ຊີ​ວິດ​ທັນ​ສະ​ໄໝ​ຂອງ​ແມ່​ຕູ້​ປ່າວ​ຊ້ຽນ​ທີ່​ເມືອງ​ຮາງ​ໂຈ່ວ

(GMT+08:00) 2008-06-03 17:04:09 cri
-----------------------------------------------------------------------------------------------------------------

ທ່ານ​ຜູ້​ຟັງ​ທີ່​ໂຄ​ລົບ,​ແມ່ຕູ້​ປ່າວຊ້ຽນທີ່​ອາ​ໄສຢູ່​ເມືອງ​ຮາງ​ໂຈ່​ວ​ແຂວງ​ເຈີ​ຈຽງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ,​ແມ່ນ​ແມ່​ຕູ້​ຜູ້​ທັນ​ສະ​ໄໝ,ຄົນ​ນິຍົມອັນ​ໃດ​ເພິ່ນ​ກໍ​ຮຽນ​ອັນ​ນັ້ນ.​ເພິ່ນ​ມີ​ອາຍຸ73ປີ​ແລ້ວ​,​​ແຕ່​ໃຊ້​ຄອມ​ພິວ​ເຕີກໍ​ເປັນ,​ເວົ້າອັງກິດກໍ​ເປັນ,ທັງ​ຍັງ​ຊ່າງ​ຂັບ​ລົດອີກ,ຄວາມ​ສາມາດ​ເຫຼົ່ານີ້​ແມ່ນ​ແມ່ຕູ້​ຮຽນ​ເປັນ,ຫຼັງ​ຈາກ​ເພິ່ນອາ​ຍຸ60ປີ.ສະ​ນັ້ນ,ຊີວິດ​ການ​ເປັນ​ຢູ່ຂອງ​​ເພິ່ນ​ຈຶ່ງ​ມີ​ຫຼາຍ​ສີ​ຫຼາຍ​ສັນ,​ໃນ​ບັ້ນປາຍ​ຂອງຊີວິດ​​ເພິ່ນກໍ່​ຍັງມ່ວນນຳ​ຫຼາຍສິ່ງ​ຫຼາຍ​ຢ່າງ​ຢູ່.​ໃນ​ລາຍການ​ຈີນ​ປະຈຸ​ບັນ​ພາກ​ນີ້,​ເຊີນ​ທ່ານ​ພ້ອມ​ກັນກັບ​ພວກ​ເຮົາ​ໄປ​ເບິ່ງຊີວິດ​​ອັນ​ທັນ​ສະ​ໄໝຂອງ​ແມ່​ຕູ້ຮາງ​ໂຈ່ວຜູ້​ນີ້.

ຫ່າງ​ຈາກໜອງຊີ​ຫູ​ທີ່​ມີ​ຊື່ສ​ຽງຂອງ​​ເມືອງຮາງ​ໂຈ່​ວບໍ່​ໄກປານ​ໃດ​ມີ​​ເຂດ​ຄຸ້ມ​ສັງຄົມແຫ່ງ​ໜຶ່ງ​ທີ່​ມີ​ຊື່ວ່າ​ເຕິ່ງ​ຊິ່ນຊ້ຽງ,​ເຮືອນ​ຂອງ​ແມ່ຕູ້ປ່າວ​ຊ້ຽນກໍ່​ຕັ້ງຢູ່​ທີ່ນີ້.ການ​​ເວົ້າ​ຈາ​ປາ​ໄສ​ຂອງ​ແມ່ຕູ້​ປະກົດ​ວ່າ​ຍັງ​ຈະ​ແຈ້ງ​ດີ,​ເປັນ​ເລື່ອງ​ເປັນ​ລາວ,​ເປັນ​ຖ້ອຍ​ເປັນຄວາມ,ຄວາມ​ຮູ້ສຶກ​ກໍ​ໄວ,​ເວົ້າ​ສຳນຽງ​ໄທ​ຮາງ​ໂຈ່​ວອ້ອຍຕ້ອຍ.ຖ້າ​ບໍ່​​ແມ່ນ​ຮອຍ​ຫຍູ່​ຕາມ​ໃບ​ໜ້າ​ຂອງ​ເພິ່ນ,ນັກ​ຂ່າວອາດ​ຈະ​ບໍ່​ເຊື່ອ​ວ່າ​ເພິ່ນ70ກວ່າ​ປີ​ແລ້ວ​.


ເມືອງຮາງ​ໂຈ່​ວທີ່​​ແມ່ຕູ້​ປ່າວ​ຊ້ຽນອາ​ໄສ​ຢູ່​ນັ້ນແມ່ນ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ໃນ​ໂລກ,​ໄດ້​ຊື່ເປັນ​ສະຫວັນ​ເມືອງ​ຄົນ​ຍ້ອນມີ​ຊັບ​ໃນ​ດິນ​ສິນ​ໃນ​ນ້ຳ​ອັນອຸດົມ​ສົມ​ບູນ​ແລະ​ມີທຳ​ມະ​ຊາດ​ອັນ​ສວຍງາມ.ແມ່​ຕູ້​ປ່າວ​ຊ້ຽນຮູ້ສຶກ​ຕົນ​ເອງ​ໂຊກ​ດີ​ຫຼາຍທີ່​ໄດ້​ເກີດ​ເປັນ​ໄທ​ເມືອງ​ຮາງ​​ໂຈ່ວ.


"ພວກ​ເຮົາ​​ໃຜ​ກໍ​ໄດ້​ຊົມ​ຄວາມ​ສວຍ​ງາມ​ຂອງ​​ເມືອງຮາງ​ໂຈ່​ວ,​ພ້ອມ​ກັນ​ນັ້ນ​ຂ້າພະ​ເຈົ້າ​ດີ​ໃຈຫຼາຍທີ່​ເມືອງ​ຮາງ​ໂຈ​ວ​​ໄດ້​ຮັບ​ຄວາມ​ຍ້ອງຍໍ​ສໍລະ​ເສີນ,ຊາວ​ຕ່າງປະ​ເທດ​ແລະ​ຄົນ​ຕ່າງ​ຖິ່ນ​ເວົ້າ​ວ່າ,ຄົນ​ຢູ່​ຮາງ​ໂຈ່​ວມີ​ຄວາມ​ສຸກ​​ແທ້ໆ.ຂ້າພະ​ເຈົ້າ​ມັກ​​​ຖາມ​ຕົນເອງ​​ຢູ່ໃນ​ໃຈ:​​ເລື້ອຍໆ​ວ່າ,ເຈົ້າ​ຮັກ​​ເມືອງຮາງ​​ໂຈ່​ວບໍ່?​ແທ້.​ແຕ່​ນີ້​ຍັງ​ບໍ່​ພໍ,​ໃນ​ຖານ​ເປັນ​ໄທ​ເມືອງຜູ້ໜຶ່ງ,ຂ້າພະ​ເຈົ້າຍັງ​ຄວນພະຍາຍາມ​ປະກອບສ່ວນ​ຂອງ​ຕົນ."

ກ່ອນ​ບຳນານ,​ແມ່ຕູ້​ປ່າວ​ຊ້ຽນ​ໄດ້ປະກອບ​ອາຊີບແຕ່ງບົດວັນ​ນະ​ຄະດີຢູ່​ຫໍ​ສິລະ​ປະ​ມວນ​ຊົນເມືອງ​ຮາງ​ໂຈ່​ວຕະຫຼອດ​ມາ,​ແມ່ຕູ້​ຄິດ​ວ່າ,ນອກຈາກ​ໜອງ​ຊີ່​ຮູ,ຜ້າ​ໄໝ​ແລະ​ຊາ​ລົງ​ຈີງ​ທີ່​ມີ​ຊື່ສ​ສຽງ​ນັ້ນ​ແລ້ວ,ທີ່​ຈິງ​,ຮາງ​ໂຈ່​ວຍັງ​ມີ​ຫຼາຍບ່ອນ​ທີ່ງາມ​ໜ້າຊົມ.ສະ​ນັ້ນ​​ເມື່ອ5ປີກ່ອນ,​ແມ່ຕູ້​ປ່າວຊ້ຽນ​ໄດ້ວາງ​ແຜນ​ເອົາ​ເອງ,ຕັດສິນ​​ໃຈໃຊ້​​ເວລາໜຶ່ງ​ປີ,​ອອກໄປ​ທ່ຽວບ່ອນ​ທີ່​ມີ​ທິວ​ທັດສວຍ​ງາມ​ມື້​ລະ​ບ່ອນ,ຫຼ​ໄປ​ຢາມື​ຄອບຄົວ​ໜຶ່ງ​ໃນ​ແຫ່ງ​ຕ່າງໆ,​ແລ້ວ​ກັບ​ຄືນ​ມາຂຽນບົດ​ບັນທຶກ​ບົດ​​ໜຶ່ງ​ຍາວປະມານ1000ຄຳ,ບົດ​ບັນທຶກເຫຼົ່ານີ້,ຈະ​ບອກໃຫ້ຄົນທັງຫຼາຍຮູ້ຈັກ​ເມືອງຮາງໂຈ່ວຢ່າງຮອບດ້ານກວ່າ​ເກົ່າ.

ແມ່ຕູ້​ໃສ່​ຊື່​ໃຫ້​ບົດ​ບັນທຶກ​ນີ້​ວ່າ"ທ່ອງ​ທ່ຽວ​ຊົມຮາງໂຈ່​ວ365ມື້".ປະຈຸ​ບັນ,ບົດ​ປະພັນ​ທີ່ຍາວ3​ແສນ​ກວ່າຄຳ​ຕົວ​ໜັງ​ສືຈີນ​ສະບັບນີ້​ໄດ້​ປະກາດໃນ​ເວ​ບ​ໃຊ້​ແລ້ວ,​ແລະ​ມີ​ຜູ້​ເປີດ​ອ່ານຫຼາຍສົມ​ຄວນ.

ຍ້ອນ​ວ່າ​​ແມ່ຕູ້ມັກ​ແຕ່ງ​ເລື້ອງ,​ເມື່ອ13ປີ​ກ່ອນ,​ໃນ​ເວລາ​​ແມ່ຕູ້ອາຍຸ60ປີ,​ເພິ່ນ​ໄດ້ເລີ່ມຮຽນ​ໃຊ້ຄອມ​ພິວ​ເຕີ.​ໃນ​ເວລາ​ນັ້ນ,​ຄອມ​ພິວ​ເຕີ​ໄດ້​ຄ່ອຍໆ​ກ້າວເຂົ້າສູ່​ຊີວິດ​ຂອງຊາວ​ຈີນ,​ແຕ່​ຕູ້ກໍ່​ຢາກ​ໃຊ້​ພາຫະນະ​ທັນ​ສະ​ໄໝຊະນິດນີ້​ໃນ​ຊີວິດ​ຂອງ​ຕົນ.​ເມື່ອ​ເພິ່ນ​ຮຽນ​ເປັນ​ແລ້ວ,​ໃນ​ເລ​ລາ​ເພິ່ນແຕ່ງ​​ເລື້ອງກໍ​ແຮ່ງ​ສະດວກ​ໄດ້​ໃຈ.ບໍ່ພ​ຽງ​ແຕ່​ແນວ​ນີ້,ພາຍ​ຫຼັງ​ມາ​ເພິ່ນຍັງ​​ໄດ້ຈັດ​ຊຸດ​ອົບຮົມສອນຄອມ​ພິວ​ເຕີ​ໃຫ້ລ້າ​ໃນ​ເຂດ​ຄຸ້ມທີ່​ເພິ່ນ​ຢູ່.

"​ເມື່ອມີ​ວິຊາ​ຄວາມ​ຮູ້ແລ້ວ,ຂ້າພະ​ເຈົ້າ​ຍັງ​ຕ້ອງ​ເອົາ​ມາ​ໃຊ້​ໃຫ້​ເປັນ​ປະ​ໂຫຍດ.ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ເຂດ​ຄຸ້ມສັງຄົມ​ແມ່ນບ່ອນ​ທີ່​ດີ​ຫຼາຍ,ຂ້າພະ​ເຈົ້າ​ເລີຍ​ເປັນ​ເ​ຈົ້າການຮ້ອງ​ຂໍຈັດ​ຊຸດ​ອົບຮົມ​ສອນຄອມ​ພິວ​ເຕີ.ພາຍ​ໃນ​ເວລາ3ປີ,ນັບ​ຮອດ​ປະຈຸ​ບັນ​ໄດ້ຈັດ​ໄປ5​ຊຸດ​​ແລ້ວ,​ໃນ​ຜູ້​ທີ່​ມາ​ຮຽນ,ອາຍຸ​ສູງ​ກວ່າ​ໝູ່​78ປີ,ນ້ອຍກວ່າ​ໝູ່​20ກວ່າ​ປີ."

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>