ຊີ​ວິດ​ທັນ​ສະ​ໄໝ​ຂອງ​ແມ່​ຕູ້​ປ່າວ​ຊ້ຽນ​ທີ່​ເມືອງ​ຮາງ​ໂຈ່ວ

(GMT+08:00) 2008-06-03 17:04:09 cri
-----------------------------------------------------------------------------------------------------------------

ໃນປີ​ທີ່ອາຍຸ65ປີ,ແມ່ຕູ້ປ່າວ​ຊ້ຽນ​​ໄດ້ໄປ​ລອນ​ດອນ​ເທື່ອ​ໜຶ່ງຕາມ​ຄຳ​ເຊີນ​ຂອງຫຼານ​ສາວ​ທີ່​​ເຮັດ​ວຽກ​ຢູ່​ອັງກິດ​.ຍ້ອນ​ວ່າ​ເວົ້າ​ພາສາ​ອັງກິດບໍ່​ເປັນ,​ເພິ່ນຮູ້ສຶກວ່າ​ຕົນ​ເອງ​ຄື​ກັບ​ຄົນ​ຫູໜວກ​ປາກກືກ​,ທຳ​ຄວາມ​ເຂົ້າ​ໃຈ​ກັບ​ຄົນ​ທ້ອງ​ຖິ່ນ​ຍາກ​ຫຼາຍ.ພາຍຫຼັງກັບມາຈາກ​ອັງກິດ​ແລ້ວ,​ແມ່ຕູ້​ໄດ້​ເລີ່ມຮຽນພາສາ​ອັງກິດ​.ດຽວ​ນີ້,​ເພິ່ນ​ໄດ້​​ຊ່າງ​ເວົ້າ​ຄວາມ​ເວົ້າ​ທີ່​ໃຊ້ປະຈຳ​ວັນ​ໄດ້ຢ່າງ​ຊຳ​ນານ​ແລ້ວ.ຢູ່​ຮາງ​ໂຈ່​ວ,ໜ້ອຍ​ທີ່ສຸດ​ທີ່​ຈະ​ມີ​ຜູ້​ເຖົ້າ​​ອາ​ຍຸ60ກວ່າປີ​ແລ້ວ​ຍັງ​ຂັບ​ລົດ​ໄດ້,​​ໃນປີ​ແມ່ຕູ້​ອາຍຸ69ປີ,​​ແມ່ຕູ້ສິນ​ໃຈຮ​ຽນຂັບ​ລົດ​ຢ່າງ​​ກ້າ​ຫານ.​ໃນ​ເວ​ລາມໍ່ຈະ​ຮອດວັນ​ເກີດ70ປີ,​ແມ່ຕູ້ໄດ້​ຮັບ​ໃບ​ຂັບ​ຂີ່​ຈາກ​ໂຮງຮຽນ​ສອນຂັບ​ລົດ​ຢ່າງ​ເປັນ​ທາງ​ການ​​ແລ້ວ,​ໄດ້​ເປັນຜູ້​ຂັດ​ລົດທີ່ອາຍຸ​70ກວ່າປີຍັງ​ຂັບ​ລົດ​ໄດ້ພຽງ​ຜູ້ດຽວ​ໃນເມືອງ​ນີ້.ຈາກ​ນັ້ນ​ມາ,​ເພິ່ນມ່ວນ​ນຳການ​ຂັບ​ລົດຫຼາຍ​ບໍ​ຢອກ.​ໃນ​ເວລາ​ທີ່​ຕ້ອງ​ອອກ​ເດີນທາງ,​ແມ່ຕູ້ປ່າວ​ຊ້ຽນກໍ່​ໂທລະ​ສັບ​​ເຊົ່າ​ລົດ​ຄັນ​ໜຶ່ງນຳ​ບໍລິສັດ​ຕັກ​ຊີ,​ໃນ​ລົດ​ຍັງ​ມີ​ໂຊ​ເຟີຜູ້​ໜຶ່ງ​ຕິດຕາມ​ໄປ​ນຳ,ຊ່ອຍ​​ເພິ່ນແກ້​ໄຂ​ບັນຫາ​ໃນ​ເວລາ​ຄັບຂັນ.​ແມ່ຕູ້​ໄດ້​ບັນທຶກ​ປະສົບ​ການ​ແລະ​ຄວາມ​ຮູ້ສຶກ​ຂອງຕົນ​ໃນ​ເວລາຂັບ​ລົດທຸກ​ເທື່ອ,ຂຽນ​ເປັນ​ບົດ​ສັ້ນໆ,ລົງພິມ​ໃນ​ໜັງ​ສື​ພິມ​ຕອນ​ແລງຂອງ​ເມືອງ,​ແບ່ງປັນ​ຄວາມ​ມ່ວນ​ຊື່ນ​​ນຳ​ກັນ​ກັບ​ຄົນ​ທັງຫຼາຍ.

ແມ່ຕູ້ປ່າວ​ຊ້ຽນ​ແມ່ນ​ຜູ້​ເຖົ້າທັນ​ສະ​ໄໝ,ຍຸກ​ສະ​ໄໝນິຍົມ​ອັນ​ໃດ​ເພິ່ນກໍ່​ຮຽນ​ອັນ​ນັ້ນ,ອັນ​ໃດ​ພາ​ໃຫ້​ສະດວກ​ສະບາຍ​ເພິ່ນກໍ່​ໃຊ້​ອັນ​ນັ້ນ.​​ເພິ່ນ​ມັກ​ໃຊ້​ມື​ຖືໂທລະສັບຫຼື​ສົ່ງ​ຂໍ້ຄວາມ​ສັ້ນລູກ​ໃພ້​ເລື້ອຍໆ​,​ແລະຍັງ​ລົມ​ກັນ​ກັບ​ຫຼານ​ສາວ​ດ້ວຍ​QQ​ໃນ​ເວ​ບ​ໃຊ,​ຕາມ​ຄວາມ​ເວົ້າ​ຂອງ​ເພິ່ນ​ເອງກໍ່​ແມ່ນ​ຄວນ​​ໄປ​ໃຫ້​ທັນ​ກະ​ແສ​ຂອງ​ຍຸກ​ສະ​ໄໝ.


"ຂ້າ​ພະ​​ເຈົ້າ​​ເຫັນ​ວ່າ,ພວກ​ເຮົາ​ດຳລົງ​ຊີວິດ​ຢູ່ໃນ​ຍຸກສະ​ໄໝ​ປະຈຸ​ບັນ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ເຖົ້າ,ຖ້າ​ບໍ່​ມີ​ວິຊາ​ຄວາມ​ຮູ້ສະ​ໄໝ​ປະຈຸ​ບັນ,ກໍ່​ຈະ​ຕົກ​ຢູ່​ຫຼັງ​ຍຸກ​ສະ​ໄໝ."​ແມ່​ຕູ້​ປ່າວ​ຊ້ຽນຍັງ​ໃຊ້​ເວລາ​ຫຼາຍ​ສົມ​ຄວນ​ໄປ​ເຮັດ​ວຽກ​ສາທາລະນະ​ປະ​ໂຫຍ​ດ.​ເພິ່ນແມ່ນ​ຜູ້​ອາສາ​ສະໝັກ​ທີ່​​ອາ​ຍຸ​ສູງ​ກວ່າ​ໝູ່​​ໃນ​ເຂດ​ຄຸ້ມນີ້,ນອກຈາກ​ຊ່ອຍສອນຄວາມ​ຮູ້​ຄອມ​ພິວ​ເຕີ​ຟີ​ໃຫ້​ໄທ​ເມືອງ​ໃນ​​ເຂດ​ຄຸ້ມ​​ແລະ​ຄົນ​ຕ່າງ​ຖິ່ນທີ່ມາ​​ເຮັດ​ວຽກ​ໃນ​ເມືອງ​ແລ້ວ,ຍັງ​ຕັ້ງ​ໂທລະສັບ"ສາຍດ່ວນຂອງ​ແມ່​ຕູ້ປ່າວ"​ຢູ່ໃນ​​ເຂດຄຸ້ມ​ສັງຄົມ.​ໃນ​ວັນ​ຮັບໂທລະ​ສັບສາຍດ່ວນ​ແຕ່​ລະ​ວັນ​ອັງຄານ,"ສາຍດ່ວນ​ຂອງ​ແມ່​ຕູ້ປ່າວ"​ແມ່ນດັງ​ຢູ່​ບໍ່​ຂາດ.​ໄທ​ເມືອງ​ໃນຄຸ້ມ​ມີ​ເລື່ອງ​ອຸກໃຈ​ຂ້ອງ​ໃຈ,ຫຼື​ມີ​ຄວາມຂັດ​ແຍ່ງກັນ,​ແມ່ນມັກ​ໂທ​ມາຂໍ​ຄວາມ​ຊ່ອຍ​ເຫຼືອ​ຈາກ"ສາຍ​ດ່ວນຂອງ​ແມ່ຕູ້ປ່າວ".​ເພື່ອ​ຍ້ອງຍໍ​ເພິ່ນ​ທີ່​ເອົາ​ໃຈ​ໃສ່​ນຳສາທາລະນະ​ປະ​ໂຫຍດ,ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ນະຄອນ​ຮາງ​ໂຈ່​ວ​ໄດ້ມອບ​ນາມ​ມະຍົດ​ຜູ້​ອາສາ​ສະໝັກ​ດີ່​ເດັ່ນ​ໃນ​ການ​ເຜີຍ​ແຜ່​ຄວາມ​ຮູ້​ວິທະຍາສາດ​ໃຫ້​ເພິ່ນ,​ຄຸ້ມ​ເຕິ່ງ​ຊິ່ນ​ຊ້ຽງຍັງ​ເລືອກ​​ແມ່ຕູ້​ເປັນ​ຜູ້​ຫ້າວຫັນ​ໃນ​ການກໍ່ສ້າງ​​ເຂດ​ຄຸ້ມ​ສັງຄົມ.


ແມ່ຕູ້ປ່າວ​ຊ້ຽນມີ​ລູກ​ຊາຍ3ຄົນ,​ພວກ​ລູກ​ຮູ້ສຶກ​ວ່າ,ຊີວິດ​ຂອງ​ແມ່​ມີ​ເນື້ອ​ໃນ​ອຸດົມ​ສົມບູນ​ແລະ​ມ່ວນ​ຊື່ນ,ນີ້​ແມ່ນ​ສິ່ງ​ທີ່​ປະ​ໂລມໃຈ​ພວກ​ລູກ​ທີ່​ສຸດ.ທ່ານ​​ເມິ້ງຢາງ ລູກ​ຊາຍ​ຜູ້​ຖ້ວນ​ສອງ​ຂອງ​​ແມ່ຕູ້​ເວົ້າ​​ຕໍ່​ນັກ​ຂ່າວ​ວ່າ:

"​ແມ່​​ເປັນ​ຄົນ​ທັນ​ສະ​ໄໝ,​ເອົາ​​ໃຈ​ໃສ່​ນຳ​ຄຸນນະພາ​ບຊີວິດ​ການ​ເປັນ​ຢູ່,​ເພິ່ນ​ຖື​ຄຸນ​ນະພາ​ບຂອງ​ຊີວິດ​ເປັນ​ສິ່ງສຳຄັນຍິ່ງກວ່າ​ອາຍຸ.​ອາ​ຍຸສູງ​ຄື​ເພິ່ນຍັງ​ບຸກບືນ​ຫ້າວຫັນ​ປານ​ນີ້,ໄດ້​ຮັບ​ຜົນງານ​ດີ​ປານ​ນີ້,ພວກ​ເຮົາ​ຮູ້ສຶກ​ປ​ະ​ເອີ​ບໃຈ​ຫຼາຍ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>