ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-21 09:37:02    
ເລື່ອງ​ກ່ຽວ​ກັບ​ນັກ​ກິລາ​ທີ່​ເຂົ້າຮ່ວມ​ງານ​ໂອ​ລິ​ມປິກ

cri

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, ລາຍການ​ຫ້ອງ​ດົນຕີ 93 ທາງ ​cri fm 93mhz ​ໄດ້​ວຽນມາ​ພົບ​ກັບ​ທ່ານ​ອີກ​ແລ້ວ.

ຫນຸ່ມ​ໃຫຍ່:​ເຈົ້າສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, ຫນຸ່ມ​ໃຫຍ່​ອາລົມ​ດີ​ກັບ​ວັນນີ​ດີ​ໃຈ​ຫລາຍ​ທີ່​ໄດ້​ພົບ​ກັບ​ທ່ານ​ອີກ​ແລ້ວ, ​​ໃນ​ລາຍການ​ນີ້​ທີ່​ອອກ​ອາກາດ​ມື້​ລະ​ສອງ​ເທື່ອ, ພວກ​ເຮົາ​ກໍ່​ໄດ້​ຈັດ​ເອົາ​​ເພງ​ມ່ວນໆ​ຫລາຍໆ​ເພງ, ​ແລະ​ລົມ​ເລື່ອງ​ທີ່​ເປັນ​ຂໍ້​ຄິດ​ເລັກໆ​ນ້ອຍໆ​ສູ່​ຟັງ.

ວັນນີ:ສຳລັບ​ໃນ​ລາຍການ​ມື້​ນີ້,ຜູ່​ຟັງ​ບາງ​ທ່ານ​ອາດ​ຈະ​ຮູ້​ແລ້ວ, ພວກ​ເຮົາ​ຈະ​ຈັດ​ເອົາ​ເລື່ອງ​ກ່ຽວ​ກັບ​ງານ​ໂອ​ລິ​ມປິກ​ສູ່​ຟັງ.​​​ໃນ​ຄໍ​ລຳ​ນີ້,ພວກ​ເຣົາ​ແມ່ນ​ໄດ້​ຫວນ​ຄືນ​ປະຫວັດສາດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ,ລາຍ​ງານ​ສະພາບ​ຫລ້າ​ສຸດ​ຂອງ​ການ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ສູ່​ຟັງ.
ຫນຸ່ມ​ໃຫຍ່:ທ່ານ​ຜູ່​ຟັງ, ຕັ້ງ​ແຕ່​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງປະຖົມມະ​ເລີກ​ເມື່ອ​ປີ 1896 ​ເປັນຕົ້ນມາ,​ໃນ​ໄລຍະ​ຮ້ອຍ​ກວ່າ​ປີ​ມາ​ນີ້, ​ໄດ້​ມີ​ນັກ​ກິລາ​ຜູ່​ດີ​ເລີດ​ຫລາຍໆ​ຄົນ​ກຳ​ເນີ​ດຢູ່​ບົນ​ເວທີ​ງານ​ກິລາ​ໂອ​ລິ​ມປິກ.ສະນັ້ນ ​ໃນ​ລາຍການ​ມື້​ນີ້ ຫນຸ່ມ​ໃຫຍ່​ກັບ​ວັນນີ​ກໍ່​ຈະ​ເລືອກ​ເອົາ​ເລື່ອງ​ກ່ຽວ​ກັບ​ນັກ​ກິລາ​ຜູ່​ດີ​ເດັ່ນ​ບາງ​ຄົນ​ມາ​ເລົ່າ​ສູ່​ທ່ານ​ຟັງ.

ວັນນີ:ອື່,ບັດ​ນີ້ ວັນນີ​ຈະ​ເປີດ​ເພງ​ສູ່​ຟັງ​ກ່ອນ,​ແລ້ວ​ພວກ​ເຮົາ​ຈະ​​ເລົ່າ​ເລື່ອງ​ກ່ຽວ​ກັບ​ເຈ​ຊີ.​ໂອ​ເວີສ ນັກ​ກິລາ​ແລ່ນ​ແລະ​ລານ​ຂອງ​ອາ​ເມ​ລິ​ກາ ທີ່​ຖືກ​ຖື​ເປັນ​ນັກ​ກິລາ​ຜູ່​ຍິ່ງ​ໃຫຍ່​ຜູ່​ຫນຶ່ງ​ໃນ​ປະຫວັດ​ງານ​ໂອ​ລິ​ມປິກ​ສູ່​ຟັງ.​ເພງ​ທຳ​ອິດ​ຈາກ​ລາຍການ​ຈະ​ໃຫ້​ຟັງ​ເພງ​ທີ່​ມີ​ຊື່ວ່າ 我最闪亮 ຂ້ອຍເດັ່ນ​ກວ່າ​ຫມູ່.

ຫນຸ່ມ​ໃຫຍ່:​ເພງ​ທຳ​ອິດ​ຈາກ​ລາຍການ​ຜ່ານ​ໄປ​ແລ້ວ, ຄິດ​ວ່າ​ຄົງ​ຈະ​ຖືກ​ໃຈ​ທ່ານ​ຢູ່​ຕິ໋​ເນາະ.ບັດ​ນີ້ ວັນນີ​ກັບ​ຫນຸ່ມ​ໃຫຍ່​ຈະ​ເລົ່າ​ເລື່ອງ​ຂອງ​ເຈ​ຊີ.​ໂອ​ເວີສສູ່​ຟັງ.​ໂອ​ເວີສ​ເກີດ​ຢູ່​ຄອບຄົວ​ຂອງ​ຊາວປູກ​ດອກ​ຝ້າຍ​ທີ່​ພາກ​ໃຕ້​ຂອງ​ອາ​ເມ​ລິ​ກາ​ໃນ​ປີ 1913,​ແມ່ນ​ລູກ​ຫລານ​ຂອງ​ຂ້ອຍ​ຂ້າ​ຄົນ​ຜິວ​ດຳ.ລາວ​ມີ​ພອນ​ສະຫວັນ​ດ້ານ​ກິລາ​ມາ​ແຕ່​ເກີດ.​ແຕ່​ຈົນ​ຮອດ​ອາຍຸ 9 ປີ, ລາວ​ຈິ່ງ​ມີ​ໂອກາດ​ເຂົ້າຮ່ວມ​ການ​ກິລາ.ຍ້ອນ​ຄອບຄົວ​ທຸກ​ຫລາຍ,ລາວ​ຈິ່ງ​ໄດ້​ເລືອກ​ລາຍການ​ແລ່ນ​ແລະ​ລານ​ທີ່​ບໍ່​ຈຳ​ເປັນ​ຊື້​ເຄື່ອງ​ຫລິ້ນ​ກິລາ.​ໃນ​ເວລາ​ເຂົ້າຮຽນ​ຢູ່​​ໂຮງຮຽນ​ມັດທະຍົມ,ລາວ​ເຄີຍ​ແລ່ນ​ທັນ​ສະຖິຕິ​ໂລກ​ໃນ​ການ​ແຂ່ງຂັນ​ແລ່ນ 91 ​ແມັດໃນ​ງານ​ກິລາ​ແລ່ນ​ແລະ​ລານ​ຂອງ​ນັກຮຽນ​ປະຖົມ​ແລະ​ມັດທະຍົມ​ຄື 9 ວິນາທີ 4.ລາວ​ກໍ່​ຖືກ​ມະຫາວິທະຍາ​ໄລ​ລັດ​ໂອ​ເຮ​ໂອ​ຮັບ​ເປັນ​ນັກ​ສຶກສາ,​ແລະ​ໄດ້​ຮັບ​ການອົບຮົມ​ຢ່າງ​ເປັນ​ລະບົບ.​ໃນ​ງານ​ກິລາ​ນັກ​ສຶກສາ​ມະຫາວິທະຍ​າ​ໄລ​ທົ່ວ​ອາ​ເມ​ລິ​ກາປີ 1935, ​ໂອ​ເວີສ​ໄດ້​ເຂົ້າຮ່ວມ​ການ​ແຂ່ງຂັນຂອງ 4 ​ໂຄງການ,ສ່ວນ​ການ​ແຂ່ງຂັນ​ຂອງ 4 ​ໂຄງການ​ນີ້​ລ້ວນ​ແຕ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ມື້​ດຽວ​ກັນ.​ແຕ່​ລາວ​ໄດ້​ໃຊ້​ເວລາ 45 ນາທີ,ກໍ່​ໄດ້​ຮັບ​ຜົນ​ທີ່​ສະ​ເຫ​ມີ​ຫລື​ມ້າງ​ສະຖິຕິ​ໂລກ 6 ລາຍ.ອັນ​ນີ້​ຖື​ວ່າ​ແມ່ນ​ຜົນງານ​ທີ່​ບໍ່​ປົກກະຕິ​ຫລາຍ.

ວັນນີ:ກ່ອນ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ແບກ​ແລງ​ໃນ​ປີ 1936,​ ​ເຈ​ຊີ​ໂອ​ເວີສກໍ່​ໄດ້​ສ້າງ​ສະຖິຕິ​ໂລກ​ໃຫມ່​ໃນ​ການ​ແລ່ນ 100 ​ແມັດ​ດ້ວຍ​ຜົນງານ 10 ວິນາທີ 2,ກາຍ​ເປັນ​ຄົນ​ທີ່​ແລ່ນ​ໄວ​ກວ່າ​ຫມູ່​ໃນ​ໂລກ.ສະຖິຕິ​ໂລກ​ໄດ້​ຮັກສາ​ໄວ້ 21 ປີ,​ສ່ວນ​ຜົນງານ​ເຕັ້ນ​ໄກ 8 ​ແມັດ 13 ມີ​ລິ​ແມັດ​ທີ່​ລາວ​ສ້າງ​ໄວ້​ນັ້ນກໍ່​ໄດ້​ຮັກສາ​ໄວ້​ເຖີງ 25 ປີ​ພຸ້ນ.

ຫນຸ່ມ​ໃຫຍ່:​ໃນ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ແບກ​ແລງ,​ໂອ​ເວີສ​ໄດ້​ຮັບ​ຫລຽນ​ຄຳ​ສີ່​ຫລຽນ​ໃນ​ການ​ແຂ່ງຂັນ​ແລ່ນ 100 ​ແມັດ 200 ​ແມັດ ​ເຕັ້ນ​ໄກ ​ແລ່ນ​ຕໍ່ 4*100 ​ແມັດ.ສ່ວນ​ໃນ​ການ​ແຂ່ງຂັນ​ກະກຽມ ຮອບ​ຄັດ​ເລືອກ ​ແລະຮອບ​ຊິງ​ຊະນະ​ເລີດ​ຂອງ​ການ​ແຂ່ງຂັນ​ສີ່​ລາຍ​ນີ້, ລາວ​ກໍ່​ໄດ້​ສະ​ເຫ​ມີ​ຫລື​ມ້າງ​ສະຖິຕິ​ໂລກ​ຕັ້ງ 12 ​ເທື່ອ,ຄົນ​ທັງຫລາຍ​ກໍ່​ພາກັນ​ເອີ້ນ​ລາວ​ເປັນ​ຟ້າ​ຜ່າ​ສີດຳ​ແລະ​ຈະ​ຫລວດ​ສີດຳ.

1 2 3 4