"ເລີ່​ມ​ແຕ່​'ສູນ'​ຂອງ​ທ່ານ​ຊູ​ມິ​ງຟ່າງ"

(GMT+08:00) 2009-03-17 14:53:43 cri
-----------------------------------------------------------------------------------------------------------------

"ຂ້ອຍ​ແມ່ນ​ປະຊາຊົນ​ຜູ້​ໜຶ່ງ!"ນີ້​ແມ່ນ​ຄຳ​ເວົ້າ​ທີ່​ຕິດ​ປາກ​ຂອງ​ທ່ານ​ຊູ​ມິ​ງຟ່າງ.​ລາວ​ໄດ້​ນຳ​ເອົາຍັດຕິ​ດຂອງ​ປະຊາຊົນ​ທ້ອງ​ຖິ່ນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ນີ້​ກໍ​ແມ່ນ​ຜູ້​ແທນ​ເຜົ່າ​ກິ່ງ​ຍື່ນ​ຍັດຕິ​ໃຫ້​ສະພາ​ປະຊາ​ຊົນ​ເປັນ​ຄັ້ງ​ທຳ​ອິດ.

"ລັດ​ຖະບາ​ນອີງ​ຕາມ​ຈຳນວນ​ປະຊາ​ກອນ​ຂອງ​ເຜົ່າ,​ເຜົ່າ​ກິ່ງຈິ່ງມີ​ແຕ່​​ຜູ້​ແທນ​ຜູ້​ດຽວ​ເທົ່າ​ນັ້ນ. ປີ​ນີ້, ຂ້າພະ​ເຈົ້າ​ໄດ້​ນຳ​ເອົາຄວາມ​ເຫັນ​ປະມານ6​ຂໍ້ມາ, ລ້ວນ​ແຕ່​ແມ່ນ​ຂໍ້​ສະ​ເໜີ ທີ່ໃຫ້ລັດ​ຖະບານ​ອອກນະ​ໂຍບາຍ​ເພື່ອ​ພັດທະນາ​ເສດຖະກິດ​ອ່າວ​ພາກ​ເໜືອ, ​ເປີດ​ກວ້າງ​ການ​ຄ້າ​ຊາຍ​ແດນ​ຕື່ມ​ອີກ, ຍັງ​ມີ​ຂໍ້​ສະ​ເໜີ​ກ່ຽວ​ກັບ​​ການເຮັດ​ໜັງ​ສືທ່ອງ​ທ່ຽວ​​ຢູ່ທ້ອງ​ຖິ່ນ​, ​ການປົກ​ປັກ​ຮັກສາ​ແລະ​ສືບ​ທອດ​ວັດທະ​ນະທຳ​ເຜົ່າ​ກິ່ງ​ຂອງ​ພວກ​ເຮົາ."

ເຜົ່າ​ກິ່ງ​​ແມ່ນ​ຊົນ​ເຜົ່າ​ທີ່​ມີ​ປະ​ຊາກອນ​ໜ້ອຍ​ຂອງ​ຈີນ, ສ່ວນ​ຫຼາຍຕັ້ງ​ພູມລຳ​ເນົາ​ຢູ່ຕາ​ແສງ​ຈ່ຽງພິງ​ເມືອງ​ຕຸ່ງຊິ່ງ​ເຂດ​ກວ່າ​ງຊີ, ມີ​ຊື່ວ່າ3​ເກາະ​ຂອງ​ເຜົ່າ​ກິ່ງ, 3​ເກາະ​ນີ້​ລ້ວນ​ແຕ່​ແມ່ນ​ຊາວ​ເຜົ່າ​ກິ່ງ, ​ທຸກ​ເຊັ່ນ​ຄົນ​ກໍ​ຫາ​ປາ​ເປັນ​ອາຊີ​ບ.​ໃນຊຸມປີ1970, ຍ້ອນ ການ​ຄົມ​ມະນາ​ຄົມ​ບໍ່​ສະ​ດວກ, ຊາວ​ເຜົ່າ​ກິ່ງ​ດຳລົງ​ຊີວິດ​ແບບ​ເພິ່ງ​ຕົນ​ເອງ,​ຖົມ​ທະ​ເລເຮັດ​ເປັນ​ນາ, ​​ເອົາ​ເກາະ​ແລະ​ແຜ່ນດິນ​ເຊື່ອມ​ຕໍ່​ກັນ. ພາຍຫຼັງ​ດຳ​ເນີນ​ການ​ປະຕິ​ຮູບ​​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ແລ້ວ, ​ເຜົ່າ​ກິ່ງ​ມີ​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນເປັນ​ກ້າວໆ. ທີ່​ມາ​ຂອງ​ລາຍ​ຮັບ​ຕົ້ນຕໍ​ຂອງ​ເຂົາ​ເຈົ້າ​ແມ່ນ​ຫາ​ປາ, ລ້ຽງ​ປາ, ປຸງ​ແຕ່ງ​ຜະລິ​ດຕະພັນ ທະ​ເລ, ນອກ​ນັ້ນ​ກໍ​ແມ່ນການ​ຄ້າ​ຂາຍຊາຍ​ແດນ, ທ່ອງ​ທ່ຽວ​ແລະ​ບໍລິການ​ເຮືອນ​ພັກ​ຮ້ານ​ອາຫານ. 

ທ່ານ​ຊູ​ມິ​ງຟ່າງ​ກ່າວ​ວ່າ, ປີກາຍ​ນີ້, ​ເພີ່ນແມ່ນ​ຕົວ​ແທນຂອງ​ເຜົ່າ​ກິ່ງເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ພາ​ປະຊາຊົນ​ເປັນ​ຄັ້ງ​ທຳ​ອິດ, ບໍ່ມີ​ປະສົບ​ການ, ​ແລະກໍ​ບໍ່​ເຂົ້າ​ໃຈ​ຍັດຕິ​ແລະ​ຂໍ້​ສະ​ເໜີ​ແມ່ນ​ຫຍັງ, ​ເມື່ອ​ຮອດ​ປັກ​ກິ່ງ​ແລ້ວ​ກໍ​ຟັງຫຼາຍໆ,​ເບີ່​ງຫຼາຍໆ. ຫຼັງ​ຈາກ​ຜ່ານ​ການ​ອົບ​ຮົມຈາກ​ສະ​ພາ​ປະ​ຊາ​ຊົນ​, ຮ່ຳຮຽນ, ​ອ່ານ​ປື້​ມ, ​ເບີ່​ງ​ເອກະ ສານ​ແລ້ວຈິ່ງ​ຄ່ອຍໆ​ເຂົ້າ​ໃຈ. ລັດຖະບານ​ຍັງ​ໄດ້​ຈັດ​ວາງ​ຜູ້​ແທນ​ສະພາ​ປະຊາຊົນ​ໄປທັດ​ສະນະ​ສຶກສາ​ຢູ່​ແຫ່ງ​ຕ່າງໆ, ​ເຮັດ​ໃຫ້​ເພີ່ນຮັບ​ຮູ້​ພາລະ​ບົດບາດ​ໜ້າ​ທີ່​ຂອງ​ຜູ້​ແທນ​ສະພາ​ປະຊາຊົນ​ມີແນວ​ໃດ. ຜ່ານ​ການ​ສຳ​ຫຼວດ​ຄົ້ນຄວ້າ,​ອອກ​ຂໍ້​ສະ​ເໜີ​ຈຳ​ນວນ​ໜຶ່ງ​ຕາມ​ຄວາ​ມ​ຕ້ອງການ​ຂອງ​ການ​ພັດທະ​ນາ​ທ້ອງ​ຖິ່ນ, ກໍ່​ກາຍ​ເປັນ​ຍັດຕິ​ທີ່​ນຳ​ເອົາ​ມາ​ປັກ​ກິ່ງ​. ທ່ານ​ກ່າວ​ວ່າ,​ປັດ​ຈຸ​ບັນ, ​ລະດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາ ຊົນ​ເຜົ່າ​ກິ່ງ​ຍົກສູງ​ຂຶ້ນ​ຫຼາຍ, ສະ​ນັ້ນ​ວັດທະ​ນະທຳ​ຂອງ​ເຜົ່າ​ກິ່ງ​ກໍ​ຕ້ອງ​ພັດທະນາ​ໄປ​ນຳ, ສິ່ງ​ທີ່​ສຳຄັນ​ແມ່ນ, ວັດທະ​ນະ​ທຳ​ເຜົ່າ​ກິ່ງ​ແມ່ນ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ​ທີ່​ມີ​ປະ​ຊາກອນ​​ໜ້ອຍ, ຕ້ອງການ​ສະໜັບ​ສະໜູນ, ການ​ປົກ​ປັກ​ຮັກ​ສາ​ແລະ​ສືບ​ທອດ​ຈາກລັດ. ​ໃນ​ນາມ​ເປັນ​ຜູ້​ແທນ​ສະພາ​ປະ​ຊາຊົນ, ກໍແມ່ນ​ຜູ້​ແທນຜູ້​ໜຶ່ງ​ຂອງ​ເຜົ່າ​ກິ່ງ, ໜ້າ​ທີ່ສຳ​ຄັນ​ທີ່​ສຸດຂອງ​ເພີ່ນ​ແມ່ນ​ຮັກສາ​ວັດທະ​ນະທຳ​ຊົນ​ເຜົ່າ​ຂອງ​ຕົນ​ໃຫ້​ດີ,​ເທຶ່ອນີ້​ເພີ່​ນ​ໄດ້​ນຳ​ເອົາ​ຍັດ​ຕິ​ສະ​ບັບໜຶ່ງ,​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຟື້ນ​ຟູແລະ​ປົກ​ປັກ​ຮັກສາ​ວັດທະ​ນະທຳ​ເຜົ່າ​ກິ່ງ.ທ່ານ​ກ່າວ​ວ່າ:

"​ໃນ​ດ້ານ​ການ​ສືບ​ທອດ​ວັດທະ​ນະທຳ​ເຜົ່າ​ກິ່ງ, ​ແມ່ນ​ຢາກ​ຮັກ​ສາ'ນານ​ຈື້'​ແລະ'ຕູ​ຈິງ​ສຽນ'​​ເປັນ​ຢ່າງ​ດີ. ​ເພາະວ່າ​ວັດທະ​ນະທຳ​ເຜົ່າ​ກິ່ງ​ຂອງ​ພວກ​ເຮົາ​ແມ່ນມີ​ປະ​ຫວັດ​ມາ500​ກວ່າ​ປີ​ແລ້ວ, ປະ​ຊາ​ກອນ​ຂອງ​ພວກ​ເຮົາ​ໃນ​ທົ່ວ​ປະ​ເທດ​ມີ​ໜ້ອຍ, ຖ້າ ວ່າ​ວັດທະ​ນະທຳ​ຂອງ​ພວກ​ເຮົາ​ບໍ່​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ທີ່​ດີ,ວັດທະ​ນະທຳ​ຂອງ​ເຜົ່າ​ນີ້​ອາດ​ຈະ​ສູນ​ເສຍໃນ​ອະນາ​ຄົດ. ສະ​ນັ້ນ​ຈິ່ງມີ​ຂໍ້​ສະ​ເໜີ​ຂໍ້​ໜຶ່ງ​ຕໍ່ລັດ​ຖະບານ, ຢາກ​ໃຫ້​ເອົາ​ວັດທະ​ນະທຳ​ປະຫວັດ​ສາດ​ຂອງ​ພວກ​ເຮົາ​ເປັນ​ມໍລະດົກ​ວັດທະ ນະທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ເພື່ອ​ປົກ​ປັກ​ຮັກສາ​ໄວ້, ​ແລະ​ຊ່ວຍ​ປັບ​ປຸງ​ປື້ມ,​ພິມ​ຈຳ​ໜ່າຍ​ເພື່ອ​ເຮັດ​ວຽກ​ການ​ສືບ​ທອດ​ໃຫ້​ດີ."

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>