ວັນ​ເດັກນ້ອຍ​ປີ​ນີ້​ ລະດົມ​ໃຫ້​ເດັກນ້ອຍພະຍາຍາມ​ສູ້​ຊົນ​ຍ້ອນ​ໄພ​ແຜ່ນດິນ​ໄຫວ

(GMT+08:00) 2008-06-28 19:09:20 cri
-----------------------------------------------------------------------------------------------------------------

ວັນ​ເດັກນ້ອຍ​ສາກົນ"1ມິຖຸນາ"ຫາ​ກໍ່​ຜ່ານ​ໄປ,​ແຕ່​ວັນ​ເດັກນ້ອຍ​ປີ​ນີ້ ​ເວົ້າສຳລັບ​ເດັກນ້ອຍ​ຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ເວີ້​ນຊ່ວນ​ແຂວງ​ເສ​ສວນ​ຈີນ​​ແລ້ວ​ແມ່ນວັນ​ບຸນ​ທີ່​ບໍ່​ທຳ​ມະ​ດາ.​ໃນ​ລາຍການ​ມື້​ນີ້,ນັກ​ຂ່າວCRIຈະ​ພາ​ທ່ານ​ຜູ່​ຟັງ​ໄປ​ສຳ​ຜັດກັບ​ເດັກນ້ອຍທີ່ຢູ່ໂຮງຮຽນ​ຕູບ​ຜ້າ​ເຕັ້ນ​ເຂດຈ້າວ​ຈຽວ​ເມືອງ​ສື​ຝ່າ​ງ​ແຂວງ​ເສ​ສວນ,​ເພື່ອ​ເບິ່ງ​ການສະຫຼອງ​ວັນ​ເດັກນ້ອຍ​ປີ​ນີ້​ທີ່​ບໍ່​ທຳ​ມະ​ດາຂອງ​ເຂົາ​ເຈົ້າວ່າ​ເປັນ​ແນວ​ໃດ.

ທ່ານ​ຜູ່​ຟັງ,ທີ່​ຟັງ​ມານັ້ນ​ແມ່ນສຽງ​ຂອງ​ຄູ​ສອນ​ທີ່ໂຮງຮຽນ​ຕູບ​ຜ້າ​ເຕັ້ນ​ເຂດ​ຈ້າວ​ຈຽວ​ເມືອງ​ສື​ຝ່າ​ງ​ຮ້ອງ​ຊື່​ນັກຮຽນ​ກ່ອນຈະ​ເລີ່​ມຮຽນ.​ກ່ອນ​ນີ້​ເຄິ່ງ​ເດືອນ​ປາຍ,​ເດັກນ້ອຍ​ຂອງ​ໂຮງຮຽນ​ເຂດຈ້າວ​ຈຽວກຳລັງກະກຽມ​ສະຫຼອງ​ວັນ​ບຸນ​ຂອງ​ຕົນ​ຢ່າງ​ເບີກບານ​ມ່ວນ​ຊື່ນ,​ແຕ່​ແຜ່ນດິນ​ໄຫວ​​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ພັດຝັງທຸກ​ຢ່າງ​ທີ່​ສວຍ​ງາມ.

ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວ​ໃນ"​ວັນ​ທີ12ພຶດສະພາ"​ແລ້ວ,ປະຊາ​ຊົນຜູ່​ປະສົບ​ໄພ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ຍົກຍ້າຍ​ໄປ​ຢູ່​​ເຂດຈ້າວ​ຈຽວ.​ໂຮງຮຽນ​ສູນ​ກາງ​ເຂດ​ຈ້າວ​ຈຽວ​ກາຍ​ເປັນ​ຈຸດລວມສູນ​ຂອງ​ປະຊາຊົນທີ່​ປະສົບ​​ໄພ.ຍ້ອນ​ວ່າ​ຍັງ​ມີ​​ແຮງ​ສັ່ນ​ສະ​ເທືອ​ນຕາມ​ມາ​ເລື້ອຍໆ,​ເພື່ອ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ປະຈຳ​ວັນ​ຂອງ​ປະຊາຊົນ​ແລະ​ໃຫ້​ເດັກນ້ອຍ​ໄດ້​ຮ່ຳຮຽນ,ໜ່ວຍ​ກວດ​ສຸຂະພາບ​ຂອງກຸ່​ມ​ບໍລິສັດ​ປະກັນ​ໄພ​ປະຊາຊົນ​ຈີນ​ໄດ້​ກາງ​ຕູບ​ຜ້າ​ເຕັ້ນຫຼາຍ​ສິບຕູບຢູ່​ແຫ່ງ​ນີ້,​ສ້າງ​ໂຮງຮຽນ​ຕູບ​ຜ້າ​ເຕັ້ນຊົ່ວຄາວ.
ນາງ​ຖຽນຖຽນ​ອາຍຸ9ປີ​ແມ່ນ​ເດັກ​ຍິງ​ທີ່​ອາຍ.​ແຜ່ນດິນ​ໄຫວ​ຄັ້ງນີ້ຍິ່ງ​ເຮັດ​ໃຫ້​ນາງ​ ບໍ່​ມັກ​ປາກ​ເວົ້າ.​​ເວລາ​ໝູ່​​ເພື່ອນຫຼິ້ນ​ນຳ​ກັນ​ໃນ​ໂມງ​ເລີກຫຼິ້ນ,ນາງ​ຖຽນ​ຖຽນ​ມັກ​ເກັບຕົວ​ຢູ່​ງຽບ​ໆບໍ່​ເວົ້າຫຍັງ.​​ແຕ່​ວ່າ ​ເມື່ອ​ນັກ​ຂ່າວ​ໄປ​ຖາມ​ຄວາມຕ້ອງການ​ຂອງ​ນາງ​ໃນ​ວັນ​ເດັກນ້ອຍທີ1ມິຖຸນາ​ປີ​ນີ້,ນາງ​ພັດ​ບອກ​ຄວາມມຸ່ງ​ຫວັງ​ຂອງ​ຕົນ​ຢ່າງ​ ​ກ້າຫານ​ສູ່​ຟັງ​ວ່າ:

"​ເມື່ອ​ຂ້ອຍ​ໃຫຍ່​ຂຶ້ນ​ມາ,ຂ້ອຍຢາກ​ເປັນ​ແພດ.​ເພາະວ່າ​ຖ້າເກີດ​ແຜ່ນດິນ​ໄຫວ​ອີກ,ຂ້ອຍ​ສາມາດຊ່ວຍ​ກູ້​ຊີວິດ​ຄົນ​ຫຼາຍ​ກວ່າ​."

​ເມື່ອ​ທຽບ​ກັບ​ນາງ​ຖຽນ​ຖຽນ​ອາຍຸ9ປີ,ນາງ​ເຢີ້ນຢົງ​ພີ​ງອາຍຸ​15ປີ​ຈະມີ​ຈິດ​ໃຈ​ເປັນ​ຜູ່​ໃຫຍ່​ກວ່າ.​ແຜ່ນດິນ​ໄຫວ​ເຮັດ​ໃຫ້​​ເຮືອນ​ຂອງ​ນາງລົ້ມ​ເພພັງໝົດ.ປະຈຸ​ບັນ ນາງ​ພັກ​ຢູ່​ໃນ​ຕູບ​ຜ້າ​ເຕັ້ນຊົ່ວຄາວ​ນຳ​ພໍ່​ແມ່​ແລະ​ປູ່.​ໃນ​ຖານະ​ເປັນ​ນັກຮຽນອາຍຸ​​ສູງກວ່າໝູ່​ໃນ​ໂຮງຮຽນ​ຕູບ​ຜ້າ​ເຕັ້ນ,ນາງ​​ເວົ້າວ່າ,​ວັນ​ເດັກນ້ອຍ​ປີ​ນີ້​ເຮັດ​ໃຫ້​ນາງ​ເປັນ​ຜູ່​ໃຫຍ່​ໄວ.

"ຂ້ອຍຮູ້ສຶກ​ວ່າ,​ສະຖານທີ່​ແຫ່ງນີ້​ໄດ້​ສະ​ເທືອ​ນ​ໃຈຂ້ອຍ​ຫຼາຍ.​ໂດຍ​ສະ​ເພາະ​ແມ່ນ​ຄູ​​ຫຼາຍ​ຄົນ,ພວກ​ເພິ່ນ​ແມ່ນ​ອາສາ​ສະໝັກ.ຂ້ອຍ​ຈື່​ໄດ້​ວ່າ ມີ​ຄູ​ຜູ່​ໜຶ່ງ, ພີ່ນ້ອງ​ຂອງ​​ເພິ່ນກໍ່​ປະສົບ​ໄພ​​ເຊັ່ນ​ກັນ,​ໃນ​ເວລາ​ຫຼິ້ນ​ນຳ​ພວກ​ເຮົາ,​ເພິ່ນ​ເບິ່ງ​ແຍງ​ພວກ​ເຮົາ​ດີ​ທີ່​ສຸດ.ຂ້ອຍ​ຫວັງ​ໃຫ້​​ໄພ​ທຳ​ມະ​ຊາດ​ເທື່ອ​ນີ້​ສິ້ນ​ສຸດ​ລົງ​ໂດຍ​ໄວ,ພວກ​ເຮົາ​ຈຶ່ງ​ຈະ​ໄດ້ກັບ​ຄືນສູ່​ໂຮງຮຽນ​ໂດຍ​ໄວ."

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>