ກອງ​ປະຊຸມ​ປະຈຳ​ປີ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້ສ້າງ​ພາບພົດ​ໃໝ່ ​ເຮັດ​ໃຫ້​ຄົນລືມ​ຍາກ

(GMT+08:00) 2010-03-13 18:30:10     cri

ວັນ​ທີ 13 ມີນາ​ນີ້,ກອງ​ປະຊຸມ​ປະຈຳ​ປີ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້ອັດ​ລົງ​ຢູ່​ທີ່​ປັກ​ກິ່ງ. ​ໃນ​ໄລຍະ​ຈັດກອງປະຊຸມ​ທີ່​ເປັນ​ເວລາ 10 ວັນ, ກຳມະການ​ສະພາ​ປຶກສາ​ກາ​ນ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ2ພັນກວ່າ​ຄົນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມວຽກ​ງານ​ປຶກສາ​ຫາລື, ສະ​ເໜີ​ຄວາມ​ຄິດຄວາມ​ເຫັນ ​ແລະ ຂໍ້​ສະ​ເໜີ​ອັນລ້ຳ​ຄ່າ, ​ໄດ້ສຳ​ເລັດ​ວາລະ​ປະຊຸມ​ຕ່າງໆ​ຕາມ​ແຜນການ​ຢ່າງ​ຈົບງາມ. ຫວນ​ຄືນ​ຂະ​ບວນການ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້, ​ກຳມະການໜ້າ​ໃໝ່,ຊ່ອງ​ທາງ​ໃໝ່​​ໃນ​ການ​ຮັບເອົາ​ປະຊາມະຕິ​, ​ແນວຄວາມຄິດ​​ໃໝ່​​ໃນ​ການ​ເຂົ້າ​ຮ່ວມ​ແລະ​ຫາລື​ວຽກບ້ານ​ການ​ເມືອງ ລ້ວນ​ແຕ່​ໄດ້​ສ້າງ​ພາບພົດ​ໃໝ່​​ໃຫ້​ແກ່​ກອງ​ປະຊຸມ​ເທື່ອ​ນີ້, ​ເຮັດ​ໃຫ້​ຄົນ​ລືມ​ຍາກ.

ພະ​ປານ​ຈັນ ເອີ​ເຕີ​ນີ ຊອຍ​ກີ​ເກ​ຍ​ໂບ(Erdeni Qoigyi Gyaibo) ອົງທີ 11 ຜູ້ນຳ​ພຸດທະ​ສາດສະໜາ​ນິກາຍຕິ​ເບ​ດທີ່​ເຂົ້າ​ຮ່ວມ​ເວທີ​ການ​ເມືອງ​ຂອງ​ຈີນ​ເປັນ​​ເທື່ອ​ທຳ​ອິດ​ນັ້ນ​ແມ່ນ​​ໜ້າ​ໃໝ່​ທີ່ຈັບ​ຕາ​ຄົນ​ທັງຫຼາຍທີ່​ສຸດ​ໃນກອງ​ປ​ະຊຸມ​ເທື່ອ​ນີ້. ພະ​ປານ​ຈັນທີ່​ມີ​ອາຍຸ​ພຽງ 20 ປີນັ້ນ​ແມ່ນ​​ຫາ​ກໍ່ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໃນ​ເດືອນ​ກຸ​ມພາ​ປີ​ນີ້. ຢູ່​ຕໍ່ໜ້າ​ສາຍຕາ​ຂອງ​ຄົນ​ທັງຫຼາຍ,​ເພິ່ນຖ່ອມຕົວຫຼາຍ,​ເພິ່ນ​ເວົ້າ​ວ່າ,


"ໂດຍຜ່ານ​ຈາກ​​ການເຂົ້າ​ຮ່ວມ​ກອງ​ປະຊຸມ​ສອງ​ສະພາ​ເທື່ອ​ນີ້ ອາດຕະມາ​ໄດ້​ຮຽນ​ຮູ້​ສິ່ງ​ໃໝ່ຫຼາຍ​ຢ່າງ,​ໄດ້​ເຫັນ​ກຳມະການ​ຕ່າງ​ໆສະ​ແດງ​ຄວາ​ມຄິດ​ຄວາມ​ເຫັນ​ຂອງ​ຕົນ,ພ້ອມ​ກັນຫາລື​ວຽກງານ​ຂອງ​ລັດ,​ເຂົ້າ​ຮ່ວມແລະ​ຫາລື​ວຽກບ້ານ​ການ​ເມືອງ, ສະ​ເໜີ​ຂໍ້​ສະ​​ເໜີ​ເພື່ອ​ໃຫ້​ພັກ ​ແລະ ລັດ​ຮັບ​ໃຊ້​ ປະຊາຊົນຍິ່ງ​ດີກ​ວ່າ​ເກົ່າ​. ອາດຕະມາ​ແມ່ນ​ຜູ້​ມາໃໝ່,ສະ​ນັ້ນ​ຍັງ​ຕ້ອງພະ​ຍາ​ຍາມ​ຮ່ຳຮຽນ."

ໃນ​​ເວລາ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ຂອງ​ວົງ​ການ​ສາດສະໜາ, ພະ​ປານ​ຈັນ​ໄດ້​ອະທິ​ບາຍ​ຄວາມ​ເຂົ້າ​ໃຈ​ຂອງ​ເພິ່ນ​ກ່ຽວ​ກັບ​ການປະຕິບັດ​ພັນທະ​ໜ້າ​ທີ່​ຂອງກຳມະການສະພາ​ປຶກສາ​ການ​ເມືອງ, ​ເພິ່ນ​ເຫັນ​ວ່າ, ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ ​​ແລະ ບັນຫາ​ທີ່​ປະຊາຊົນ​ປະ​ເຊີນ​ໜ້າ​ ຕ້ອງ​ແຈ້ງ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງຮູ້, ສ່ອງ​ແສງຄວາມ​​ເຫັນ​ຂອງ​ປະ​ຊາ​ຊົນ, ພ້ອມ​ທັງ ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ຕ່າງໆ​ຂອງ​ພັກ​ແລະລັດ​​ໃຫ້​ດີກ​ວ່າ​ເກົ່າ,​ເຮັດ​​ໃຫ້​ມວນ​ຊົນ​ທັງຫຼາຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກຄວາມ​ດີ​ເລີດ​ຂອງ​ສັງຄົມ​ນິຍົມ ​ແລະ ໝາກຜົນ​ຂອງ​ການ​ປະຕິ​ຮູບ ​ແລະ ​ການເປີດ​ປະ​ຕູ​ສູ່​ພາຍ​ນອກນັ້ນ ຢ່າງ​ເຕັມທີ່.


ຄຽງ​ຄູ່​ກັບ​ການສະ​ແດງ​ຄວາມ​ເຫັນ​ຢູ່​ອິນ​ເຕີ​ເນັດ​​ໄດ້​ກາຍເປັນ​ເລື່ອງ​ທຳ​ມະ​ດາ, ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ນັບ​ມື້​ນັບ​ຫຼາຍ​ໄດ້​ຜ່ານ​ຈາກ​ອິນ​ເຕີ​ເນັດ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ​ແລະ ​ເກັບ​ກຳ​ຍັດຕິຂໍ້​ສະ​ເໜີກັບ​ຜູ້​ໃຊ້​ອິດ​ເຕີ​ເນັດ​ທັງຫຼາຍ.

ໃນ​​ໄລຍະຈັດ​ກອງ​ປະຊຸມ, ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກໍ່​ໄດ້ທົດ​ລອງ"ປະຕິບັດ​ພາລະ​ໜ້າ​ທີ່​ທາງ​ອິນ​ເຕີ​ເນັດ", ຂໍແຕ່​ໄດ້​ຮັບ​​ຢືນຢັນ​ດ້ານ​ຖານະ​ແລ້ວ ກຳມະການ​ທັງຫຼາຍກໍ່​ສາມາດ​ຍື່ນຍັດຕິ,ບົດປະກອບ​ຄຳ​ເຫັນ, ສະພາບ​ທາງສັງຄົມ ​ແລະ ປະຊາມະຕິ​​ຢູ່​ທາງ​ອິນ​ເຕີ​ເນັດ. ​ໃນ​ຖານະ​ທີ່​ເປັນ​ຊ່ອງ​ທາງ​ໃໝ່​ຂອງ​ການ​ສ່ອງ​ແສງ​ປະຊາ​ມະຕິ, ​ອິນ​ເຕີ​ເນັດ​ກຳລັງ​ຊ່ວຍ​ເຫຼືອ​ຊຸກ​ຍູ້​ວຽກ​ງານ​ຂອງ​ສະພາ​ປຶກສາ​ການ​ເມືອງ​ໃຫ້​ພັດທະນາ​ຢ່າງ​ບັງ​ເກີດ​ຜົນ, ຕັ້ງ​ໜ້າຖອດ​ຖອນ​ວິທີ​ທີ່ທັນ​ສະ​ໄໝ ​ແລະ ​ເຕັກນິກ​​ຂໍ້​ມູນ​ຂ່າວສານ,ກາຍເປັນວິທີ​​​ເຮັດ​ວຽກ​ຄົບ​ຊຸດທີ່​ສອດຄ່ອງ​ກັບ​ການ​ພັດທະນາ​ຂອງ​ຍຸກ​ສະ​ໄໝ, ສອດຄ່ອງ​ກັບຈຸ​ດພິ​ເສດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ ​ແລະ ມີ​ຜົນ​ດີ​ຕໍ່​ການປະຕິບັດ​ພາລະ​ໜ້າ​ທີ່, ​ໄດ້​ກາຍ​ເປັນ​ເປົ້າ​ໝາຍວຽກ​ງານ​ຂອງ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ​ໃນ​ປີ​ໃໝ່ນີ້.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ