ງານ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຄັ້ງ​ທີ IX ​ໄກ່​ຜູ້​ໂອກ​ເກມ​ໄດ້​ໄຂ​ຂື້ນ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2011-12-14 13:51:44     cri


ທ່ານຈູມມາລີ ໄຊຍະສອນ,ປະທານ​ປະ​ເທດ​ລາວ,​ທ່ານ​ອາ​ຊາງ ລາວ​ລີ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ

ງານ​ມະ​ຫາ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ IX  ​ໄດ້​ໄຂ​ຂື້ນ​ຢ່າງ​ເປັນ​ທາງ​ການ​ດ້ວຍ​ບັນ​ຍາ​ກາດ​ອັນ​ເບີກ​ບານ​ມ່ວນ​ຊື່ນ​ແລະ​ເປັນ​ເອ​ກະ​ລັກ​ແບບ​ຊາວ​ຫຼວງ​ພະ​ບາງ ​ໃນ​ເວລາ 17: 00 ​ໂມງ ຂອງ​ວັນ​ທີ 13 ທັນວາ 2011 ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ພະ​ນະ​ທ່ານ ຈູມ​ມາ​ລີ ​ໄຊ​ຍະ​ສອນ, ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ,​ປະ​ທານ​ປະ​ເທດ​ລາວ, ມີ​ບັນດາ​ຜູ້​ນໍາ​ພັກ​-​ລັດ, ​ເຈົ້າ​ແຂວງ​ຫຼວງ​ພະ​ບາງ ​ແລະ​ບັນ​ດາ​ເຈົ້າ​ແຂວງ,​ຮອງ​ເຈົ້າ​ແຂວງ,​ຫົວ​ໜ້າ​ຄະ​ນະ​ນັກ​ກິ​ລາ,​ຄູ​ຝຶກ,​ບັນ​ດາ​ແຂກ​ແລະ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫຼວງ​ພະ​ບາງ​ເມືອງ​ມໍ​ລະ​ດົກ​ໂລກ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ​ 4 ພັນ​ກວ່າ​ຄົນ.


ຜູ່ນຳແຫ່ງຊາດລາວແລະບຸກຄົນສຳຄັນຕ່າງໆ


ທ່ານ ດຣ ຄຳ​ແພງ ​ໄຊ​ສົມ​ແພງ, ​ເຈົ້າ​ແຂວງ​ຫຼວງ​ພະ​ບາງກ່າວຄຳປາໄສ

ພິທີ​ເລີ່​ມດ້ວຍ​ການ​ເດີນ​ຂະ​ບວນກ້ອນ​ກຳລັງ​ຂອງ​ນັກ​ກິລາ​ຈາກ 3 ກະ​ຊວງ​ແລະ 16 ​ແຂວງ​ແລະ​ນະ​ຄອນ​ຫຼວງ​ເຂົ້າ​ສູ່​ສະ​ໜາມ ຕໍ່​ດ້ວຍ​ພິ​ທີ​ເຊີນ​ທຸງ​ຊາດ​ແລະ​ທຸງ​ກິ​ລາ​ຂື້ນ​ສູ່​ຍອດ​ເສົາ​ເພື່ອ​ເຄົາ​ລົບ​ທຸງ​ຊາດ​ຕິດ​ຕາມ​ດ້ວຍ ການ​ກ່າວ​ຕ້ອນ​ຮັບ​ຂອງ​ທ່ານ ດຣ ຄຳ​ແພງ ​ໄຊ​ສົມ​ແພງ,​ກຳ​ມະ​ການ​ສູນ​ກາງ​ພັກ, ​ເລ​ຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ຫຼວງ​ພະ​ບາງ, ປະ​ທານ​ຈັດ​ງານ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຄັ້ງ​ທີ IX ຂື້ນ​ກ່າວ​ວ່າ:​ງານ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຄັ້ງ​ທີ IX ທີ໋​ຫຼວງ​ພະ​ບາງ​ໃນ​ປີ 2011 ນີ້​ ມີ​ຄວາມ​ໝາຍ​ຄວາມ​ສໍາ​ຄັນ​ເປັນ​ຢ່າງ​ຍິ່ງ,​ເພາະ​ເປັນ​ປີ​ທີ່​ທົ່ວ​ພັກ,​ທົ່ວ​ກອງ​ທັບ,​ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ​ຈັດ​ຕັ້ງ​ສະ​ເຫີມ​ສະ​ຫຼອງ​ວັນ​ສໍາ​ຄັນ​ທາງ​ດ້ານ​ປະ​ຫວັດ​ສາດ​ຂອງ​ຊາດ​ຄື:​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຄົບ​ຮອບ 56 ປີ,​ວັນ​ສາ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ຄົບ​ຮອບ 36 ປີ​ແລະ​ວັນ​ຄົບ​ຮອບ​ວັນ​ເກີດ​ປະ​ທານ​ໄກ​ສອນ ພົມ​ວິ​ຫານ​ຄົບ​ຮອບ 91 ປີ,​ທັງ​ເປັນ​ປີ​ກຳ​ລັງ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ. ​ເປັນ​ການ​ສ້າງ​ຕັ້ງ​ຂະ​ບວນ ການ​ຂໍ່າ​ນັບ​ຊົມ​ເຊີຍ​ວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ລາວ​ຄົບ​ຮອບ 63 ປີ​ແລະ​ທັງ​ເປັນ​ການ​ຍັ້ງ​ຢືນ​ຄວາມ​ພ້ອມ ​ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຊຽນຄັ້ງ​ທີ 16 ​ໃນ​ປີ 2012 ​ເຊິ່ງ​ເປັນ​ການ​ໄຂ​ສັງ​ກາດ​ໃໝ່​ແລະ​ສ້າງ​ຊື່​ສຽງ​ຂອງ​ລາວ​ໃນ​ເວ​ທີ​ສາ​ກົນ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ