ຊາວບ້ານ​ໃນ​ໜອງປາຍ​ຢາງ​ຕ້ຽນ

(GMT+08:00) 2008-06-02 16:04:58 cri
-----------------------------------------------------------------------------------------------------------------

ນອກຈາກເບິ່ງຕົ້ນອໍ້ແລ້ວ,ສວນດອກບົວ​ໜອງ​ປາຍ​ຢາງ​ຕ້ຽນກໍ​​ເປັນ​ແຫ່ງ​ໜຶ່ງ​ທີ່​ໜ້າ​ໄປ​ທ່ຽວ​ເຊັ່ນ​ດຽວ​ກັນ.ລະດູ​ຮ້ອນ​ແມ່ນ​ຍາມ​ດອກ​ບົວ​ບານ​ເຮື່ອ​ເຮືອງ.ນ້ຳໜອງ​ສ່ວນ​ຫຼາຍ​ຖືກ​ປູກ​ຕົ້ນບົວໃສ່,​ໃບ​ບົວ​ປູ​ຢູ່​ເທິງ​ໜ້າ​ໜອງ,​ເມື່ອ​ລົມ​ພັດ​ມາ,ດອກ​ບົວ​ໂອນໄປ​ເອນມາ​ຕາມ​ລົມ.ຢູ່​ຕາມ​ໜອງ​ດອກ​ບົວ ມີ​ທາງ​ນ້ອຍ​ທີ່​ປູ​ດ້ວຍ​ກ້ອນ​ຫີນ,​​ໃຫ້​ນັກ​ທ່ອງ​ທ່ຽວ​ຍ່າງ​ຫຼິ້ນ​ແລະ​ຖ່າຍຮູບ.​ທາງ​ນ້ອຍ​ຖືກ​ປົກ​ຄຸມ​ດ້ວຍໃບ​ບົວ​ແລະ​ດອກ​ບົວ,​ເມື່ອ​ຄົນ​ຍ່າງ​ຜ່ານ​ເສັ້ນທາງນີ້ຈະຮູ້ສຶກເໝືອນກັບພວມຍ່າງ​ຕາມສວນ​ດອກ​ໄມ້.


ຢູ່ໃນ​ໜອງນີ້ມີ​ດອກ​ບົວ​ປະ​ເພດ​ໜຶ່ງຊື້​ວ່າ"ປີ້ງ​ຕີ້​ລຽນ"​ແປວ່າ"ດອກບົວຝາ​ແຝດ",ພິເສດຫຼາຍ ຄືຢູ່​ເທິງກ້ານບົວກ້ານໜຶ່ງ​ມີດ​ອກບົວ​ສອງ​ດອກ.ດອກ​ບົວ​ປະ​ເພດ​ນີ້ ​ລ້ຳຄ່າ​ຫຼາຍ.ຢູ່​ຈີນ ດອກ​ບົວ​ຝາແຝດໝາຍ​ເຖິງ​ຜົວ​ເມຍ​ຮັກ​ກັນ​ຫຼາຍແລະຈະບໍ່ຍອມພັດ​ພາກ​ຈາກ​ກັນ​ຈັກ​ເທື່ອ.ນາງ​ເຢິນລີ້ ຜູ່​ນຳ​ທ່ຽວ​ເວົ້າວ່າ,ສຳລັບ​ຄວາມ​ເປັນ​ມາ​ຂອງ​ດອກ​ບົວ​ປະ​ເພດ​ນີ້,ມີ​ນິທານ​ຄວາມ​ຮັກ​ທີ່​ສະເທືອນ​ໃຈເລົ່າລື​ກັນ​ຢູ່​​ແຫ່ງ​ນີ້.


"​ແຕ່​ກີ້​ແຕ່​ກ່ອນ ຢູ່​ແຫ່ງ​ນີ້​ມີ​ຜູ້ຊາຍຄົນ​ໜຶ່ງ​ຊື່ວ່າ"ສຸຍ​ເສີ່​ງ",​ເມຍ​ລາວ​ງາມ​ຫຼາຍ​ເໝືອນ​ດັ່ງດອກ​ໄມ້.ໃນ​ບ້ານ​ມີ​ຄົນ​ຊົ່ວຜູ້ໜຶ່ງ​ໄດ້​ຂົ່ມຂືນ​ເມຍ​ສຸຍ​ເສິ່ງ​ໃນ​ຍາມ​ສຸຍ​ເສິ່ງ​ອອກ​ໄປ​ຫາ​ປາ,​ເມຍ​ສຸຍ​ເສິ່ງ​ຈຶ່ງ​ໄປ​ໂດດນ້ຳຕາຍ.​ເມື່ອ​ໄດ້ຍິນ​ຂ່າວ​ນີ້ ສຸຍ​ເສິ່ງ​ຄຽດ​ແຄ້ນ​ທີ່​ສຸດ ​ຈຶ່ງໄປ​ຂ້າ​ຄົນ​ຊົ່ວ​ຜູ້​ນີ້​ຕາຍ ແລ້ວກໍ​ໄປ​ໂດດ​ນ້ຳຕາຍ​ຕາມ​ເມຍ.ພາຍຫຼັງ​ມາ ຢູ່​ບ່ອນ​​ທີ່ເຂົາ​ເຈົ້າ​ໂດດ​ນ້ຳ​ຕາຍໄດ້​ເກີດ​ຕົ້ນບົວ​ຕົ້ນໜຶ່ງ,ກ້ານ​ໜຶ່ງ​ມີ​ສອງ​ດອກ,ຄົນ​ທັງຫຼາຍຈິ່ງຕັ້ງຊື່​ເປັນ"ປີ້ງ​ຕີ້​ລຽນ",ໝາຍ​ເຖິງ​ດອກບົວຝາແຝດ,ຂໍໃຫ້​ຄູ່​ຮັກຢູ່​ນຳ​ກັນ​ຕະຫຼອດ​ຊີວິດ.​"
1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>