ທ່ານ​ຫູ​ຈີນ​ທາວ​, ທ່ານ​ເວີ່ນ​ເຈຍ​ປາວ ຕ່າງ​ໄດ້​ພົບ​ປະ​ກັບ​ທ່ານ​ບາຍ​ເດິນ

(GMT+08:00) 2011-08-20 16:33:35     cri


ຕອນ​ບ່າຍ​ວັນ​ທີ 19 ສິງຫາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫູ​ຈີນ​ທາວ, ປະທານ​ປະ​ເທດ​ຈີນ, ທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນຕ່າງ​ໄດ້​ພົບ​ປະ​ກັບ​ທ່ານ​​ໂຈ​ເຊັຟ ​​ໄບເດັ​ນ, ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ.

ໃນ​ການ​ພົບ​ປະ, ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​​ກັບ​ອາ​ເມ​ລິ​ກາ, ​ເພີ່ມ​ທະວີ​ການ​ເຈລະຈາ​ແລະ​ປຶກສາ​ຫາລື​ໃນ​ລະດັບ​ຕ່າງໆ, ​​ເພີ່ມ​ທະວີ​ການ​ໄປມາ​ຫາ​ສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດລະຫວ່າງ​ປະຊາຊົນ​ສອງ​ຊາດ, ພະຍາຍາມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ປະ​ເທດ, ​ສ້າງ​ເນື້ອ​ໃນ​ຍຸດ​ທະ​ສາດ​ຂອງ​ການ​ພົວພັນ​ຄູ່ຮ່ວມ​ມື​ລະຫວ່າງ​ຈີນ​​ອາ​ເມ​ລິ​ກາ​ຢ່າງ​ບໍ່​ຢຸດ​ຢັ້ງ. ປະຈຸ​ບັນ, ຈີນ​ແລະ​ອາ​ເມ​ລິ​ກາ​ຕ້ອງ​ຄວນ​ປະຕິບັດ​ຕາມຄວາ​ມ​ເຫັນ​ເອກະສັນ​ກັນ​ ທີ່​ຮັບປະກັນ​ການ​ເຕີບ​ໂຕ​ແລະ​ຊຸກ​ຍູ້ຄວາມ​ໝັ້ນຄົງ, ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​​​ແລະ​ກຸ່ມ 20 ປະ​ເທດ ​ພາຍ​​​ໃຕ້​ຂອບຫຼາຍຝ່າຍ, ຮ່ວມ​ກັນ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຕະຫຼາດ.

ທ່ານ​ໄບ​ເດັນກ່າວ​ວ່າ, ຫວັງ​​ໃຫ້​ສອງ​ຝ່າຍ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຊຳລະ​ແກ້​ໄຂ​ບັນຫາອ່ອນ​ໄຫວ​ທີ່​ສຳຄັນ​ຕ່າງໆ, ຊຸກ​ຍູ້​ການ​ໄປມາຫາ​ສູ່​ກັນຢ່າງ​ມີ​ໄມຕີ​ຈິດ​ລະຫວ່າງ​ປະຊາຊົນ​ສອງ​ຊາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​, ​ການ​ເຈລະຈາ​ແລະ​ການ​ປຶກສາ​ຫາ​ລື​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ທົ່ວ​​ໂລກ, ຮ່ວມ​ກັນ​ຮັບມື​ກັບ​ສິ່ງ​ທ້າ​ທາຍທີ່​ປະຊາ​ຄົມ​ໂລກ​ປະ​ເຊີນ​ໜ້າ​.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ