ຕະ​ຫຼາດ​ຢູ່​ຊົນ​ນະ​ບົດ​ເປັນ​ສະ​ຖານ​ທີ່​ສະ​ໜັບ​ສະ​ໜູນ​ໃນ​ການ​ເພີ່ມ​ຄວາມ​ຕ້ອງ​ການ​ພາຍ​ໃນ​ຂອງ​ຈີນ

(GMT+08:00) 2009-02-25 16:40:58 cri
-----------------------------------------------------------------------------------------------------------------
ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ.ສະ​ບາຍດີ​ທ່ານ​ຜູ້​ຟັງ,ຍ້ອນມີ​ຜົນ​ກະທົບ​ອັນຮຸນ​ແຮງຈາກ​ວິ​ກິດ​ການ​ການ​ເງິນທົ່ວ​ໂລກ​ໃນ​ປະຈຸ​ບັນ,ສະ​ພາບ​ເສດ​ຖະກິດ​ພາຍ​ນອກ​ຊຸດ​ໂຊມ​ລົງ,​ແລະ​ກຳລັງ​ດັນດ້ານ​ການ​ສົ່ງອອກ​ສິນຄ້າ​ຫຼຸດ​ໜ້ອຍ​ລົງ,ດັ່ານັ້ນ ການ​ເພີ່ມ​ຄວາມ​ຕ້ອງການ​ພາຍ​ໃນ​ຈຶ່ງ​ນັບ​ມື້​ນັບ​ສຳຄັນ​ຂຶ້ນ.ສະ​ນັ້ນ,ຈີນ​ພວມ​ໃຊ້​ຫຼາຍມາດ​ຕະການ​ຕື່ມ​ອີກ​ເພື່ອ​ຊຸກຍູ້​ການ​ບໍລິ​ໂພ​ກຂອງ​ປະ​ຊາຊົນ​ຈີນ.​ໃນ​ນັ້ນ, ວຽກ​ງານ​ເປີດ​ກວ້າງ​ຕະຫຼາດ​ຢູ່​ຊົນນະບົດ​ໄດ້​ເລັງ​ໄວ​ເປັນ​ກ້າວໆ.​ໃນ​ລາຍ​ການບົດ​ແຈ້ງ​ຂ່າວ​ສາກົນ​ມື້​ນີ້,ພວກ​ເຮົາ​ຈະ​ແນະນຳ​ສະພາບ​ທີ່​ກ່ຽວຂ້ອງ​ສູ່ທ່ານ​ຟັງ.

ແຕ່ປີ​2005​ມາ​ນີ້,ກະຊວງ​ການ​ຄ້າ​ຈີນ​ໄດ້​ດຳ​ເນີນ​ໂຄງການ​ຕະຫຼາດໜຶ່ງ​ທີ່​ມີ​ຊື່ວ່າ​ໝື່ນ​ບ້ານ​ພັນຕາ​ແສງ,ຈະ​ໃຊ້​ເວລາ3ປີ,​ທົດລອງ​ເປີດຊຸບ​ເປີ​ມາ​ເກັດປະ​ມານ2​ແສນ5ໝື່ນ​ແຫ່ງຢູ່​ຊົນນະ​ບົດ,ຫຼຸດ​ຄວາມ​ຜິດໂຕນ​ກັນ​ລະຫວ່າງ​ຕົວ​ເມືອງ​ກັບຊົນ​ນະບົດ​ເປັນ​ກ້າວ​ໆ.ປະຈຸ​ບັນ,​ໂຄງການ​ນີ້​ໄດ້​ສຳ​ເລັດ​ຜົນ​​ເປັນ​ພື້ນຖານ​ແລ້ວ,​ແລະ​ໄດ້​ຮັບ​ປະສິດທິ​ຜົນ​ທີ່​ດີ.​ໃນ​ໄລຍະ​ບຸນ​ກຸດ​ຈີນ​ປີ2009,​ຢູ່​ບ້ານ​ຫຼູສີ່​​ ເມືອງຊາງ​ຢາງແຂວງ​ຫູ​ເປ,ຍ້ອນ​ໄດ້​ເຂົ້າ​ເປັນ​ຮ້ານ​ຕ່ອງ​ໂສ້ຢູ່​ໃນ​ລະບົບ​ບໍ​ລິ​ສັດ​ຊຸບ​ເປີ​ມາ​ເກັດຕົງ​ຟານຫູ​ເປ​ຈຳກັດ,ຮ້ານ​ຕ່ອງ​ໂສ້​ຊຸບ​ເປີ​ມາ​ເກັດ​ຕົງ​ຟານທີ່​ນາງ​ຫຼີຊຽງ​ລັນ​ເປີດ​ກໍ່​ໄດ້​​ຄ້າຂາຍ​ດີ​ຫຼາຍ:

ມູນ​ຄ່າຈຳ​ໜ່າຍ​ກໍ່​ໄດ້​ເພີ່ມ​ຂຶ້ນ​ປະມານ​ຄົບເທົ່າ,ຍາມ​ທຳ​ມະ​ດາ​ເມື່ອ​ກ່ອນ ຂາຍ​ໄດ້​ພຽງ​ແຕ່1000ກວ່າ​ຢວນ​ເທົ່າ​ນັ້ນ,​ແຕ່​ປະຈຸ​ບັນ​​​ເພີ່ມ​ເປັນປະ​ມານ2000​ຢວນ.

ຫຼັງ​ຈາກ​ໄດ້​ເຂົ້າຢູ່​ໃນ​ລະບົບຮ້ານ​ຕ່ອງ​ໃສ້​ແລ້ວ,​ສິນຄ້າ​ທີ່​ນາງ​ຫຼີຊຽງ​ລັນ​ຂາຍ​ນັ້ນແມ່ນ​ຊຸບ​ເປີ​ມາ​ເກັດ​ຕົງ​ຟານ​ເປັນ​ຜູ້​ຈັດ​ສົ່ງ​ຢ່າງ​ເປັນ​ເອກະ​ພາບ,ຮັບ​ປະກັນ​ສິນຄ້າ​ໂດຍ​ສະ​ເພາະ​ແມ່ນ​ຄຸນ​ນະພາ​ບຂອງ​ອາຫານ​ແລະຜະລິດ​ຕະພັນ​ກະສິກຳ,​ເຮັດ​ໃຫ້​ຊາວ​ກະ​ສິກ​ອນຈຳນວນ​ຫຼວງ​ຫຼາຍ​ສາມາດ​ຊື້​ສິນຄ້າ​ຢ່າງ​ໄວ້​ວາງ​ໃຈ.ນາງ​ຫຼີຊຽງ​ລັນ​ເວົ້າວ່າ,ນີ້​ແມ່ນ​ຈຸດ​ສຳຄັນ​ທີ່​ພາ​ໃຫ້ມູນ​ຄ່າ​ຈຳໜ່າຍ​ຂອງ​ຮ້ານ​ລາວ​ເພີ່ມ​ຫຼາຍ​ຂຶ້ນ.

ຫຼັງ​ຈາກ​ໂຄງການ​ໝື່ນ​ບ້ານ​ພັນຕາ​ແສງ​ແລ້ວ,ກະຊວງ​ການ​ເງິນ​ຈີນ​ແລະ​ກະຊວງ​ການ​ຄ້າຈີນ​ໄດ້​ເລີ່​ມປະຕິບັດ​ໂຄງການ​ສົ່ງ​ຂາຍ​ເຄື່ອງ​​​ໄຟ​ຟ້າ​​ໃຊ້ໃນ​ເຮືອນ​ຢູ່​ຊົນນະ​ບົດ,ຄື: ​ການ​ເງິນ​ສູນ​ກາງແລະ​ການ​ເງິນ​ທ້ອງ​ຖິ່ນ​ຂອງ​ຈີນ​ຈະ​ໃຊ້​ວິທີ​​ໃຫ້​ເງິນ​ອຸດ​ໜູນ ​13% ຂອງ​ລາຄາ​ຈຳໜ່າຍ​​ເຄື່ອງ​ໄຟຟ້າ​ແກ່ຊາວ​ກະສິ​ກອນທີ່​ຊື້​ໂທລະ​ພາບ ຕູ້​ເຢັນ ​ ຈັກ​ຊັກ​ເຄື່ອງ​ ລົດຈັກ ຄອມ​ພິວ​ເຕີ ​ເຄື່ອງ​ຕົ້ມນ້ຳ ​ແອ​ເຢັນ​ແລະ​ ເຄື່ອງ​​ໄຟຟ້າ​ໃຊ້​​ໃນ​ເຮືອນ​ອື່ນໆ.​ແຕ່ວັນ​ທີ1ກຸມ​ພາ​ເປັນຕົ້ນ​ໄປ,​ກິດຈະກຳ​ສົ່ງ​ຂາຍ "​ເຄື່ອງ​​ໄຟຟ້າ​ໃຊ້​ໃນ​ເຮືອນຢູ່​ຊົນ​ນະ​ບົດ" ​ໄດ້​ເຜີຍ​ຂະຫຍາຍ​ໄປ​ເຖິງ​ທົ່ວ​ປະ​ເທດ.ທ່ານ​ຈ່າງ​ຢ້າວ​ປາວ ຜູ້​ຮັບຜິດ​ຊອບ​ໂຄງການ​ດັ່ງກ່າວ​ຂອງນະ​ຄອນ​ທົ່ງ​ຫຼຽວ​ມົງ​ໂກ​​​​ໃນ ​ແນະນຳ​ວ່າ,

ການ​ປະຕິບັດ​ໂຄງການ​ນີ້ ຕົ້ນຕໍ​ແມ່ນອຸດ​ໜູນ​ສິນຄ້າທີ່​ຊາວ​ກະສິກອນ​ທີ່​ມີ​ລາຍ​ໄດ້​ຕ່ຳ​ກາງ​ຕ້ອງການ​.ການ​ອຸດ​ໜູນ​ເງິນ​ສາມາດ​ເຮັດ​ໃຫ້​ຄອບຄົວ​ເຫຼົ່າ​ນີ້ມີ​ຄວາມ​ຫ້າວ​ຫັນໃນ​ການບໍລິ​ໂພ​ກຫຼາຍ​ກວ່າ​ເກົ່າ,ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ກໍ່​ໄດ້ມີ​ລະດັບ​ສູງ,ລະ​ບົບບໍ​ລິການ​ຫຼັງການ​ຈຳໜ່າຍ​ກໍ່​ສົມບູນ​,ມີ​ຜົນ​ດີຕໍ່ຊາວ​ກະສິກອນ ​ ເຂົາ​ເຈົ້າສາ​ມາດຊື້​ເຄື່ອງ​ຫຼາຍ​ກວ່າ​ເກົ່າ.

ຕາມ​ສະຖິຕິ​ແລະ​ການ​ຄາດ​ຄະ​ເນ,ປີ2009 ​ເງິນ​ອຸ​ດໜູນທີ່​ຈີນ​ໃຊ້​ໃນ​ໂຄງການ​ດັ່ງກ່າວ​ໄດ້​ເພີ່ມ​ແຕ່9ຕື້​ຢວນ​ໃນ​ປີກາຍ​ນີ້ຂຶ້ນ​ເປັນ15ຕື້​ຢວນ​ໃນ​ປີ​ນີ້,​ສາມາດ​ຊຸກຍູ້​ຄວາມ​ຕ້ອງການ​ພາຍ​ໃນ100ກວ່າ​ຕື້​ຢວນ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>