ຈີນ​ຫວັງ​ວ່າ​ທ່ານ​ປະ​ທານ​ຫູ​ຈິນ​ທາວ​ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຈະ​ຊຸກ​ຍູ້​ການ​ພົວ​ພັນ​ທີ່​ຕັ້ງ​ໜ້າ, ການ​ຮ່ວມ​ມື​​ແລະ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ

(GMT+08:00) 2011-01-13 16:44:10     cri

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ​ໂດຍ​ຕອບສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ, ທ່ານ​ຫູ​ຈິນ​ທາວ, ປະ​ທານ​ປະ​ເທດ​ຈີນ ຈະ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ທາງ​ລັດຖະກິດ​ແຕ່​ວັນ​ທີ 18 ຫາ​ວັນ​ທີ 21 ມັງກອນ​ນີ້. ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 12 ມັງກອນ​ນີ້, ທ່ານ​ຊຸ່ຍ​ທ່ຽນ​ຄາຍ, ລັດຖະ​ມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ, ຈີນ​ຫວັງ​ວ່າ​ທ່ານ​ປະທານ​ຫູ​ຈິນ​ທາວ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​​ເທື່ອ​ນີ້ ຈະ​ຊຸກ​ຍູ້​ການ​ພົວພັນ​ທີ່​ຕັ້ງໜ້າ, ການ​ຮ່ວມ​ມື​ແລະ​ຮອບ​ດ້ານ​​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃຫ້​ຂະ​ຫຍາຍ​ຕົວ​ຕື່ມ​ອີກ, ກຳ​ນົດ​ທິດ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຍຸກ​ໃໝ່. ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະ​ອຽດ​ຂອງ​ຂ່າວ.

ວັນ​ທີ 12 ມັງກອນ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ມີ​ນັກ​ຂ່າວ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ເຂົ້າຮ່ວມ, ທ່ານ​ຊຸ່ຍ​ທ່ຽນ​ຄາຍ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ແນະນຳ​ແຜນການ​ເດີນທາງ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຂອງ​ທ່ານ​ຫູ​ຈິນທາວ, ​ແລະ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວກັບ​ບັນຫາການ​ຮ່ວມ​ມື​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ​ລະ​ຫວ່າງ​ຈີນ​ກັບອາ​ເມ​ລິ​ກາ. ທ່ານ​ກ່າວ​ເນັ້ນວ່າ: "ປັດຈຸ ບັນ, ສະຖານະ​ການ​ສາ​ກົນ​ຍັງ​ສືບ​ຕໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ສັບ​ສົນ​ແລະ​ເລິກ​ເຊິ່ງ, ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ປະ​ເທດ​ຕ່າງໆ​ມີ​ຄວາມ​​ເພິ່ງ​ພາອາ​ໄສ​​ເຊິ່ງກັນ​ແລະ​ກັນຍິ່ງ​ແໜ້ນ​ແຟ້ນກວ່າ​ເກົ່າ. ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ທີ່​ໃຫຍ່​ກວ່າ​ໝູ່ ​ແລະ ​ເປັນ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ, ຈີນ​ແລະ​ອາ​ເມ​ລິ​ກາມີ​ຜົນ​ປະ​ໂຫຍ​ດຮ່ວມ​ຢ່າງ​ກວ້າງ​ຂວາງ​, ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ແລະ ມີ​ຄວາມ​ຮັບຜິດຊອບ​ທີ່​ສຳຄັນ​ຮ່ວມ​ກັນ ໃນ​ບັນຫາ​ສຳ​ຄັນ​ຕ່າງໆ​ທີ່​ກ່ຽວ​ພັນ​ເຖິງ​ສັນ ຕິ​ພາບ​ແລະ​ການ​ພັດທະນາ​ຂອງ​ໂລກ, ​ໂດຍ​ສະ​ເພາະ​ແມ່ນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ. ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ ກາຍ​ເປັນ​ໜຶ່ງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ທີ່​ສຳ​ຄັນ​ກວ່າ​ໝູ່​ໃນ​ໂລກ.

ທ່ານ​ຊຸ່ຍ​ທ່ຽນ​ຄາຍ​ກ່າວ​ວ່າ,ນັບ​ແຕ່​ປະທານາທິບໍດີ​ໂອ​ບາ​ມາຂຶ້ນ​ຮັບ​ຕຳ​ແໜ່​ງ​ເປັນ​ເວລາ 2 ປີ​ມາ​​ນີ້, ລວມ​ໂດຍ​ແລ້ວ,ການ​ພົວພັນລະ​ຫວ່າງ​ຈີນ-​ອາ​​ເມ​ລິ​ກາ​ໄດ້ຮັກສາ​ທ່ວງທ່າ​ຂະຫຍາຍຕົວ​ທີ່​ດີ, ​ແລະ​ໄດ້​ຮັບຄວາມ​ຄືບ​ໜ້າ​ອັນ​ຕັ້ງໜ້າ​ໃໝ່. ​ແຕ່​ຍ້ອນ​ສະພາຕົວ​ຈິງ​​ແຫ່ງ​ຊາດມີ​ຄວາມ​ແຕກ​ຕ່າງ​ກັນ, ຈີນ​ກັບ​ອາ​ເມ​ລິ​ກາ​ມີຄວາມ​ຮູ້ສຶກ ​ແລະ ຄວາມ​ເຫັນ​ທີ່​ຕ່າງ​ກັນໃນ​ບັນຫາ​, ຈິ່ງ​ຈະ​ຫຼີກ​ເວັ້ນບໍ່​ໄດ້​ທີ່​ລະ​ຫວ່າງ​ສອງ​ປະ​ເທດ​ ຈ​ະ​ເກີດ​ມີ​ບັນຫາ​ແລະ ຄວາມ​ຂັດ​ແຍ່ງ​ທີ່​ຕ້ອງຕິດ​ຕໍ່​ປະສານ​ງານ​ກັນ. ທ່ານ​ຊຸ່ຍ​ທ່ຽນ​ຄາຍ​ກ່າວ​ເນັ້ນ​ວ່າ, ສອງ​ຝ່າຍ​ຄວນ​​ແກ້​ໄຂ​ບັນຫາ ​ແລະ ຄວາມ​ຂັດ​ແຍ່ງດ້ວຍ​ຈິດ​ໃຈ​ທີ່​​ເຄົາລົບ​ເຊິ່ງກັນ​ແລະ​ກັນ ​ແລະ ​ເພິ່ມທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ແລະພະຍາຍາມ​ໃຫ້​ໄດ້​ຮັບ​ໝາກຜົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີຈະ​ຖືກ​ຈັດ​ເຂົ້າ​ໃນຫົວ​ຂໍ້​ການ​ພົບ​ປະ​​ເຈລະຈາ​ລະຫວ່າງປະມຸກ​ລັດຈີນ-​ອາ​ເມ​ລິ​ກາ​ຫຼື​ບໍ່ນັ້ນ, ທ່ານ​ຊຸ່ຍ​ທ່ຽນ​ຄາຍ​ກ່າວ​ວ່າ, ​ໃນ​ການ​ພົບ​ປະ​​ເຈລະຈາ​ລະຫວ່າງປະມຸກ​ລັດຈີນ-​ອາ​ເມ​ລິ​ກາ ສອງ​ຝ່າຍຈະ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນກ່ຽວ​ກັບ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ສຳຄັນ​ຢ່າງ​ເລິກ​ເຊິ່ງ,​ໃນ​ນັ້ນ​ແນ່ນອນ​ຈະລວມທັງ​ສະຖານະ​ການ​ໃນ​ແຫຼມ​ເກົາຫຼີ​. ທ່ານ​ກ່າວ​ເນັ້ນ​ວ່າ,ຈີນ ກັບ ອາ​ເມ​ລິ​ກາ ພ້ອມ​ທັງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ຢ່າງ​ກວ້າງຂວາງ ​ແລະ ​ເປົ້າ​ໝາຍ​ຮ່ວມ​ໃນບັນຫາ​ແຫຼມ​ເກົາ​ຫຼີ, ວຽກ​ງານ​ຮີບ​ດ່ວນ​ທີ່​ສຸດໃນ​ປະ​ຈຸ​ບັນ​ແມ່ນ​ໃຊ້​ການສົນທະນາ​​ເຮັດ​ໃຫ້​ສະຖານະ​ການ​ຜ່ອນ​ຄາຍ​ລົງ. ທ່ານ​ກ່າວ​ເນັ້ນຕື່ມ​ວ່າ, ຈີນ​ຢາກ​​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ​ຢ່າງມີ​ປະສິດທິ​ຜົນ​ຢູ່​ພາກ​ພື້ນ​ອາຊີ-​ປາຊິ​ຟິກ, ​ເພື່ອ​ຮ່ວມ​ກັນ​ຊຸກຍູ້​ສັນຕິພາບ,ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງ​ພາກ​ພື້ນອາຊີ-​ປາຊິ​ຟິກ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ