ່ມເຕົ້າຮູ້ ໜຶ້ງ​ປາຄໍ່ ຂົ້ວຊີ້ນປາ​ ຫຸ່ມປາຝາ,ສາມາດເລືອກຊີມໄດ້ຕາມໃຈມັກ​.
1  2  3