![]( /mmsource/images/2011/12/14/laojiuyun1.jpg)
ຂະບວນທີມທຸງຊາດ
![]( /mmsource/images/2011/12/14/laojiuyun8.jpg)
ຂະບວນກອງດຸລິຍາງ
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນແລະມື້ເລີກງາມຍາມດີນີ້ ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດລາວໄດ້ໃຫ້ກຽດກ່າວໄຂງານມະຫະກໍາກິລາແຫ່ງຊາດຄັ້ງທີ IX ຫຼວງພະບາງເກມຢ່າງເປັນທາງການ.
![]( /mmsource/images/2011/12/14/laojiuyun2.jpg)
ຈູດທວນໄຟໃສ່ອ່າງ
ຈາກນັ້ນພິທີໄຂງານມະຫະກໍາກິລາແຫ່ງຊາດຄັ້ງທີ IX ແມ່ນຕໍ່ດ້ວຍຂະບວນແລ່ນທວນໄຟເຂົ້າສູ່ສະໜາມແລະຈູດທວນໄຟໃສ່ອ່າງທີ່ເປັນສັນຍາລັກແຫ່ງການໄຂງານແຂ່ງຂັນກິລາແຫ່ງຊາດຄັ້ງທີ IX ຢ່າງເປັນທາງການ. ຫຼັງຈາກນັ້ນແມ່ນການສະແດງຂອງນັກຮຽນຈາກໂຮງຮຽນຕ່າງໆລວມທັງໝົດ 5 ລາຍການຄື:ສະບາຍດີຫຼວງພະບາງ,ຟ້ອນນາງແກ້ວ, ຟ້ອນມວຍລາຍລາວ, ຟ້ອນຫານຸມານມ່ວນຊື່ນແລະຊົນເຜົ່າປຸ້ມລຸມຂັບທຸ້ມສະຫຼອງໄຊແລະປິດທ້າຍດ້ວຍການຈູດບັ້ງໄຟດອກສະຫຼອງງານໄຂກິລາແຫ່ງຊາດຄັ້ງທີ IX ຢ່າງຄຶກຄື້ນແລະສວຍງາມ.
![]( /mmsource/images/2011/12/14/laojiuyun3.jpg)
ສັດນຳໂຊກ
ໃນງານມະຫາກຳກິລາແຫ່ງຊາດຄັ້ງທີ IX ນີ້ ມີນັກກິລາຈາກ 3 ກະຊວງ ແລະ 16 ແຂວງແລະນະຄອນຫຼວງເຂົ້າຮ່ວມແຂ່ງຂັນ, ປະກອບມີ 25 ປະເພດກິລາ,295ລາຍການແຂ່ງຂັນ,ຊິງເອົາຫຼຽນຄຳ 719 ຫຼຽນ,ຫຼຽນເງິນ 719 ຫຼຽນແລະຫຼຽນທອງ 924 ຫຼຽນ,ມີຄະນະນຳແລະນັກກິລາເຂົ້າຮ່ວມທັງໝົດ 6084 ຄົນ,ນັກກິລາ3790ຄົນ.ຈະໄດ້ມີການດຳເນີນການແຂ່ງຂັນຈົນຮອດວັນທີ 21ທັນວານີ້ຈຶ່ງຈະອັດລົງ.
1 2 3