ກອງ​ປະຊຸມ​ປະຈຳ​ປີ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້ສ້າງ​ພາບພົດ​ໃໝ່ ​ເຮັດ​ໃຫ້​ຄົນລືມ​ຍາກ

(GMT+08:00) 2010-03-13 18:30:10     cri

ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ຮັບຍັດຕິ​ຫຼາຍ​ກວ່າ 5 ພັນ​ສະບັບ, ​ໃນ​ນັ້ນ​ຍັດຕິ​ທີ່​ມີ​ລັກ​ສະ​ນະມະ​ຫາ​ພາກ​,ລັກສະນະ​ຍຸດ​ທະ​ສາດ ​ແລະ ລັກສະນະລ້ຳ​ໜ້າທີ່​ເອົາ​ໃຈ​ໃສ່​ນຳລັດ, ​ເຂດ​ແຄວ້ນ ​ແລະ ຂະ​ແໜງ​ການ​​ໄດ້​ເພິ່ມຫຼາຍ​ຂຶ້ນ​ຢ່າງ​ເດັ່ນ​ຊັດ. ກຳມະການ​ຫຼາຍໆ​ທ່ານ​ໄດ້​ສະ​ເໜີ​​ແລວ​ຄວາມ​ຄິດ​ໃໝ່ ໂດຍປິ່ນອ້ອມ​ການ​ພັດທະນາ​ແບບ​ກາກ​ບອນ​ຕ່ຳ.

ເປັນ​ຫຍັງ​​ກຳມະການທັງຫຼາຍ​ຈິ່ງ​ເອົາ​ໃຈ​ໃສ່​ນຳ​ເສດຖະກິດ​ແບບ​ກາກ​ບອນ​ຕ່ຳ ​ແລະ ຂະ​ແໜງ​ການ​ກາກ​ບອນ​ຕ່ຳຫຼາຍ​ປານ​ນີ້? ທ່ານ​ເຊີ​ຟູ​ລີ​ນ ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ຫົວໜ້າ​ບໍລິຫານ​ງານ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ປະຕິ​ຮູບ ​ແລະ ການ​ພັດທະນາ​ແຂວງ​ໄຫ​ລຳ​ຂອງ​ຈີນ​ກ່າວ​ວ່າ, ​ເສດຖະກິດ​ແບບ​ກາກ​ບອນ​ຕ່ຳ​ພວມ​ກາຍ​ເປັນຈຸດ​ເຕີບ​ໂຕ​ຂອງ​ເສດຖະກິດ​ສາກົນ ​ແລະ ຈຸດສຸມ​ການ​ແຂ່ງຂັນຮອບ​ໃໝ່, ຈີນ​ຕ້ອງ​ກຳ​ໂອກາດນີ້. ທ່ານ​ກ່າວ​ວ່າ,

"​ເສດຖະກິດ​​ແບບ​ກາກ​ບອນ​ຕ່ຳ​ແມ່ນ​ຮູບການ​ພັດທະນາ​ເສດຖະກິດ ​ແລະ ຮູບ​ການ​ດຳ​ລົງ​ຊີວິດ​ໃໝ່.ການ​ປະຕິວັດ​ ​ແລະ ປະດິດ​ສ້າງດ້ານ​ເຕັກນິກ​​ໃນ​ລະດັບ​ຫຼາຍ​ສົມຄວນ​ແມ່ນ​ຊີ້​ຂາດຢູ່ນຳ​ພວກ​ເຮົາ​ສາມາດ​ກຳ​ໂອກາດ​ທີ່​ຍຸກ​ສະ​ໄໝ​ເສດຖະກິດ​ແບບ​ກາກ​ບອນ​ຕ່ຳ​ມາ​ຮອດ​ໄດ້​ຫຼື​ບໍ່, ​ແລະ​ຖື​ໂອກາດ​ນີ້​​ເປັນ​ກຳລັງ,​ເພື່ອຊຸກ​ຍູ້​ຂະ​ບວນວິວັດ​ຂອງ​ການປະດິດ​ສ້າງ​ດ້ານເຕັກນິກ ​ແລະ ການ​ປະຕິວັດ​ດ້ານເຕັກ​ນິກທີ່​ຖື​ຂົງ​ເຂດ​ພະລັງງານ​ໃໝ່​ເປັນ​ຈຸດ​ໜັກ."

ຕາມ​ໄດ້​ຊາບ, ​ໃນ​ກອງ​ປະຊຸມ​ມອບຍັດຕິ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ມີນາ, ຍັດຕິ​ເຫຼົ່າ​ນີ້​ຈະຍື່ນ​ໃຫ້ໜ່ວຍ​ງານ​ທີ່​ກ່ຽວຂ້ອງ​ ຫຼັງ​ຈາກ​ຖືກ​ແບ່ງ​​ເປັນ​ປະ​​ເພດ​,​ເພື່ອຮັບ​ໃຊ້ຍຸດ​ທະ​ສາດສຳຄັນ​ທີ່​ຮູບ​ການ​ພັດທະນາ​ເສດຖະກິດ​​ແຫ່ງ​ລັດ​ໄດ້ປ່ຽນ​ແປງ​.

"ກຳມະການ​​ເວົ້າ​ດ້ວຍ​ຄວາມ​ຈິງ​ໃຈຫຼາຍຂຶ້ນ"​ແມ່ນ​ຄວາມ​ຮູ້ສຶກ​​ນັບ​ມື້​ນັບຊັດ​ເຈນທີ່​ກອງ​ປະຊຸມສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນນຳ​ມາໃຫ້​ຄົນ​ທັງຫຼາຍ. ​ໃນ​​ເວລາ​ກ່າວ​ຄຳ​ປາ​ໄສ​ໃນກອງ​ປະຊຸມ​ເທື່ອ​ນີ້, ທ່ານ​ຈູ່​ເຈີ້ນ​ຈົ່ງ ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ນະຄອນ​ກວ່າ​ງ​ໂຈ່​ວ​ໄດ້​ຕິຕຽນ​ປະກົດ​ການ​ທີ່​ບໍ່​ດີຕ່າງໆ ​ເຊັ່ນຢ່າ​ງຮຸນ​ແຮງ, ​​ເຮັດ​​ໃຫ້​ກຳມະການ​ຂອງ​ກອງ​ປະຊຸມ ​ແລະ ມວນ​ຊົນ​ຕ່າງໆ​ໃນ​ສັງຄົມ​ພາກັນທຳ​ປະຕິກິລິຍາ​ຢ່າງ​ຮຸນ​ແຮງ. ທ່ານ​ຈູ່​ເຈີ້ນ​ຈົ່ງ​ກ່າວ​ວ່າ, ​ໃນ​ກອງ​ປະຊຸມ​ສະພາປຶກສາ​ການ​ເມືອງ​ກໍ່​ຕ້ອງ​ແລກປ່ຽນ​ຄວາມ​ຕິດ​ຄວາມ​ເຫັນ​ຢ່າງ​​ເປີດ​ອົກ​ເປີດ​ໃຈ​ແລະກົງ​ໄປ​ກົງ​ມາ.ທ່າ​ນກ່າວ​ວ່າ,


"​ເພາະວ່າ​ບັນຍາກາດ​​ປະຊາທິປະ​ໄຕ​ຂອງ​ພວກ​ເຮົາ​ໃນ​ສະ​ໄໝ​ປັດຈຸບັນ​ນັບ​ມື້​ນັບ​ເຂັ້ມ​ຂຸ້ນ, ກຳມະການ​ສະພາ​ປຶກສາ​ການ​ເມືອງ​ພວກເຮົາ​ກໍ່​ຕ້ອງ​ກ້າ​ສ່ອງ​ແສງ​ສະພາບ​ຕົວ​ຈິງ, ​ເວົ້າ​ເລື່ອງ​ຈິງ,​ເຮັດ​ເລື່ອງ​ຈິງ."

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ອັດ​ກອງ​ປະຊຸມ​, ທ່ານ​ເຈຍ​ຊີ້ງລີ​ນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້ຊີ້​ແຈ້ງ​ທິດ​ທາງຕໍ່​ວຽກ​ງານ​ຂອງ​ສະພາ​ປຶກສາ​ການ​ເມືອງ​ໃນ​ປີ​ໃໝ່,ທ່ານ​ກ່າວ​​ເນັ້ນ​ວ່າ,"ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ​ຈະ​ຖືກ​ຄົນ​ເປັນ​ກົກ,ປະຕິບັດ​ພາລະ​ໜ້າ​ທີ່​​ຮັບ​ໃຊ້​ ​ປະຊາຊົນ,​ ເອົາ​ໃຈ​ໃສ່​ນຳ​ບັນຫາ​ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນຫຼາຍ​ກວ່າ​ເກົ່າ ​ເຊັ່ນ,ການປະກອບ​ອາຊີບ,ການ​ສຶກສາ,ການປິ່ນປົວ​ພະຍາດ,​ເຮືອນ​ຢູ່,ການອະນຸລັກ​ສິ່ງ​ແວດ​ລ້ອມ, ​ການແບ່ງປັນ​ລາຍ​ໄດ້,ວຽກ​ງານ​ກໍ່ສ້າງ​ຄືນ​ໃໝ່​ຫຼັງປະສົບ​ໄພ​ເປັນ​ຕົ້ນ,ປະກອບສ່ວນ​ອັນ​ໃໝ່​​​ເຂົ້າ​ໃນ​ການພັດທະນາ​ພາລະກິດ​ທີ່​ສ້າງ​ຜົນ​ປະ​ໂຫຍ​ດຕໍ່​ປະຊາຊົນ​ທັງຫຼາຍ​ ​ແລະ ຮັກສາ​ຄວາມ​ກົມກຽວ ​ແລະ ສະຖຽນ​ລະ​ພາບ​ຂອງ​ສັງຄົມ."


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ