ຊາວບ້ານໃນໜອງປາຍຢາງຕ້ຽນ
(GMT+08:00) 2008-06-02 16:04:58 cri
-----------------------------------------------------------------------------------------------------------------
-----------------------------------------------------------------------------------------------------------------
"ຕາມເລົ່າກັນວ່າ ໃນຄືນເດືອນຫງາຍ,ນາງຟ້າຊາງເອີລັກກິນຢາຂອງເທວະດາ,ແລ້ວບິນຂຶ້ນສູ່ທ້ອງຟ້າ,ບັງເອີນບໍ່ລະວັງ ຈຶ່ງເຮັດກະຈົກຕົກເຮ່ຍລົງ,ແຕກເປັນ 143 ປ່ຽງນ້ອຍໃຫຍ່,ກໍ່ເລີຍກາຍເປັນໜອງນ້ອຍໆໃຫຍ່ໆ 143 ບ່ອນ."
ຕົ້ນອໍ້ຂອງໜອງປາຍຢາງຕ້ຽນແບ່ງອອກເປັນ3ຢ່າງ,ຢ່າງດີກວ່າໝູ່ເອົາມາສານເປັນແຜ່ນກັ້ງ,ຊັ້ນທີສອງເອົາມາເຮັດເປັນຮູບສິລະປະ,ຊັ້ນທີສາມເອົາມາເຮັດເຈ້ຍແລະໃຊ້ດັງໄຟ.ຮາກຕົ້ນອໍ້ສົດເອົາມາຕົ້ມນ້ຳກິນ ຫຼືຕົ້ມເຫຼົ້າກໍ່ໄດ້,ຮາກແກ່ເຮັດເປັນຢາໄດ້.ຮວງອໍ້ເຮັດເປັນໄມ້ກວາດ,ດອກອໍ້ເອົາມາຍັດໝອນໄດ້.ນາງຢາງສວຍ ຄົນທ້ອງຖິ່ນໄດ້ເປີດຮ້ານຄ້າຂາຍເຄື່ອງສິນລະປະຫັດຖະກຳຕົ້ນອໍ້,ນາງເວົ້າວ່າ,ເຄື່ອງແສ່ວທີ່ເຮັດດ້ວຍຕົ້ນອໍ້ບໍ່ພຽງແຕ່ມີຄຸນຄ່າໃນດ້ານເກັບຮັກສາແລະເປັນຂອງທີ່ລະລຶກທໍ່ນັ້ນ,ຍັງໃຊ້ປະໂຫຍດໄດ້ຫຼາຍຢ່າງ.ໃນຍາມກາງເວັນ ໃສ່ໝວກເຟືອງອໍ້ສາມາດກັນແດດ,ຈ່າຍເງິນບໍ່ທໍ່ໃດຢວນຊື້ເກີບເຟືອງອໍ້,ຍ່າງຕາມໜອງປາຍຢາງຕ້ຽນຈະສະບາຍທີ່ສຸດ.
"ເກີບເຟືອງທີ່ເຮັດດ້ວຍຕົ້ນອໍ້ຢູ່ແຫ່ງນີ້ ເມື່ອເອົາຕົ້ນອໍ້ໄປອົບດ້ວຍຄວາມຮ້ອນສູງ ເອົາມາສານເປັນເກີບ ແລ້ວຈິ່ງໃສ່ແລ້ວບໍ່ອັບ.ນີ້ແມ່ນຊາວບ້ານຈຳນວນໜຶ່ງສານດ້ວຍຕົ້ນຫຍ້າໃນນ້ຳ,ເປັນສັນຍາລັກຂອງໜອງປາຍຢາງຕ້ຽນໄດ້ເປັນຢ່າງດີ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ