ປະທານສະມາຄົມ​ຍິງ​ປືນ​ສາກົນຝາກ​ຄວາມຫວັງ​ສູງ​ສຸດ​ໄວ້​ໃຫ້​ແກ່​ຈີນ

(GMT+08:00) 2008-08-13 15:23:33 cri
-----------------------------------------------------------------------------------------------------------------
ເນື່ອງ​ຈາກ​ວ່າ​ກິລາ​​ເບ​ສບອນ​ແລະ​ຊອບ​ບານ​ເຜີຍ​ແຜ່ໃນ​ ​ທົ່ວ​ໂລກ​ໜ້ອຍ​​ໂພດ,ສະ​ນັ້ນ,ກິລາ​ສອງ​ລາຍການ​ນີ້​ຈິ່ງ​ຖືກ​ຍົກ​ເລີກ​ອອກ​ຈາກ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ລອນ​ດອນ​ໃນ​ປີ2012.ປີໜ້າ,ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ຈະ​ດຳ​ເນີນ​ການ​ປ່ອນ​ບັດ​ຕໍ່​ລາຍ​ການ​ໃຫຍ່​ທັງ​ໝົດ​ຂອງ​ປະ​ເພດ​ກິລາ​ໂອ​ລິ​ມປິກ​ເພື່ອ​ພິ​ຈາ​ລະ​ນາ​ສິດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຂອງລາຍການ​ເຫຼົ່າ​ນີ້.ສ່ວນ​ກິລາ​ຍິງ​ປືນ​ຂອງ​ຈີນມີ​ລະດັບ​ສູງ​ແລະ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ສູງ​ທີ່​ສຸດນັ້ນ​ເຮັດ​ໃຫ້​ທ່ານ​ໂອ​ເລ​ກາລີ​ໂອ ຊາວ​ເມັກ​ຊິກ​ທີ່​ເປັນ​ປະທານ​ສະມາຄົມ​ຍິງປືນ​ສາກົນ​ມີ​ຄວາມ​ໝັ້ນ​ໃຈ​ຕື່ມ​ຕໍ່​ລາຍການ​ຂອງ​ຕົນ.

ໃນ​ສອງ​ມື້​ທຳ​ອິດ​ຂອງ​ການ​ແຂ່ງຂັນ​ຍິງ​ປືນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ທີ​ມຍິງ​ປືນ​ຂອງ​ຈີນ​ໄດ້​2ຫຼຽນ​ຄຳ​ໃນ ທັງ​ໝົດ 4​ຫຼຽນ​ຄຳ​.ຜົນງານ​ຂອງ​ນັກ​ກິລາ​ຈີນ​ເຮັດ​ໃຫ້​ທ່ານ ໂອ​ເລ​ກາລີ​ໂອຮູ້ສຶກ​ປະ​ທັບ​ໃຈ​ຫຼາຍ,ທ່ານ​ກ່າວວ່າ:

"​ໃນ​ມື້​ທຳ​ອິດ,ທ້າວ​ຜາງ​ເວີຍ ນັກ​ກິລາ​ຈີນຊິງ​ໄດ້​ຫຼຽນ​ຄຳ​ຫຼຽນ​ໜຶ່ງ,ມື້​ທີ​ສອງ,ນາງ​ໂກ່ວ​ເວີນ​ຈຸ້ນຊິງ​ໄດ້​ຫຼຽນ​ຄຳ​ອີກ​ຫຼຽນ​ໜຶ່ງ,ສອງ​ຄົນ​ນີ້​ລວນ​ແຕ່​ເຮັດ​ໃຫ້​ຂ້າພະ​ເຈົ້າ​ນັບຖື​ຫຼາຍ.​ເວົ້າ​ສຳລັບ​ຜູ່​ຊົມ​ຈີນ​ແລ້ວ,ສາມາດ​ໄດ້​ເຫັນ​ນັກ​ກິລາ​ຂອງ​ປະ​ເທດ​ຕົນ​ຊິງ​ໄດ້​ແຊມ​ປຽນ​ລຽນຕິດ,ນີ້​ແມ່ນ​ເລື່ອງ​ທີ່​ຕື້ນ​ຕັນ​ໃຈ​​ເລື່ອງ​ໜຶ່ງ."

ທ່ານ ໂອ​ເລ​ກາລີ​ໂອ ກໍ່​ນັບຖື​ຫຼາຍ​ຕໍ່​ນາງ​ຕູ້​ລີ້ ນັກ​ກິລາ​ຍິງ​ປືນ​ຂອງ​ຈີນຫຼາຍ,​ເຖິ​ງວ່າ​ນາງ​ບໍ່​ສາມາດ​ຍາດໄດ້​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ຂອງງານ​ໂອ​ລິ​ມປິກ​ຄັ້ງ​ນີ້​ກໍ່ຕາມ.ທ່ານ​ບອກ​ວ່າ:"ນາງ​ຕູ້​ລີ້ ນັກ​ກິລາ​ຈີນ​ທີ່​ພະຍາຍາມ​ຍາດ​ເອົາ​ຫຼຽນ​ຄຳ​ຫຼຽນທຳ​ອິດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ນັ້ນ​ແມ່ນ​ນັກ​ກິລາ​ທີ່​ດີ​ເດັ່ນ​ທີ່​ສຸດ.ສິ່ງ​ທີ່​ໜ້າ​ເສຍດາຍ​ນັ້ນ​ແມ່ນ​ໂຊກ​ບໍ່​ເຂົ້າ​ຂ້າງ​ແລະ​ສະພາບ​ດ້ານ​ຈິດ​ໃຈ​ແລະ​ຮ່າງກາຍ​​ໃນ​ມື້​ທຳ​ອິດຂອງ​ນາງ​ລ້ວນ​ແຕ່​ບໍ່​ຢູ່​ໃນ​ລະດັບ​ທີ່ດີ​ທີ່​ສຸດ,ຂ້າພະ​ເຈົ້າ​ຮູ້ສຶກ​ເສຍດາຍ​​ແທນນາງ.​ແຕ່​ຂ້າພະ​ເຈົ້າ​ເຊື່ອ​ວ່າ,​ໃນ​ການ​ແຂ່ງຂັນ​ຕໍ່​ໄປ,ນາງ​ຈະສ້າງ​ຜົນງານທີ່​ດີ​ແນ່ນອນ."

ທ່ານໂອ​ເລ​ກາລີ​ໂອ ຕີ​ລາຄາ​ສູງ​ຕໍ່​ນັກ​ກິລາ​ຈີນ,ສາ​ເຫດ​ແມ່ນ​ງ່າຍດາຍ​ທີ່​ສຸດ,ຄື​ທ່ານ​ກັບ​ສະມາ​ຄົມ​ຍິງ​ປືນ​ສາກົນ​ລ້ວນ​ແຕ່​ໄດ້​​ສັງ​ເກດ​ເຫັນ​ວ່າ,ກໍ່​ແມ່ນ​ຍ້ອນ​ສ້າງ​ຜົນງານທີ່​ປະ​ທັບ​​ໃຈ​ຂອງ​ນັກ​ກິລາ​ຈີນ,ຈິ່ງ​ເຮັດ​ໃຫ້​ກິລາ​ຍິງປືນ​ທີ່​​ເຜີຍ​ແຜ່​ບໍ່​ກວ້າງຂວາງ​ປານ​ໃດ​ໃນປະຊາ​ຊົນ​ທຳ​ມະ​ດາ​ຂອງ​ຈີນ​ນັ້ນ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ຟົດ​ຟື້ນ​ຈາກ​ປະຊາຊົນ1​ຕື້300​ລ້ານ​ຄົນ​.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>