ໂສມ​ໜ້າ​ໃໝ່​ຂອງ​ຮ່ອມ​ຊ່ານ​ເຊຍ​ງາມ​ກວ່າ​ເກົ່າ

(GMT+08:00) 2008-06-22 19:08:47 cri
-----------------------------------------------------------------------------------------------------------------

ທີ່​ຈິງ​ແລ້ວ,​ໃນ​ຊຸມ​ປີ 90 ສະຕະວັດ​ທີ່​ແລ້ວ,ຄຽງຄູ່​ກັບ​ໂຄງການ​ຮ່ອມ​ຊ່ານ​ເຊຍ​ເລີ່​ມກໍ່ສ້າງ,ຮ່ອມ​ຊ່ານ​ເຊຍ​ຈຶ່ງ​ມີ​ຊື່​ລືນາມ​​ໄປ​ທົ່ວ​ສາລະ​ທິດ,ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທ​ດພາກັນ​ມາ​ຊົມ​ເບິ່ງ.ພຽງ​ແຕ່​ໃນ​ປີ2005,ຮ່ອມ​ຊ່ານ​ເຊຍ​ແມ່ນ້ຳຢາງ​ເຊ​ກໍ​ໄດ້​ດູດ​ດຶງ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເກືອບ 2 ​ແສນ​ຄົນ,​ແຫ່ງ​ນີ້​​ໄດ້ກາຍ​ເປັນ​ຈຸດໝາຍ​ປາຍທາງ​ການ​ທ່ອງ​ທ່ຽວ​ທີ່​ສຳຄັນ​ຢູ່​ຈີນ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ.

ທ່ານ​ຮວງ​ເຈ ພະນັກງານ​ພະ​ແນ​ກຄົມມະນາຄົມ​ຂອງ​ບໍລິສັດ​ທ່ອງ​ທ່ຽວ​ສາກົນ​ຈີນ​ເວົ້າວ່າ,ຄຽງ​ຄູ່​ກັບລະດັບ​ນ້ຳຂອງ​ຮ່ອມ​ຊ່ານ​ເຊ​ຍສູງ​ຂຶ້ນ,ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຈຳນວນ​ຫຼວງ​ຫຼາຍ​ແຮ່ງ​ມັກ​ໄປ​ທ່ຽວ​ແມ່ນ້ຳຢາງ​ເຊ​​ໃນ​ລະດູ​ຮ້ອນ.


"​ໄລຍະ​ທາງ​ທ່ອງ​ທ່ຽວ​ທີ່​ໃຊ້​ເວລາ​ສັ້ນກວ່າ​ໝູ່​ທີ່​ພວກ​ຂ້າພະ​ເຈົ້າຈັດ​ວາງ​ໃຫ້​ນັກ​ທ່ອງ​ທ່ຽວ​ນັ້ນ ​ແມ່ນ​​ໄປ​ກັບ​ລະຫວ່າງ​ເມືອງ​ຈົ່ງ​ກິ່ງ​ກັບ​ເມືອງ​ອີ​ຊ່າງ​ແຂວງ​ຫູ​ໄປ.ທຳ​ມະ​ດາ​ແລ້ວ​ແມ່ນ​ໃຫ້​ພວກ​ເຂົາ​ເຈົ້າ​ເໝົາ​ເຮືອ.ສຳລັບທິວ​ທັດ​ຢູ່​ແຄມ​ຝັ່ງ​ແມ່ນ້ຳ,ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ກໍ​ສົນ​ໃຈ​ຫຼາຍ,ສວຍ​ງາມ​ຫຼາຍ."

ປະຈຸ​ບັນ,ຮ່ອມ​ຊ່ານ​ເຊຍ​ຍັງ​ຢູ່​ໃນ​ໄລຍະ​ເລີ່​ມຂັງນ້ຳ.​ເມື່ອ​ຮອດ​ໄລຍະ​ໂຄງການ​ຮ່ອມ​ຊ່ານ​ເຊຍ​ສ້າງ​ສຳ​ເລັດໝົດ​ໃນ​ປີ2009​ແລ້ວ,ລະດັບນ້ຳຂອງ​ຮ່ອມ​ຊ່ານ​ເຊຍ​ຈະ​ສູງ​​ກວ່າໜ້າ​ນ້ຳທະ​ເລ 175 ​ແມັດ,​​ເມື່ອຮອດ​ຍາມນັ້ນ ທິວ​ທັດ​ຮ່ອມ​ຊ່ານ​ເຊຍ​ແຮ່ງ​ສວຍ​ງາມ​ກວ່າ​ເກົ່າ.

ທ່ານ​ກ່າວ​ຊາວ ຮອງ​ຫົວໜ້າ​ກົມ​ທ່ອງ​ທ່ຽວ​ເມືອງ​ອີ​ຊ່າງ​ແຂວງ​ຫູ​​ເປ​ເຫັນ​ວ່າ,ຫຼັງ​ຈາກ​ໂຄງການ​ຮ່ອມ​ຊ່ານ​ເຊຍ​ສ້າງ​ສຳ​ເລັດ​ແລ້ວ,ຮູບ​ແຕ້ມທຳ​ມະ​ຊາດ​ທີ່​ພູສູງ​ຜາຊັນ​​ກັບ​ທິວ​ທັດ​ສວຍ​ງາມ​ຂອງ​ໜອງ​ຮ່ອມ​ຊ່ານ​ເຊຍ,ຈະ​​ເຮັດໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ​ຮູ້ສຶກ​ສະຫງ່າ​ລາສີ​ທີ່​ສຸດ.

"ຮ່ອມ​ຊ່ານ​ເຊຍ​ແມ່ນ​ອັດສະຈັນ ສວຍ​ງາມ​ແລະ​ມີ​ການ​ປ່ຽນ​ແປງ​ຫຼາຍຈົນ​ນັບ​ບໍ່​ຖ້ວນ,ຍິ່ງປ່ຽນ​ແປງ​ຍິ່ງ​ສວຍ​ງາມ​ກວ່າ​ເກົ່າ.ຂໍ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ສຸມ​ສາຍຕາ​ໃສ່​ເຂື່ອນ​ຮ່ອມ​ຊ່ານ​ເຊຍ,ສຸມ​ໃສ່​ດິນ​ແດນ​ທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​​ແລະ​ທິວ​ທັດ​ວັດທະນະທຳ​ຂອງ​ຮ່ອມ​ຊ່ານ​ເຊຍ.ພວກ​ຂ້າພະ​ເຈົ້າຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ຮູ້ສຶກ​ໃໝ່​​ໃນ​ການ​ທ່ຽວ​ຊົມ​ຮ່ອມ​ຊ່ານ​ເຊຍ​ທຸກ​ເທື່ອ​ດ້ວຍ​ການ​ບໍລິການ​ທີ່​ດີ​ທີ່​ສຸດ​ແລະ​ການຈັດ​ວາງ​ທີ່​ຮອບ​ຄອບ​ທີ່​ສຸດ."

​ແຕ່​ເດືອນ​ມິຖຸນາ​ຮອດ​ເດືອນ​ຕຸລາ​ແຕ່ລະ​ປີ ​ແມ່ນ​​ລະດູ​ທີ່ດີ​ທີ່​ສຸດ​ສຳລັບ​ການ​ຂີ່​ເຮືອ​ທ່ຽວ​ແມ່ນ້ຳຢາງ​ເຊ.ສ່ວນ​ເຮືອ​​ໃຫຍ່​ເທິງ​ແມ່ນ້ຳຢາງ​ເຊ ສ່ວນ​ຫຼາຍ​ມີ​ຫຼາຍ​ຊັ້ນ,ຫ້ອງ​ນອນ​ມີ​ລະດັບ​ປະທານາທິບໍດີ ລະດັບ​ຫຼູຫຼາແລະ​ລະດັບ​ທຳ​ມະ​ດາ,​ຢູ່​ເທິງ​ເຮືອ​ຍັງ​ມີ​ບາ ຫ້ອງ​ປະຊຸມ ຫ້ອງ​ດິສ​ໂກ ຫ້ອງ​ຫັດກາຍ ຫ້ອງ​ຫຼິ້ນ ສູນ​ອາບ​ອົບ​ນວດ​ແລະ​ສູນ​ການ​ຄ້າ​ເປັນຕົ້ນ.​ເຊື່ອ​ວ່າ ຈະ​​ເປັນ​ການທ່ອງທ່ຽວ​ທີ່​​ຊື່ນ​ໃຈ​ແລະ​ສະຫວາດ​ສະ​ເຫວີຍ.

​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ລາຍການ​"ທ່ຽວ​ເມືອງ​ຈີນ"ມື້​ນີ້​ຈະ​ສ້ຽງ​ສຸດ​ລົງ​ໃນ​ທ່າມກາງສຽງ​ຮ້ອງ​ຂອງ​ຜູ້​ລາກເຮືອ​.ຖ້າທ່ານ​ສົນ​ໃຈ​ນຳ​ທິວ​ທັດ​ໃໝ່​ຂອງ​ຮ່ອມ​ຊ່ານ​ເຊຍ,ກໍ​ຂໍ​ໃຫ້ທ່ານ​​ວາງ​ແຜນມາ​ທ່ຽວ​ສາ,​ເຊື່ອ​ວ່າ​ຈະ​ບໍ່​ເສຍ​ຖ້ຽວ.
1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>