ວັນເດັກນ້ອຍປີນີ້ ລະດົມໃຫ້ເດັກນ້ອຍພະຍາຍາມສູ້ຊົນຍ້ອນໄພແຜ່ນດິນໄຫວ
-----------------------------------------------------------------------------------------------------------------
ຄຳເວົ້າຂອງນາງເຢີ້ງຢົງພີງເຮັດໃຫ້ຄົນຮູ້ສຶກເສົ້າສະຫຼົດໃຈຫຼາຍ.ໄພທຳມະຊາດເຮັດໃຫ້ຄົນຕັ້ງໂຕບໍ່ທັນ,ແຕ່ສິ່ງທີ່ເຫຼືອໄວ້ເຮັດໃຫ້ຄົນທັງຫຼາຍຮູ້ສຶກເຈັບປວດທີ່ສຸດແມ່ນເດັກນ້ອຍ.1ນາທີກ່ອນເກີດເຫດ ເດັກນ້ອຍຍັງພາກັນອ່ານປື້ມຢ່າງມ່ວນຊື່ນ,ແຕ່1ນາທີຫຼັງ ພັດຍັງເຫຼືອແຕ່ໂຕະຕັ່ງທີ່ເພພັງ; 1ນາທີກ່ອນຍັງນອນຢູ່ໃນອ້ອມກອດອັນອົບອຸ່ນ,ແຕ່1ນາທີຫຼັງ ພັດຍັງເຫຼືອແຕ່ຊາກສົບຂອງພີ່ນ້ອງໃນຊາກອາຄານ.ເວົ້າສຳລັບເດັກນ້ອຍທີ່ເສຍຊີວິດໃນໄພທຳມະຊາດເທື່ອນີ້,ຂອງຂວັນວັນເດັກນ້ອຍປີນີ້,ອາດຈະຍັງເຫຼຶອແຕ່ສໍດຳກ້າວນັ້ນທີ່ກຳໄວ້ໃນມືຂອງເດັກນ້ອຍໃນຊາກອາຄານ.
ນາງເຢ້ຢາງຢາງແມ່ນອາສາສະໝັກຜູ່ໜຶ່ງທີ່ມາຈາກໂຮງຮຽນສ້າງຄູໝຽນຢາງແຂວງເສສວນ.ນາງເວົ້າວ່າ,ໃນເວລາຫາກໍ່ມາຮອດໂຮງຮຽນຕູບຜ້າເຕັ້ນແຫ່ງນີ້,ນາງພົບວ່າ ນັກຮຽນໂຮງຮຽນນີ້ຍັງຕົກຢູ່ໃນສະພາບຢ້ານກົວຕໍ່ແຜ່ນດິນໄຫວ.ຍ້ອນວ່າໄດ້ເຫັນເຮືອນຊານຂອງຕົນເພພັງ,ໝູ່ຮຽນທີ່ຢູ່ໃກ້ຕົວເສຍຊີວິດ,ນັກຮຽນຫຼາຍຄົນບໍ່ມມີສະມາທິໃນການຮ່ຳຮຽນ,ເມື່ອເລີກຮຽນແລ້ວກໍ່ບໍ່ກະຕືລືລົ້ນອອກໄປຫຼິ້ນ.
"ເບິ່ງຈາກທາງນອກແລ້ວ ເດັກນ້ອຍຫຼາຍຄົນແມ່ນມີສຸຂະພາບແຂງແຮງດີຫຼາຍ,ຍີ້ມແຍ້ມແຈ່ມໃສທຸກມື້.ແຕ່ໃນເວລາລົມກັບເຂົາເຈົ້າແບບເລິກໆແລ້ວ,ຈະຮູ້ວ່າ,ຈິດໃຈຂອງເຂົາເຈົ້າອ່ອນແອຫຼາຍ.ໂດຍສະເພາະໃນສອງມື້ກ່ອນ,ໃນເວລາເມືອງຊິ່ງຊ່ວນເກີດແຮງສັ່ນສະເທືອນຕາມມາວັດໄດ້6,4ລິກເຕີ,ຢູ່ແຫ່ງນີ້ພວກເຮົາກໍ່ຮູ້ສຶກໄດ້ເຖິງແຮງສັ່ນສະເທືອນນັ້ນແມ່ນແຮງຫຼາຍ,ຈົນເຮັດໃຫ້ເດັກນ້ອຍຜູ່ໜຶ່ງຫຼົງໄຫ້ອອກມາທັນທີ."
ຄັນຊັ້ນ,ເມື່ອປະເຊີນກັບຄວາມເຈັບປວດທາງຈິດໃຈແນວນີ້,ຈະເຮັດໃຫ້ເດັກນ້ອຍພົ້ນອອກຈາກເງົາມືດໄດ້ໂດຍໄວແນວໃດ,ນີ້ແມ່ນວຽກສຳຄັນທີ່ສຸດຂອງແພດແລະອາສາສະໝັກທັງຫຼາຍ.ນາງຈ່າງຢ້ຽນເຈີ່ນທີ່ມາຈາກນະຄອນຊຽງໄຮ້ແມ່ນຈິດຕະແພດຂອງໜ່ວຍກວດສຸຂະພາບຂອງກຸ່ມບໍລິສັດປະກັນໄພປະຊາຊົນຈີນ.ດຽວນີ້,ເພິ່ນເຮັດວຽກຢູ່ໂຮງຮຽນຕູບຜ້າເຕັ້ນເຂດຈ້າວຈຽວ.
"ວຽກທີ່ຂ້ອຍເຮັດໃນປະຈຸບັນແມ່ນ,ກະຕຸ້ນໃຫ້ນັກຮຽນບອກຄວາມໃນໃຈທາງລົບອອກມາ,ຂ້ອຍເປັນຜູ່ຊ່ວຍໃຫ້ຄົນປຶກສາ,ໝາຍຄວາມວ່າບໍ່ເຮັດໃຫ້ເດັກນ້ອຍເກັບອາລົມທາງລົບນີ້ໄວ້ໃນຈິດໃຫ້ສຳນຶກຂອງເຂົາເຈົ້າ,ພວກເຮົາຕ້ອງໃຊ້ວິຊາການ ເຊັ່ນ ວິທີລະບາຍຄວາມໃນໃຈ ປອນໃຈ ແລະປິ່ນປົວແບບຕາມເລື່ອງຈິງແລະການຄຄາດຄະເນ,ຕາມທຳມະດາແລ້ວ ວິທີປິ່ນປົວແບບ1ຄົນຕໍ່1ຈະໄດ້ຮັບຜົນດີຫຼາຍ."
ສິ່ງທີ່ຕ່າງກັບວຽກງານຂອງນາງຈ່າງຢ້ຽນເຈີ່ນ,ນາງເຢ້ຢາງຢາງ ອາສາສະໝັກທີ່ມາຈາກໂຮງຮຽນສ້າງຄູໝຽນຢາງ ແມ່ນເອົາກການປິ່ນປົວດ້ານຈິດໃຈຂອງເດັກນ້ອຍໄວ້ໃນຊີວິດການເປັນຢູ່ປະຈຳວັນຫຼາຍກວ່າ.ນາງເວົ້າວ່າ:
"ມື້ທຳມະດາ ແມ່ນເລົ່ານິທານ ຮ້ອງເພງໃຫ້ເດັກນ້ອຍຟັງ,ເພື່ອເຮັດໃຫ້ຊີວິດຂອງເຂົາເຈົ້າອຸດົມສົມບູນ,ຖ້າບໍ່ດັ່ງນັ້ນ ໝົດມື້ພວກເດັກນ້ອຍຈະຢູ່ລ້າໆບໍາເຮັດຫຍັງເລີຍ.ການອົບຮົມໃຫ້ເດັກນ້ອຍຮູ້ແບ່ງເວລາດຳລົງຊີວິດປະຈຳວັນແລະພັກຜ່ອນທີ່ແນ່ນອນ,ເຮັດໃຫ້ເຂົາເຈົ້າຮູ້ວ່າ ຕໍ່ໄປຄວນຈະເຮັດຫຍັງ."
"ກ່ອນວັນເດັກນ້ອຍສາກົນ"ວັນທີ1ມິຖຸນາວຽນມາຮອດ,ພາຍໃຕ້ການນຳພາຂອງຄູໂຮງຮຽນຕູບຜ້າເຕັ້ນເຂດຈ້າວຈຽວເມືອງສືຝ່າງ,ນັກຮຽນເລີ່ມເຝິກຮ້ອງເພງແລະຟ້ອນລຳ.ເມື່ອທຽບກັບວັນເດັກນ້ອຍປີທີ່ຜ່ານມາ,ປີນີ້ມີບັນຍາກາດເບີກບານມ່ວນຊື່ນໜ້ອຍກວ່າ,ຂອງຂວັນກໍ່ໜ້ອຍກວ່າ,ແຕ່ວ່າພວກເຂົາເຈົ້າໄດ້ໃຊ້ການຮ້ອງເພງແລະການຟ້ອນເພື່ອຂອບໃຈອ້າຍທະຫານ ຄູ ແພດແລະອາສາສະໝັກທີ່ເຄີຍຊ່ວຍເຫຼືອເຂົາເຈົ້າ,ໃຊ້ວິທີການຮ້ອງເພງແລະການຟ້ອນເພື່ອລະລຶກເຖິງດວງວິນຍານຂອງຍາດຕິພີ່ນ້ອງ ຄູ ແລະໝູ່ຮຽນທີ່ຈາກໄປຢ່າງບໍ່ມມີວັນກັບມາ."