ສະ​ພາບ​ການ​ພັດ​ທະ​ນາ​​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ເຂດ​ຕິ​ເບດ

(GMT+08:00) 2008-06-18 09:51:51 cri
-----------------------------------------------------------------------------------------------------------------

​ເຂດ​ປົກຄອງ​ຕົນ​ເອງ​​ຕິເບດຈີນ​ແມ່ນ​ເຂດ​ຊົນ​ເຜົ່າ​ສ່ວນໜ້ອຍ​ທີ່​ມີ​ວັດທະນະທຳ​ພື້ນ​ເມືອງ​ອຸດົ​ມສົມບູນ. 50 ປີ​ກ່ອນ, ​ໃນ​ໄລຍະ​ເຂດ​ຕິ​ເບດປະຕິບັດ​ລະບອບ​ທາດ​ກະ​ສິ​ກອນ​ສັກດິນາທີ່​ການ​ເມືອງ​ກັບ​ສາສະ​ໜາ​ປະສົມ​ກັນ, ຍ້ອນ​ວັດທະນະທຳ​ສາສະໜາມີ​ອິດ​ທິພົນ​ສູງ, ຮູບ​ແບບ​ວັດທະນະທຳ​ພື້ນ​ເມືອງ​ຈຳນວນໜຶ່ງ​ບໍ່​ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈຶ່ງ​ເຮັດ​ໃຫ້ຫາຍສາບ​ສູນ. ​ແຕ່​ວ່າ, ນັບ​ແຕ່​ເຂດ​ຕິ​ເບ​ດປະຕິຮູບ​ປະຊາທິປະ​ໄຕ​ເປັນ​ຕົ້ນ​ມາ, ລັດຖະບານ​​ກາງ​ນັບ​ມື້​ນັບ​ເພີ່ມທະວີ​ການປົກ​ປັກຮັກສາ​ວັດທະນະທຳ​ຕິ​ເບ​ດ, ຮູບ​​ແບບ​ວັດທະນະທຳ​ທີ່​​ບໍ່​ໄດ້​ຫາຍ​ສາບ​ສູນນັ້ນໄດ້ຮັບ​ການ​ສືບ​ທອດ​ແລະປົກ​ປັກຮັກສາ​​ເປັນຢ່າງ​ດີ. ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາຈະ​ພາ​ທ່ານ​ໄປສຳຜັດ​ສະພາບການ​ພັດທະນາວັດທະນະທຳ​ພື້ນ​ເມືອງຂອງ​ເຂດ​ຕິ​ເບ​ດ​ໃນ​ປະຈຸ​ບັນ.

​ເລີ່​ມ​ແຕ່​ທ້າຍ​ຊຸມ​ປີ 1950, ​ໂດຍ​ສະ​ເພາະ​ແມ່ນ 20 ປີ​ມາ​ນີ້, ລັດຖະບານ​ຈີນ​ໄດ້​ເພີ່ມງົບປະມານ​ຢ່າງລຽນຕິດ, ​ຈຸດປະສົງ​ເພື່ອ​ເພີ່ມ​ທະວີ​ການ​ປົກ​ປັກຮັກສາ​ແລະ​ການ​ພັດທະນາ​​ວັດທະນະທຳ​ພື້ນ​ເມືອງ​ຂອງເຂດ​ຕິ​ເບ​ດ, ທ່ານ​ຊື້​ເຢີ​ນ​ເຈ່ຍ​ປູ້ ຮອງຫົວໜ້າສະ​ຖາ​ບັນ​ຊົນ​ເຜົ່າ​ຂອງ​ສະພາບັນດິດວິທະຍາສາດ​​ຕິ​ເບ​ດ​ແນະນຳ​ວ່າ:

"ປະ​ເທດ​ເຮົາສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ມໍລະດົກ​ວັດທະນະທຳ​ພື້ນ​ເມືອງ​ທີ່​ບໍ່​ແມ່ນ​ວັດຖຸ, ລວມທັງ​ການຮີບ​ໂຮມ, ພິມ​ຈຳໜ່າຍ​ແລະ​ການ​ຄົ້ນຄວ້າກະວີ​ປະຫວັດສາດ《ຊີວະ​ປ​ະຫວັດ​ເຈົ້າ​ເກີ​ຊາ》, ​ເຄີຍຈົດ​ເຂົ້າ​ໃນ​ໂຄງການ​ສຳຄັນຂອງ​ການ​ຄົ້ນຄວ້າ​ວິທະຍາສາດ​ສັງຄົມ​ແຫ່ງ​ລັດ."

ຕົ້ນ​ຊຸມປີ 1990, ພາຍ​ໃຕ້​ການ​ສະໜັບສະໜູນ​ແລະ​ການ​ຊ່ອຍ​ເຫຼືອຂອງ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ຈີນ, ຂະ​ແໜງ​ການ​ພິມ​ຈຳໜ່າຍ​ວັດທະນະທຳ​ຕິ​ເບ​ດ​ໄດ້​ໃຊ້​ເວລາ 14 ປີ, ລວບ​ລວມ​ແລະຮຽບຮຽງວັນນະຄະດີ​ພື້ນ​ເມືອງຕິ​ເບດ 3 ຊຸດ​ທີ່​ມີຕົວ​ໜັງສື 3 ລ້ານ 8 ​ແສນ 4 ໝື່ນ​​ໂຕ, ຄື: 《ນິທານ​ຈີນ​ສະບັບຕິ​ເບ​ດ》《​ເພງ​ຈີນສະບັບຕິ​ເບ​ດ》《ຄຳ​ສຸພາ​ສິດ​ຈີນ​ສະບັບຕິ​ເບ​ດ》. ທ່ານ​ຊື້​ຕ້ານ​​ໂຕ່ຈີ ປະທານ​ສະມາຄົມ​ວັນນະຄະດີ​ສິລະ​ປະ​ພື້ນ​ເມືອງ​​ເຂດ​ຕິ​ເບ​ດ​ແນະນຳ​ວ່າ:

"ປື້​ມ 3 ຫົວ​ນີ້​ສາມາດ​ເວົ້າ​ໄດ້​ວ່າ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດ​ເຂດ​ຕິ​ເບ​ດ. ກ່ຽວ​ກັບ​ວຽກນີ້, ລັດ​​ໄດ້​​ໃຊ້​ງົບປະມານຫຼວງຫຼາຍ, ຂ້າ​ພະ​ເຈົ້າ​​ຄິດ​ໄລ່​​ແລ້ວ, ມີ​ໜຶ່ງ​ເຖິງ​ສອງ​ລ້ານ​ຢວນ."

ຕາມ​ການ​​ແນະນຳ​ຂອງ​ທ່ານຊື້​ຕ້ານ​​ໂຕ່ຈີ, ​ໂຄງການ​ວັດທະນະທຳ​ໃຫຍ່​ປານ​ນີ້, ຢູ່​​ໃນຕິ​ເບ​ດ​ເກົ່າ​ແມ່ນ​ສຳ​ເລັດບໍ່​ໄດ້. ​ໃນລະບອບ​ທາດ​ກະສິກອນສັກດິນາ, ມໍລະດົກ​ວັດທະນະທຳ​ພື້ນ​ເມືອງບໍ່ພຽງ​ແຕ່​​ບໍ່​ໄດ້ຮັບ​ການຮັກສາທໍ່​ນັ້ນ, ສ່ວນ​ບົດບາດຂອງ​ສີ​ລະ​ປິນພື້ນ​ເມືອງ​ກໍ່​ຕ່ຳຫຼາຍ, ບໍ່​ໄດ້ຮັບ​ຄວາມ​ເຄົາລົບ​ນັບຖື​​ເລີຍ, ທ່ານ​ກ່າວ​ວ່າ:

"​ເມື່ອພວກ​ເຮົາ​ເບີ່​ງປະຫວັດສາດຄືນຫຼັງ​ໃນ​ໄລຍະ​ລະບອບ​ທາດ​ກະສິກອນ​ສັກດິນາ, ​ສີ​ລະ​ປິນ​ແມ່ນ​ຄົນ​ທີ່​ມີຖານະບົດບາດ​ຕ່ຳ​ກວ່າໝູ່, ຖືກ​ປະຕິບັດ​ຕໍ່ຢ່າງ​ໂຫດຮ້າຍ, ມີ​ແຕ່​ອາ​ໄສທ່ຽງຮ້ອງ​ເພງ​ໄປ​ຂາຍ​ສຽງຫາ​ເງິນ​ແບບລັບໆ, ​ເພື່ອຄວາມ​ຢູ່​ລອດ. ສີ​ລະ​ປິນ​ພື້ນ​ເມືອງ​ອື່ນໆ​ກໍ່ຄື​ກັນ, ບໍ່​ມີ​ຖານະ, ບໍ່​ມີ​ອິດສະຫຼະ, ບໍ່​ມີ​ສິດ​​ໃນ​ການ​ປາກ​ເວົ້າ."

​​ແຕ່​ທ້າຍ​ຊຸມ​ປີ 1950 ​ເປັນ​ຕົ້ນ​ມາ, ພາຍ​ໃຕ້​ການ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ​ຈີນ, ວັດທະນະທຳ​ພື້ນ​ເມືອງ​ຕິດ​ເບ​ດກໍ່​ໄດ້​ພົ້ນ​ເດັ່ນຂຶ້ນ​ໃນ​ວົງ​ການສີ​ລະ​, ບົດບາດ​ຂອງ​ສີ​ລະ​ປິນພື້ນ​ເມືອງ​ກໍ່​​ເລີ່​ມສູງ​ຂຶ້ນ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>