ສະ​ພາບ​ການ​ພັດ​ທະ​ນາ​​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ເຂດ​ຕິ​ເບດ

(GMT+08:00) 2008-06-18 09:51:51 cri
-----------------------------------------------------------------------------------------------------------------

 "ບົດບາດຂອງ​ສີ​ລະ​ປິນ​ພື້ນ​ເມືອງ​ໄດ້​ມີ​ການ​ປ່ຽນ​ແປງ​​, ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ແທ້​ຈິງ, ດຽວ​ນີ້, ​ທ່ານສາມາດ​ເຫັນ​ສີ​ລະ​ປິນພື້ນ​ເມືອງ​ບາງ​ຄົນ​​ໄດ້​ຮັບ​ການ​ສະ​ເໜີຊື່ເປັນກຳມະການ​ສະພາ​ປຶກສາ​ການ​ເມືອງ, ເຊັ່ນ​ຢູ້​ເໝີຍ, ຊ່າງ​ຈູ່​ສີ​ລະ​ປິນຂອງ​ພວກ​ເຮົາກໍ່​ມີ​ຕຳ​​ແໜ່​ງ​ແລ້ວ, ​ໄດ້​ຮັບ​ການ​ເຄົາລົບ​ໃນ​ສັງຄົມ, ​ເງິນ​ເດືອນ​ກໍ່ຫຼາຍ, ມີ​ການ​ປ່ຽນ​ແປງຫຼາຍ."

ສະມາຄົມ​ສີ​ລະ​ປະ​ວັນນະ​ຄະດີ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດທີ່​ທ່ານ​ຊື້​ຕັ້ນ​ໂຕ່ຈີ​ເຮັດ​ວຽກ​ຢູ່​ນັ້ນແມ່ນ​ອົງການຮັບຜິດຊອບສະ​ສົມ, ຂຸດຄົ້ນ, ກອບກູ້, ລວບ​ລວມ​ແລະຮັກສາ, ​ແລະ​ຄົ້ນຄວ້າ​ວັນນະຄະດີ​ແລະ​ສີ​ລະ​ປະ​ພື້ນ​ເມືອງ​​ຕິ​ເບ​ດ​​ໂດຍ​ສະ​ເພາະ, ສະມາຄົມ​ໄດ້​ເຕົ້າ​ໂຮມມື​ອາຊີບ​ແລະ​ສະໝັກຫຼິ້ນທີ່ມີ​ໃຈ​ຮັກໃນ​ການ​ຮັກສາ​ວັດທະນະທຳ​ພື້ນ​ເມືອງ​ຕິ​ເບ​ດຫຼາຍໆ​ຄົນ. ທ່ານຊື້​ຕັ້ນ​ໂຕ່ຈີ​ເວົ້າ​ວ່າ:

"ພວກ​ເຮົາ​ມີ​ສະມາຊິກ 200 ກວ່າ​ຄົນ, ​ແຕ່ລະ​ປີ​ກໍ່​ມີ​ຜົນງານ​ຂອງ​ເຂົາ​ເຈົ້າ, ມີພາສາ​ຕິ​ເບ​ດ, ຫຼືພາສາ​ຮ້ານ, ມີ​ວັນນະຄະດີ​ພື້ນ​ເມືອງ, ມີ​ສີ​ລະ​ປະ​ຫັດ​ຖະກຳ, ​ແລະ​ກໍ່​ມີປະ​ເພນີ​ພື້ນ​ເມືອງ."

ຕາມ​ທ່ານຊື້​ຕັ້ນ​ໂຕ່ຈີ ປະທານ​ສະມາຄົມ​ສີ​ລະ​ປິ​ນວັດທະນະທຳ​ພື້ນ​ເມືອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ແນະ​ນຳ​ວ່າ, ຫຼາຍປີ​ມໍ່ໆ​ມາ​ນີ້, ​ພາຍ​ໃຕ້​ການສະ​ໜັບສະ​ໜູນ​ຂອງ​ລັດຖະບານກາງ, ສະມາຄົມ​ນີ້​ໄດ້​ເຮັດ​ວຽກຢ່າງ​ຫຼວງຫຼາຍ​ໃນ​ການ​ຮັກສາ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ຕິ​ເບ​ດ, ນີ້​ແມ່ນ​ການ​ຕອບ​ໂຕ້ທີ່​ດີ​ທີ່​ສຸດ​ຕໍ່ "ຄຳ​ເວົ້າ​ໃສ່​ຮ້າ​ຍປ້າຍ​ສີ​ທີ່​ວ່າວັດທະນະທຳ​ຕິ​ເບ​ດຖືກທຳລາຍ​ກ້ຽງ" ຂອງ​ກຸ່ມ​ດາ​ໄລ​ລາ​ມະ.
"ການ​ພັດ​ທະນາ​ວັດທະນະທຳ​ຂອງເຂດ​ຕິ​ເບ​ດ​ແມ່ນ​ຄຶດ​ບໍ່​ເຖິງ​ໃນ​​ເມື່ອ​ກ່ອນ. ກຸ່ມ​ດາ​ໄລ​ລະ​ມະ​ແລະ​ພວກ​ແບ່ງ​ແຍກ​ສ່ວນ​ໜ້ອຍ​ໄດ້​ເວົ້າ​ແລ້ວ​ເວົ້າ​ອີກ​ວ່າ: ວັດທະນະທຳຖືກ​ທຳລາຍຈົນ​ໝົດ​ກ້ຽງ​ແລ້ວ, ຄວາມ​ເວົ້າ​ເຫຼົ່ານີ້​ລ້ວນ​ແຕ່​​ໄຮ້ສາລະ, ​ແມ່ນ​​ການໃສ່​ຮ້າຍ​ປ້າຍ​ສີ, ​​ແລະໂຈມ​ຕີ. ​ເມື່ອ​​ໄດ້​ຍິນ​ແລ້ວ​ພວກ​ເຮົາ​ໃຈ​ຮ້າຍຫຼາຍ, ເຂົາ​ເຈົ້າ​ບໍ່​ຮູ້ການ​ປົກ​ປັກຮັກສາ​ວັດທະນະທຳ​ຕິ​ເບ​ດ​, ມີ​ແຕ່ພວກ​ເຮົາ​ຜູ້​ເຮັດ​ວຽກດ້ານ​ນີ້ຈຶ່ງ​ຮູ້, ຜົນສຳ​ເລັດ​ເຫຼົ່ານີ້​ລ້ວນ​ແຕ່​ແມ່ນສິ່ງ​ທີ່​ເຫັນ​ແລະ​ຈັບບາຍ​ໄດ້."

ຕາມ​ການ​ແນະນຳ, ປະ​ຈຸ​ບັນ, ສະມາຄົມ​ສີ​ລະ​ປິ​ນວັດທະນະ​ທຳ​​ພື້ນ​ເມືອງ​ຂອງເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດກຳລັງ​ລົງມື​ເຮັດ​ວຽກ​ຮຽບຮຽງປື້​ມ 《ນິທານ​ເມືອງ​ຕ່າງໆ​ຂອງ​ເຂດ​ຕິ​ເບ​ດ》,《ປະຫວັດ​ເຈ້ຍ​ກໍ້ຮູບ​ແຕັ້ມຕິ​ເບ​ດ》​​. ທ່ານຊື້​ຕັ້ນ​ໂຕ່ຈີ​ກ່າວ​ວ່າ:

"​ແຕ່​ກ່ອນ, ຄົນ​ທັງຫຼາຍມັກ​ເວົ້າ​ວ່າ, ຕິ​ເບ​ດ​ແມ່ນ​ທະ​ເລ​ແຫ່ງ​ສຽງ​ເພງ​ແລະ​ການ​ຟ້ອນ​ລຳ, ມີ​ວັດທະນະທຳ​​ແລະ​ສີ​ລະ​ປະ​ພື້ນ​ເມືອງທີ່ນັບ​ບໍ່​ຖ້ວນ, ພວກ​ເຮົາ​ຜູ້​ເຮັດ​ວຽກ​ງ​ໃນ​ດ້ານ​ນີ້​ຮູ້​ວ່າ, ພວກ​ເຮົາ​ມີ​ວຽກ​ທີ່​ເຮັດ​ບໍ່​ແລ້ວ​ບໍ່​ທົ່ວ, ​ຮູ້ສຶກ​ວ່າເວລາ​ບໍ່ພຽງພໍ."

ທ່ານ​ເພີງ​​ໂຊ້​ລາງ​ເຈຍ ຜູ້​ຊ່ຽວຊານໜ່ວຍ​ງານຜູ້​ຊ່ຽວຊານຮັກສາ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ແນະນຳ​ວ່າ, ຄຽງ​ຄູ່​ກັບລັດຖະບານ​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ປົກ​ປັກຮັກສາວັດທະນະທຳ​ຕິ​ເບດນັບ​ມື້​ນັບຫຼາຍ, ວັດ​ທະນະ​ທຳ​​ແລະ​ສີ​ລະ​ປະໝົດ​ທຸກ​ຢ່າງ​ລ້ວນ​ແຕ່​ໄດ້ຮັບ​ການ​ພັດທະນາ​ທີ່​ບໍ່​ເຄີ​ຍມີ​ມາ​ກ່ອນ, ລວມທັງ​ການ​ສິດສອນ​ພາສາ​ຕິ​ເບ​ດ, ດົນຕີ, ຟ້ອນ​ລຳ​ແລະ​ນິທານ​ພື້ນ​ເມືອງ​ເຜົ່າ​ຕິ​ເບ​ດ​ເປັນ​ຕົ້ນ.

"​ໃນ 50 ປີ​ມາ​ນີ້, ລັດຖະບານ​ກາງ​ໄດ້​ໃຊ້​ກຳລັງ​ຄົນ, ​ເງິນ, ​ແລະ​ວັດຖຸຫຼວງຫຼາຍ, ​ໃຊ້​ພາຫະ​ນະ​ຕ່າງໆ, ​ເຊັ່ນ: ກົດໝາຍ, ​ເສດຖະກິດ​ແລະ​ການ​ບໍລິ​ຫານ​ເປັນ​ຕົ້ນ, ​ເຮັດ​ໃຫ້ຮີດຄອງ​ປະ​ເພນີ​ທີ່​ມີ​ຄຸນຄ່າແລະ​ຈຸດ​ພິ​ເສດ​ຊົນ​ເຜົ່າ​ຂອງ​ວັດທະນະທຳ​ຕິ​ເບ​ດ​ໄດ້ຮັບ​ການກອບ​ກູ້, ສືບ​ທອດ, ​ແລະປົກ​ປັກ​ຮັກສາ. ວັດທະນະທຳ​ຕິ​ເບ​ດນັບ​ມື້​ນັບ​ກ້າວ​ໄປ​ສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​​ຄຽງ​ຄູ່​ກັບ​ການອະນຸລັກ​ປົກ​ປັກຮັກສາ​ທີ່​ດີ, ຈົນຮອດ​ປະຈຸ​ບັນ, ວັດທະນະທຳ​ຊົນ​ເຜົ່າ​ຕິ​ເບ​ດຍັງ​ແມ່ນ​ມຸກ​ທີ່​ເຫຼືອມ​ແວວ​ວາວຢູ່​ໃນ​ວັດທະນະທຳ​ຈີນກໍ່​ຄື​ວັດທະນະທຳ​ໂລກ."


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>