ປະທານສະມາຄົມ​ຍິງ​ປືນ​ສາກົນຝາກ​ຄວາມຫວັງ​ສູງ​ສຸດ​ໄວ້​ໃຫ້​ແກ່​ຈີນ

(GMT+08:00) 2008-08-13 15:23:33 cri
-----------------------------------------------------------------------------------------------------------------


ເມື່ອ​ເຈົ້າ​ໜ້າ​ທີ່​ສະມາຄົມ​ຍິງ​ປືນ​ສາກົນ​ ມາ​ຮອດ​ຈີນ​ແລ້ວ ໄດ້​ພົບ​ເຫັນ​ວ່າ,ຄົນ​ຈີນ​ມັກ​ກິລາ​ຍິງ​ປືນບໍ່​ດ້ອຍ​ກວ່າ​ປະ​ເທດ​ອື່ນ.ຜູ່​ຊົມ​ນັ່ງ​ເຕັມ​ສະ​ໜາມ​ການ​ແຂ່ງ​ຂັນ,​ເຂົາ​ເຈົ້າ​ບໍ່​ເສຍ​ດາຍ​ສຽງ​ຕົບມື​ເພື່ອ​ຄວາມ​ສາມາດ​ທີ່​ພົ້ນ​ເດັ່ນ​ຂອງ​ນັກ​ກິລາ​ທັງຫຼາຍ,​ແລະ​ສື່​ມວນ​ຊົນ​ກໍ່​ລາຍ​ງານ​ຂ່າວ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ນັກ​ກິລາ​ຍິງ​ປືນ,ນີ້​ເວົ້າ​ສຳລັບ​ກິລາ​ລາຍການ​ໜຶ່ງ​ແລ້ວ,​ແມ່ນ​ສັນ​ຍານ​ທີ່​ດີ​ທີ່​ສຸດ.ທ່ານໂອ​ເລ​ກາລີ​ໂອ​ເວົ້າ​ວ່າ:

 "ໃນ​ຂອບ​ເຂດ​ທົ່ວ​ໂລກ,ການ​ຍິງ​ປືນ​ແມ່ນ​ລາຍການ​ກິລາ​ທີ່​ມີ​ອິດ​ທິພົນ​ຫຼາຍ.ມື້​ນີ້,​ຂ້າ​ພະ​ເຈົ້າ​ມາ​ຮອດ​ຈີນ​ໄດ້ສັງ​ເກດ​ເຫັນ​ວ່າ,ຄົນ​ຈີນ​ກໍ່​ສະ​ໜັບ​ສະ​ໜູນ​ທັງ​ມັກ​ທີ່​ສຸດ​ແລະ​ເຂົ້າ​ຮ່ວມ​ກິລາ​ຍິງ​ປືນ​ຢ່າງຕັ້ງໜ້າ.​ເມື່ອ​ໄດ້​ເຫັນ​ສະພາບ​ນີ້,ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ຫຼາຍ."

ກໍ່​ແມ່ນ​ຍ້ອນ​ມີ​ການ​ສະໜັບສະໜູນ​ແລະ​ຄວາມ​ຄອງ​ຄອຍ​ດັ່ງ​ກ່າວ,ສະມາຄົມ​ຍິງ​ປືນ​ສາກົນ​ພ້ອມ​ດ້ວຍ​ທ່ານໂອ​ເລ​ກາລີ​ໂອ​ເອງ​ລ້ວນ​ແຕ່​ໄດ້​ຝາກ​ຄວາມ​ຫວັງ​ຫຼາຍ​​ໄວ້​ໃຫ້​ແກ່​ນັກ​ກິລາ​ຈີນ​ທີ່​​ແຂ່ງຂັນ​ຢູ່​ປະ​ເທດ​ຕົນ,​ເພາະວ່າ​ມັນ​ແນ່ນອນ​ແລ້ວ​ຈະ​ສົ່ງ​ເສີມ​ໃຫ້​ຄົນ​ຈີນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ຮ່ວມ​ກິລາ​ຍິງ​ປືນ​,​ເຮັດ​ໃຫ້​ກິລາ​ນີ້ມີ​ອະນາຄົດ​​ແຫ່ງ​ການພັດທະນາ​ນັບ​ມື້​ນັບ​ດີ​ຂຶ້ນ.ທ່ານໂອ​ເລ​ກາລີ​ໂອ​ກ່າວ​ວ່າ:

 "ທີ​ມຈີນ​ຍາດ​ໄດ້4​ຫຼຽນ​ຄຳ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​​ແລ້ວ​ນີ້,​ເທື່ອ​ນີ້,ຂ້າພະ​ເຈົ້າ​ ​ຫວັງ​ໃຫ້​ເຂົາ​ເຈົ້າ​ຊິງ​ໄດ້​ຫຼຽນ​ຄຳ​ຫຼາຍ​ກວ່າ​ເກົ່າ,ອາດ​ຈະ​ໄດ້​ເຖິງ6-7ຫຼຽນຄຳ​ກໍ່​​ເປັນ​ໄປ​ໄດ້,ຫຼື​ວ່າ​ຈະ​ໄດ້​ຫຼາຍ​ກວ່ານັ້ນ.ນີ້​ແມ່ນ​ເລື່ອງ​ດີ."

ໃນ​ຕອນ​ທ້າຍ​ໃຫ້ການ​ສຳພາດ,ທ່ານໂອ​ເລ​ກາລີ​ໂອ​ໄດ້​ຍ້ອງຍໍ​ໃນ​ລະດັບ​ສູງ​ຕໍ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ປະຊາຊົນ​ຈີນ​ທີ່​ມີ​ຄວາມ​ກະຕືລື​ລົ້ນ,​ເຫັນ​ວ່າ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເຮັດ​ໃຫ້​ທ່ານ​ເອງ​ຍິ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຄອງ​ຄອຍ​ຕໍ່​ອະນາຄົດ​ຂອງ​ກິລາ​ໂອ​ລິ​ມປິກ.ທ່ານ​ກ່າວ​ວ່າ:

 "ຂ້າພະ​ເຈົ້າ​ໄດ້​ຜ່ານ​ງານ​ກິລາ​ໂອ​ລິ​ມປິກ​ຫຼາຍ​ຄັ້ງ​ແລ້ວ,​ແຕ່​ບໍ່​ມີ​ຄັ້ງ​ໃດ​ຄື​ດັ່ງ​ງານ​ກິລາ​ໂອລິ​ມປິກ​ປັກ​ກິ່ງ​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າ​ລືມ​ຍາກປານ​ນີ້. ​ຄົນຈີນທຸກ​ຄົນ​ທີ່​ຂ້າພະ​ເຈົ້າ​ໄດ້​ພົບ​ນັ້ນ​ລ້ວນ​ແຕ່​ເປັນ​ມິດ​ຫຼາຍ,ບ່ອນ​ໃດ​ກໍ່​ໄດ້​ເຫັນ​ຮອຍ​ຍິ້ມ​ຂອງ​ຄົນ​ຈີນ.ສິ່ງ​ເຫຼົ່າ​ນີ້,​ນັກ​ກິລາ​ຍິງ​ປືນ​ກໍ່​ໄດ້​ສຳ​ຜັດ​ມັນ​ແລ້ວ.ຂ້າພະ​ເຈົ້າ​ເຫັນ​ວ່າ,​ຜ່ານ​ຈາກ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ນີ້,ຄົນ​ຈີນ​ໄດ້​ອ້າ​ແຂນ​ຕໍ່​ໂລກ,ສ່ວນ​ໂລກ​ກໍ່​ເດ່ມື​ໃຫ້​ຈີນ,ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄົນ​ຈີນ​ທຸກ​ຄົນ."
 
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>