ຕົ້ນ​ເຫດ​ຂອງ​ການ​ສົ່ງຕໍ່ທວນ​ໄຟງານ​ກິລາ​ໂອ​ລິມປິກ

(GMT+08:00) 2008-08-05 16:11:45 cri
-----------------------------------------------------------------------------------------------------------------

ຕົ້ນ​ເຫດ​ຂອງ​ການສົ່ງຕໍ່ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ໄດ້​ຈາກ​ພິທີ​ສາສະໜາ​ຂອງ​ການ​ບວງສວງ​ດວງ​​ເດືອນ​ຂອງ​ສາມັນ​ຊົນ​ອາ​ແຕນ​ໃນ​ສະ​ໄໝ​ບູຮານ. ​ໃນ​ວັນ​ຄີ​ສາ​ມາ​ຍັນ, ສາສະ​ນິກກະ​ຊົນ​ທ່ີ​ໄປ​ນະມັດ​ສະການ​ພະ​ເຈົ້າ​ເຈິ​ສຢູ່​ອາ​ແຕນ​ໃຊ້​ຮູບ​ແບບ​ແຂ່ງ​ແລ່ນ​ຕົກລົງ​ຜູ່​ໄຕ້​ໄຟ​ສັກສິດ​ບົນ​ເວທີ​ບວງສວງ, ຜູ່​ໄດ້​ໄຊຊະນະ​ຈະ​ໄດ້​ຮັບ​ການ​ມອບ​ສິດ​ຖື​ທວນ​ໄຟ​ຈາກ​ພິທີ​ກອນ​ມາ​ໄຕ້​ທວນໄຟ​ສັກສິດ​ບົນ​ເວທີ​ບວງສວງ. ຕາມ​ເອກະ ສານສຳ​ເນົາ​ປະຫວັດສາດ​ບັນ​ທຶກ​ໄວ້​ວ່າ, ກ່ອນ​ຄ.ສ.ປີ 778, ​ໃນ​ງານ​ກິລາ​ໂອ​ລິ​ມປິກ​​ໂບຮານຄັ້ງທຳ​ອິດ, ມີ​ຄົນ​ຜູ່​ໜຶ່ງ​ທີ່​ຊື່​ວ່າ​ຄຼາ​ບົສ​ໄດ້​​ຊະນະ​ໃນ​ການ​ແຂ່ງຂັນ​ແລ່ນ​, ​ແລະ​​ໄດ້​ຮັບ​ສິດ​​ໄຕ້​ທວນໄຟ​ສັກສິດຢ່າງ​​ມີ​ກຽດ.

ພິທີ​ໄຕ້​ທວນ​ໄຟ​ສັກສິດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ສະ​ໄໝ​ໃໝ່​ເລີ່ມ​ຂຶ້ນ​ແຕ່​ປີ 1920. ​ໃນ​ຄາວ​ນັ້ນ, ​ເພື່ອ​ລະ​ລຶກນາຍ​ແລະ​ພົນທະຫານຂອງ​ປະ​ເທດ​​ເຊັນສົນ​ທິ​ສັນຍາທີ່ເສຍສະຫຼະ​​ໃນ​ສົງຄາມ​ໂລກ​ຄັ້ງທີ​ໜຶ່ງ, ​ໃນ​ພິທີ​ເປີດ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງທີ 7 ທີ່​ຈັດ​ຂຶ້ນຢູ່​ອານ​ທ໌​ເວິບ​ແຫ່ງ​ແບນ​ຊິກ, ​ໄດ້​ໄຕ້​ທວນ​ໄຟ​ທີ່​ເປັນ​ສັນຍະລັກ​​​​ແສງ​ສະຫວ່າງ​ຄັ້ງທຳ​ອິດ.

ປີ 1928,  ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ທຳ​ການ​ຕົກລົງວ່າ, ຕໍ່​ໄປ​ພາຍ​ໜ້າ ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ທຸກ​ຄັ້ງຕ້ອງ​ໄຕ້​ທວນ​ໄຟ​ຢູ່​ສະໜາມກິລາ​ກາງ. ​​ໄຕ້ທວນ​ໄຟ​ຢູ່​ໂອ​ລິ​ມ​ເປຍ​ແຫ່ງ​ເກຼັກ, ​ແລ້ວ​​ແລ່ນ​ຕໍ່ສົ່ງ​ທວນ​ໄຟ​ໄປ​ຮອດ​ສະໜາມກິລາ​ກາງຂອງ​ງານ​ກິລາ​ໂອ​ລິ​ມປິກ. ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ຈັດ​ຂຶ້ນຢູ່​ອຳ​ສະ​ແຕກ​ດາມ​ແຫ່ງ​ໂຮ​ນລັງ​​ໃນ​ປີ​ດຽວ​ກັນໄດ້​ໄຕ້​ທວນ​ໄຟ​ຂຶ້ນ​ເປັນຄັ້ງທຳ​ອິດ​ຢ່າງ​ເປັນ​ທາງ​ການ, ​ແຕ່​ບໍ່​ໄດ້​​ແລ່ນ​ຕໍ່​ສົ່ງ​ທວນ​ໄຟ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>